ຢ້ອນ Timeline ທີ່ໄປທີ່ມາຂອງສົງຄາມ ຢູເຄຣນ – ຣັດເຊຍ


  1. ໃນອະດີດນັ້ນຢູເຄຣນເຄີຍເປັນສ່ວນໜຶ່ງຂອງຣັດເຊຍ ແລະ ເວລາກໍຜ່ານໄປຫຼາຍປິີ ຈົນມາຮອດປີ 1917 ຣາຊະວົງໂຣມານອຟ ຫຼື Romanov Dynasty ໄດ້ໝົດອໍານາດລົງ ກຸ່ມຊາດນິຍົມຢູເຄຣນຈຶ່ງໄດ້ແຍກຕົວອອກໄປເພື່ອຢາກເປັນອິດສະຫຼະພາບ ໂດຍມີຊາດມະຫາອຳນາດໃນຍຸກນັ້ນຄື ເຢຍລະມັນ ເປັນຝ່າຍສະໜັບສະໜູນ.

    ຕໍ່ມາໃນສົງຄາມໂລກຄັ້ງທີ 1 ເຢຍລະມັນໄດ້ເສຍໄຊໃນສົງຄາມ ປະກອບກັບໃນຕອນນັ້ນມີການກໍ່ຕັ້ງສະຫະພາບໂຊວຽດ ຢູເຄຣນທີ່ບໍ່ມີຄົນສະໜັບສະໜູນແລ້ວຈຶ່ງໄດ້ຖືກສະຫະພາບໂຊວຽດຍຶດຄອງແລະຖືກລວມເຂົ້າເປັນໜຶ່ງໃນເຂດປົກຄອງຂອງໂຊວຽດພ້ອມກັບສະຖາປະນາເປັນ “ສາທາລະນະລັດສັງຄົມນິຍົມໂຊວຽດຢູເຄຣນ”.
  1. ຕໍ່ມາໄລຍະຫຼັງສົງຄາມໂລກຄັ້ງທີ 2 ອິດທິພົນຂອງຣັດເຊຍ (ໃນຂະນະນັ້ນມີຊື່ວ່າ ສະຫະພາບໂຊວຽດ) ເລີ່ມມີການຄຸກຄາມໄປຍັງພາກພື້ນຢູໂຣບ. ດັ່ງນັ້ນ ເຮັດໃຫ້ 12 ຊາດຕາເວັນຕົກໄດ້ແກ່ ສະຫະລັດອາເມຣິກາ, ສະຫະຣາຊະອານາຈັກ(ອັງກິດ), ຝຣັ່ງ, ແຄນນາດາ, ເບລຢຽມ, ເດັນໝາກ, ໄອແລນ, ອິຕາລີ, ລັກເຊມເບີກ, ເນເທີແລນ, ນໍເວ ແລະ ໂປຣຕຸເກດ ຈຶ່ງຮ່ວມກັນກໍ່ຕັ້ງ “NATO (North Atlantic Treaty Organization) ຫຼື ອົງການສົນທິສັນຍາແອັດແລນຕິກເໜືອ ເຊິ່ງເປັນກຸ່ມພັນທະມິດດ້ານການທະຫານ ໃຫ້ປະເທດສະມາຊິກໃຫ້ຄວາມຊ່ວຍເຫຼືອເຊິ່ງກັນແລະກັນ ກໍລະນີທີ່ສະມາຊິກຖືກໂຈມຕີດ້ວຍອາວຸດຍຸດໂທປະກອນ.

    ສ່ວນທາງຝັ່ງໂຊວຽດກໍໄດ້ກໍ່ຕັ້ງ “ອົງການສົນທິສັນຍາວໍຊໍ (Warsaw Pact)” ຂຶ້ນມາເພື່ອຕອບໂຕ້ NATO ໂດຍເປັນກຸ່ມພັນທະມິດທາງດ້ານການທະຫານໃນກຸ່ມຊາດຄອມູນິດໃນຢູໂຣບຕາເວັນອອກ.
  1. ໃນປີ 1991 ສະຫະພາບໂຊວຽດໄດ້ຍຸບລົງ ຢູເຄຣນກໍໄດ້ປະກາດເອກະລາດຈາກສະຫະພາບໂຊວຽດ ດ້ານໂຮງງານຈັດເກັບອາວຸດນິວເຄຼຍຂອງໂຊວຽດທີ່ຕັ້ງຢູ່ເຂດພື້ນທີ່ຂອງຢູເຄຣນ ກໍຕົກເປັນກຳມະສິດຂອງຢູເຄຣນ ແລະ ຫຼາຍປະເທດທີ່ເຄີຍເຂົ້າຮ່ວມສົນທິສັນຍາ Warsaw ກໍຫັນໄປເຂົ້າຮ່ວມ NATO ແທນ, ສ່ວນຢູເຄຣນໃນຕອນນັ້ນແມ່ນຍັງບໍ່ໄດ້ເຂົ້າຮ່ວມເປັນສະມາຊິກ.

    ຢ່າງໃດກໍດີ ທິດທາງການເມືອງຂອງຢູເຄຣນໃນຕອນນັ້ນຍັງບໍ່ມີຄວາມຊັດເຈນພໍເທົ່າໃດ ເພາະມີທັງປະຊາຊົນທີ່ສະໜັບສະໜູນຣັດເຊຍ ແລະ ມີຝ່າຍທີ່ເອນອຽງໄປທາງຢູໂຣບ ໂດຍນະໂຍບາຍການເມືອງຂອງຢູເຄຣນຂຶ້ນຢູ່ກັບຜູ້ນຳໃນຂະນະນັ້ນໆ ວ່າຈະສະໜັບໜູນຣັດເຊຍ ຫຼື ຢູໂຣບ.
  1. ໃນປີ 1992 ຢູເຄຣນເລີ່ມສ້າງຄວາມສຳພັນກັບ NATO ຢ່າງເປັນທາງການ ເຖິງແມ່ນວ່າຈະຍັງບໍ່ໄດ້ເຂົ້າຮ່ວມເປັນສະມາຊິກກໍຕາມ ໃນຂະນະນັ້ນຣັດເຊຍແມ່ນຍັງຢູ່ໃນໄລຍະຟື້ນຕົວຈາກການຫຼົ້ມສະຫຼາຍຂອງສະຫະພາບໂຊວຽດ ຈຶ່ງຍັງບໍ່ໄດ້ໃຫ້ຄວາມສົນໃຈກັບຄວາມເຄື່ອນໄຫວຂອງບັນດາອະດີດປະເທດໃນສະຫະພາບໂຊວຽດ
  1. ໃນປີ 1994 ຢູເຄຣນໄດ້ເຊັນສົນທິສັນຍາໃນຊື່ “ຂໍ້ຕົກລົງບູດາເປສ” ຫຼື Budapest Memorandum ຮ່ວມກັບຣັດເຊຍ ສະຫະຣາຊະອານາຈັກ ແລະ ສະຫະລັດອາເມຣິກາ ໂດຍຢູເຄຣນໄດ້ຕັດສິນໃຈທຳລາຍສາງອາວຸດນິວເຄຼຍທັງໝົດ ເພື່ອແລກກັບການທີ່ປະເທດມະຫາອຳນາດທັງສາມຈະຮັບປະກັນຄວາມປອດໄພໃຫ້, ບໍ່ມີການໃຊ້ກຳລັງຄຸກຄາມ ຫຼື ໃຊ້ຄວາມຮຸນແຮງກັບຢູເຄຣນ.
  2. ໃນປີ 2005 ວິກເຕີ ຍຸນເຊນໂກ (Viktor Yushchenko) ຂຶ້ນເປັນປະທານາທິບໍດີຂອງຢູເຄຣນໃນຂະນະນັ້ນ ໄດ້ມີນະໂຍບາຍທາງການເມືອງທີ່ເອນອຽງໄປທາງຢູໂຣບ ແລະ ພາຢູເຄຣນອອກຈາກຣັດເຊຍຫຼາຍຂຶ້ນ ລວມຮອດຊຸກຍູ້ໃຫ້ຢູເຄຣນເຂົ້າຮ່ວມ NATO ໃນປີ 2008 ແລະ NATO ກໍສັນຍາວ່າຈະຮັບຢູເຄຣນເຂົ້າເປັນອີກໜຶ່ງສະມາຊິກ.

    ດ້ວຍເຫດນີ້ ເຮັດໃຫ້ຣັດເຊຍມີຈຸດຢືນບໍ່ສະໜັບສະໜູນການເຂົ້າຮ່ວມ NATO ຂອງຢູເຄຣນມາໂດຍຕະຫຼອດ ໂດຍເບິ່ງວ່າເປັນໄພຄຸກຄາມເພາະເປີດທາງໃຫ້ NATO ລວມເຖິງຊາດຢູໂຣບອື່ນໆ ເຂົ້າມາໃກ້ຊິດຊາຍແດນຣັດເຊຍ.
  1. ໃນປີ 2013 ສະຫະພາບຢູໂຣບຫຼື EU ໄດ້ສະເໜີເງື່ອນໄຂໃຫ້ຢູເຄຣນເຂົ້າເປັນໜຶ່ງໃນສະມາຊິກ ເຊິ່ງຖືເປັນຈຸດທົດສອບວ່າຢູເຄຣນຈະເຂົ້າຮ່ວມຝັ່ງຕາເວັນຕົກ ຫຼື ຫັນກັບໄປເປັນໜຶ່ງກັບຣັດເຊຍອີກຄັ້ງ ເຊິ່ງຖ້າຫາກຢູເຄຣນຕອບຕົກລົງ ປະຊາຊົນຂອງຢູເຄຣນກໍສາມາດໄປເຮັດວຽກທົ່ວຢູໂຣບໄດ້ຢ່າງອິດສະຫຼະ, ສິນຄ້າກໍສາມາດວາງຂາຍໃນປະເທດອື່ນໆ ຂອງສະຫະພາບຢູໂຣບໄດ້ໂດຍບໍ່ຄິດໄລ່ພາສີ ເຮັດໃຫ້ເສດຖະກິດເຕີບໃຫຍ່ຢ່າງໄວວາ.

ແຕ່ໃນຂະນະນັ້ນ ຢູເຄຣນແມ່ນຢູ່ພາຍໃຕ້ການປົກຄອງຂອງ “ປະທານາທິບໍດີ ວິກເຕີ ຢານູໂຄວິຊ (Viktor Yanukovych)” ທີ່ມີຂ່າວລືວ່າລາວໄດ້ຮັບການສະໜັບສະໜູນຈາກຣັດເຊຍ. ຕໍ່ມາ ປະທານາທິບໍດີ ວິກເຕີ ຢານູໂຄວິຊໄດ້ຕັດສິນໃຈລົ້ມຂໍ້ສະເໜີຂອງ EU ແລ້ວໄປຟື້ນຄວາມສຳພັນກັບຣັດເຊຍໂດຍການລົງນາມ ພ້ອມກັບຮັບເງິນສະໜັບສະໜູນຈຳນວນ 15,000 ລ້ານໂດລາ ຈາກຣັດເຊຍ.

  1. ຈາກການຕັດສິນໃຈຂອງ ປະທານາທິບໍດີ ຢານູໂຄວິຊ ເຮັດໃຫ້ປະຊາຊົນຣັດເຊຍຮູ້ສຶກບໍ່ພໍໃຈເປັນທີ່ສຸດ ແລະ ເບິ່ງຄ້າຍຄືກັບເປັນການຂາຍປະເທດ. ດ້ວຍເຫດນີ້ຈຶ່ງນຳໄປສູ່ການປະທ້ວງທົ່ວປະເທດ ທີ່ມີຊື່ວ່າ “ການປະຕິວັດ Euromaidan” ໂດຍຮຽກຮ້ອງໃຫ້ປະທານາທິບໍດີ ຢານູໂຄວິຊ ລາອອກ ເຊິ່ງການຕໍ່ສູ້ໃນຄັ້ງນັ້ນເປັນໄປຢ່າງດຸເດືອດ ຈົນທາງລັດຖະບານຕ້ອງໃຊ້ກຳລັງໃນການສະຫຼາຍການຊຸມນຸມ.

    ເຫດການດັ່ງກ່າວເຮັດໃຫ້ລັດຖະສະພາຢູເຄຣນລົງມະຕິມີແຜນຖອດຖອນປະທານາທິບໍດີ ຢານູໂຄວິຊ ອອກຈາກຕຳແໜ່ງໃນວັນທີ 22 ກຸມພາ 2014 ແລະ ຕັ້ງລັດຖະບານຮັກສາການຊົ່ວຄາວ ພ້ອມກັບຕັ້ງຂໍ້ຫາ ຍານູໂຄວິຊໃນຂໍ້ຫາສັງຫານຜູ້ປະທ້ວງແລະອອກໝາຍຈັບ ແຕ່ກ່ອນຈະຖືກຖອດອອກຈາກຕຳແໜ່ງ ຢານູໂຄວິຊ ກໍໄດ້ຕັດສິນໃຈຫຼົບໜີໄປທີ່ຣັດເຊຍ.
  1. ທາງດ້ານຣັດເຊຍ ເມື່ອເຫັນສະຖານະການທີ່ເກີດຂຶ້ນໃນຢູເຄຣນ ກໍໄດ້ອອກມາປະນາມ ການທີ່ລັດຖະບານຢູເຄຣນ ຖອດ ຢານູໂຄວິຊ ອອກຈາກຕຳແໜ່ງ ຊີ້ວ່າເປັນການເຮັດລັດຖະປະຫານທີ່ຜິດກົດໝາຍ ພ້ອມກັບໄດ້ສົ່ງກອງກຳລັງທະຫານມາທີ່ບໍລິເວນເຂດ ແຫຼມໄຄຣເມຍ (Crimea) ທັນທີ.

ໂດຍໄຄຣເມຍນັ້ນເປັນເຂດແຫຼມ (Peninsula) ທີ່ຢູ່ໃນເຂດທະເລດໍາ (Black Sea) ມີຊາຍແດນຕິດກັບຢູເຄຣນແລະມີປະຊາຊົນສ່ວນໃຫຍ່ເປັນຊາວຣັດເຊຍ ເພາະໃນປະວັດສາດໄຄຣເມຍເຄີຍເປັນດິນແດນຂອງຣັດເຊຍມາກ່ອນ. ແຕ່ໃນປີ 1954 ຜູ້ນຳຂອງສະຫະພາບໂຊວຽດຕັດສິນໃຈມອບໄຄຣເມຍໃຫ້ຢູເຄຣນ ເພື່ອເຊື່ອມຄວາມສຳພັນລະຫວ່າງຢູເຄຣນແລະຣັດເຊຍ.

  1. ໃນເດືອນ ມີນາ 2014 ຈາກແຮງກົດດັນຂອງກອງທັບທະຫານຣັດເຊຍທີ່ເຂົ້າມາແລະຄວບຄຸມເຂດແຫຼມໄຄຣເມຍ ທາງລັດຖະສະພາໄຄຣເມຍຈຶ່ງມີມະຕິໃຫ້ແຍກຕົວອອກຈາກຢູເຄຣນແລະເຂົ້າຮ່ວມກັບຣັດເຊຍ ເຮັດໃຫ້ຣັດເຊຍເພີ່ມໄຄຣເມຍເຂົ້າມາເປັນສ່ວນໜຶ່ງຂອງປະເທດໄດ້ສຳເລັດ.
  2. ລັດຖະບານຢູເຄຣນບໍ່ຍອມຮັບການທີ່ໄຄຣເມຍເຂົ້າເປັນສ່ວນໜຶ່ງຂອງຣັດເຊຍ ໂດຍປະກາດວ່າໄຄຣເມຍເປັນດິນແດນຂອງຢູເຄຣນທີ່ຖືກຣັດເຊຍຍຶດໄວ້ຊົ່ວຄາວ ເຊັ່ນດຽວກັບສະຫະປະຊາຊາດ ເຊິ່ງມີມະຕິບໍ່ຍອມຮັບແລະປະນາມການເພີ່ມໄຄຣເມຍເຂົ້າກັບຣັດເຊຍວ່າເປັນການກະທຳທີ່ຜິດກົດໝາຍ.
  3. ນອກຈາກໄຄຣເມຍແລ້ວຢູເຄຣນຍັງຕ້ອງປະເຊີນການສູ້ຮົບກັບກຸ່ມແບ່ງແຍກດິນແດນທີ່ສະໜັບສະໜູນຣັດເຊຍໃນພາກພື້ນດອນບາສ (Donbas) ທາງພາກຕາເວັນອອກຂອງປະເທດ ໂດຍຣັດເຊຍສົ່ງກຳລັງພົນບຸກເຂດດອນບາສຢ່າງໜັກ.
  4. ຕໍ່ມາໃນເດືອນ ກັນຍາ 2014 ຕົວແທນຈາກຣັດເຊຍ, ຢູເຄຣນ, ຝຣັ່ງ ແລະ ເຢຍລະມັນ ຮ່ວມປະຊຸມກັນທີ່ປະເທດ ເບລາຣຸສ ເພື່ອເຈລະຈາຍຸຕິຄວາມຮຸນແຮງໃນພາກຕາເວັນອອກຂອງຢູເຄຣນ ນຳໄປສູ່ “ຂໍ້ຕົກລົງມິນສ໌ສະບັບທີ 1 (Minsk I Agreement)” ເຊິ່ງເປັນຂໍ້ຕົກລົງລະຫວ່າງຢູເຄຣນ-ຣັສເຊຍໃນການຍຸຕິຄວາມຮຸນແຮງ ໂດຍຕົກລົງຢຸດການຍິງອາວຸດ ແຕ່ຣັດເຊຍກໍຍັງມີການລະເມີດຂໍ້ນີ້ຫຼາຍຄັ້ງ.
    ສຸດທ້າຍຝຣັ່ງແລະເຢຍລະມັນຕ້ອງເຂົ້າມາເປັນຝ່າຍທີ່ຢູ່ທາງກາງ ເຮັດໃຫ້ມີການລົງນາມຂໍ້ຕົກລົງມິນສ໌ສະບັບທີ 2 (Minsk II Agreement) ເຖິງວ່າສົງຄາມໃຫຍ່ຈະຍຸຕິລົງ ແຕ່ກໍຍັງມີການສູ້ຮົບຂະໜາດນ້ອຍຕໍ່ເນື່ອງຢູ່ດີ. ໂດຍຕັ້ງແຕ່ປີ 2014 ຈົນຮອດປັດຈຸບັນ ເຫດປະທະຊາຍແດນຣັດເຊຍ-ຢູເຄຣນ ເຮັດໃຫ້ມີພົນລະເຮືອນເສຍຊີວິດຫຼາຍກວ່າ 10,000 ຄົນ, ບາດເຈັບຫຼາຍໝື່ນຄົນ ແລະ ມີຜູ້ຫຼົງຖິ່ນຫຼາຍກວ່າ 1 ລ້ານຄົນ.
  1. ໃນປີ 2019 ເກີດມີຈຸດປ່ຽນແປງສຳຄັນ, ເມື່ອ ໂວໂລດິເມຍ ເຊເລນສະກີ (Volodymyr Zelensky) ໄດ້ຖືກເລືອກເປັນປະທານາທິບໍດີຄົນໃໝ່ຂອງຢູເຄຣນ ເຊິ່ງເຊເລນສະກີນັ້ນ ສະແດງຈຸດຢືນຢ່າງຊັດເຈນວ່າ “ຕໍ່ຕ້ານການຄຸກຄາມຂອງຣັດເຊຍໃນພາກຕາເວັນອອກຂອງປະເທດ ລວມໄປຮອດມີແຜນຈະພາຢູເຄຣນເປັນສະມາຊິກໃໝ່ຂອງ NATO”.
  1. ໂດຍທາງ ວະລາດິເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍ ໄດ້ອອກມາກ່າວວ່າ ຕະຫຼອດເວລາທີ່ຜ່ານມາ ຣັດເຊຍພະຍາຍາມເຈລະຈາໃຫ້ໂລກຕາເວັນຕົກເຂົ້າໃຈມາຕະຫຼອດວ່າສິ່ງທີ່ຣັດເຊຍຕ້ອງການຄື NATO ປະຕິເສດບໍ່ຮັບຢູເຄຣນຢ່າງເດັດຂາດ, NATO ຖອດກອງທັບອອກຈາກໂປແລນ, ໂຣມາເນຍ ແລະ ບັລກາເຣຍ ແລະ ຢູເຄຣນຕ້ອງຍອມຮັບວ່າອານາເຂດ ດອນບາສ ແລະ ໄຄຣເມຍເປັນຂອງຣັດເຊຍແລ້ວ.

ນອກນັ້ນຢູເຄຣນຍັງເປັນດິນແດນທີ່ເປັນຍຸດທະສາດສຳຄັນຂອງຣັດເຊຍ, ໂດຍທັງ 2 ປະເທດມີຊາຍແດນຕິດກັນໄລ່ຕາມລວງຍາວແມ່ນຫຼາຍກວ່າ 2,000 ກິໂລແມັດ. ທັງນີ້ຢູເຄຣນຍັງເປັນພື້ນທີ່ການວາງແນວທໍ່ກ໊າສຈາກຣັດເຊຍສົ່ງຕໍ່ໂດຍກົງໄປຮອດສະຫະພາບຢູໂຣບ ເຊິ່ງເປັນໜຶ່ງໃນລາຍໄດ້ຫຼັກຂອງປະເທດ ແລະ ສອງປະເທດນີ້ຍັງມີປະຫວັດສາດຮ່ວມກັນຢ່າງໃກ້ຊິດ. ຫາກວ່າຢູເຄຣນໄປເຂົ້າຮ່ວມກັບຝັ່ງອາເມຣິກາ ຫຼື NATO ຖ້າເບິ່ງໃນມຸມເສດຖະກິດແລະຄວາມໝັ້ນຄົງ ຖືວ່າຣັດເຊຍແມ່ນເສຍປຽບຫຼວງຫຼາຍ.

  1. ຕໍ່ມາທ່າທີຂອງ NATO ທີ່ເອີ້ນໄດ້ວ່າກືນບໍ່ໄດ້ຄາຍບໍ່ອອກ ເພາະການບໍ່ຮອງຮັບຈາກ NATO ວ່າຈະບໍ່ຮັບເອົາຢູເຄຣນເປັນຊະມາຊິກນັ້ນ ນຳມາສູ່ເຫດການສຳຄັນຄື ຣັດເຊຍໄດ້ສົ່ງທະຫານປະມານ 130,000 ຄົນໄປປະຈຳການທີ່ຊາຍແດນຢູເຄຣນ ຍັງບໍ່ນັບທະຫານອີກ 30,000 ຄົນທີ່ໄປຝຶກຊ້ອມຢູ່ເບລາຣຸສ ທີ່ຈະສາມາດບຸກເຂົ້າໄປຢູເຄຣນໄດ້ທຸກເວລາ.

    ດ້ວຍເຫດນັ້ນເຫດໃຫ້ຫຼາຍຝ່າຍກັງວົນວ່າຈະເກີດສົງຄາມຂຶ້ນມາແທ້ໆ ເຮັດໃຫ້ຊາດຕາເວັນຕົກສ່ວນຫຼາຍບໍ່ພໍໃຈການກະທຳຂອງຣັດເຊຍ ເພາະບັນດາປະເທດເບິ່ງວ່າ ຢູເຄຣນເປັນປະເທດອິດສະຫຼະ ມີຄວາມຄິດເປັນຂອງຕົນເອງ ຖ້າຢາກຈະເຂົ້າຮ່ວມກັບ NATO ຫຼື ບໍ່ກໍເປັນສິດຂອງຊາດນັ້ນ ຣັດເຊຍບໍ່ມີສິດມາແຊກແຊງ.
  2. ເລື່ອງລາວເລີ່ມບານປາຍ ທາງດ້ານປະທານາທິບໍດີ ປູຕິນອອກຂໍ້ຮຽກຮ້ອງໃຫ້ NATO ມີຄຳສັ່ງບໍ່ອະນຸຍາດໃຫ້ຢູເຄຣນເປັນສະມາຊິກໂດຍຖາວອນ ແລະ ຕ້ອງຖອນກຳລັງທີ່ປະຈຳການຢູ່ໃນບັນດາປະເທດທີ່ເຂົ້າຮ່ວມ NATO ຫຼັງປີ 1997 ທັງໝົດ.
  3. ໃນວັນທີ 21 ກຸມພາ 2022 ສະຖານະການເລີ່ມທະວີຄວາມຮຸນແຮງຂຶ້ນເລື້ອຍໆເມື່ອທາງປະທານາທິບໍດີ ປູຕິນ ໄດ້ລົງນາມໃນຂໍ້ບັນຍັດຮອງຮັບສະຖານະຂອງ ໂດເນດສ໌ (Donetsk) ແລະ ລູຮັນສ໌ (Luhansk) ທີ່ປະກາດແຍກຕົວເປັນເອກະລາດ ແລະ ກຽມຍົກສອງດິນແດນນີ້ເປັນປະເທດ ພ້ອມທັງສັ່ງໃຫ້ກອງທັບຣັດເຊຍບຸກເຂົ້າໄປໃນເຂດ ໂດເນດສ໌ ແລະ ລູຮັນສ໌ ໂດຍໃຫ້ເຫດຜົນວ່າເພື່ອເຂົ້າໄປປ້ອງກັນສັນຕິພາບຈາກການຮຸກຮານຂອງຢູເຄຣນ.
  1. ທາງດ້ານຢູເຄຣນຮູ້ສຶກບໍ່ພໍໃຈຢ່າງແຮງ ເພາະ ໂດເນດສ໌ ແລະ ລູຮັນສ໌ ຖືວ່າເປັນສ່ວນໜຶ່ງຂອງຢູເຄຣນ ການທີ່ຣັດເຊຍເຮັດແບບນີ້ ກໍປຽບເໝືອນການຮຸກຮານດິນແດນຂອງຕົນ ຈາກຈຸດນີ້ເຮັດໃຫ້ສະຖານະການຂອງຣັດເຊຍແລະຢູເຄຣນເພີ່ມຄວາມເຄັ່ງຕຶງເຂົ້າໄປອີກ ແລະ ທົ່ວໂລກກໍໄດ້ຈັບຕາວ່າສະຖານະການລະຫວ່າງສອງປະເທດຈະດຳເນີນໄປໃນທິດທາງໃດ.
  2. ຕໍ່ມາໃນວັນທີ 24 ກຸມພາ 2022 ວະລາດິເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍ ໄດ້ອອກຄຳສັ່ງໃຫ້ເລີ່ມປະຕິບັດການທາງທະຫານໃນພາກພື້ນດອນບາສ ພ້ອມໃຫ້ຮຽກຮ້ອງໃຫ້ກອງທັບຢູເຄຣນວາງອາວຸດ ແລະ ຍອມຈຳນົນ ແລະ ກັບເມືອເຮືອນ ຫາກບໍ່ຢາກໃຫ້ເກີດການນອງເລືອດ.

ໃນເວລາຕໍ່ມາຂອງມື້ດຽວກັນ ກໍໄດ້ເກີດສຽງລະເບີດເກີດຂຶ້ນຫຼາຍຄັ້ງໃນຕົວເມືອງໃຫຍ່ຕ່າງໆ ຂອງຢູເຄຣນ ລວມທັງ ຄຽບຟ໌ ເມືອງຫຼວງຂອງຢູເຄຣນ ແລະ ຈາກນັ້ນກໍມີການໂຈມຕີແບບເຕັມຮູບແບບຈາກທາງບົກ, ທາງອາກາດ ເຊິ່ງນັ້ນກໍເປັນທີ່ມາຂອງສົງຄາມຄັ້ງນີ້.

ສົງຄາມຢູເຄຣນ-ຣັດເຊຍ ຈະເປັນເປັນໄປໃນທິດທາງໃດເຮົາກໍຕ້ອງມາຈັບຕາແລະເຝົ້າຕິດຕາມກັນອີກຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/