ຢ່າຫາເຮັດ! ນັກເຕະໃນລີກລະດັບ 3 ຂອງສະໂລວາເກຍ ຂີ່ຄໍກັນເພື່ອຫວັງຈະເຮັດປະຕູຈາກລູກເຕະແຈ ກ່ອນຈະຖືກກຳມະການບອກໃຫ້ລົງມາ

ນັກເຕະ

ສຳລັບກິລາບານເຕະ ການມີຮູບຮ່າງສູງໃຫຍ່ກໍເປັນອີກໜຶ່ງຂໍ້ໄດ້ປຽບໃນການຫຼິ້ນບານເທິງອາກາດ ຫຼື ເຮັດປະຕູຈາກລູກເປີດແຈ ເຊັ່ນນັກເຕະຂອງທີມ FK Slovan ທີມຈາກລີກລະດັບ 3 ຂອງສະໂລວາເກຍທີ່ເຫັນເຖິງຄວາມສຳຄັນຂອງເລື່ອງນີ້ ແລະ ໄດ້ພະຍາຍາມເພີ່ມຄວາມສູງຂອງຮ່າງກາຍເພື່ອເພີ່ມໂອກາດໃນການເຮັດປະຕູຈາກລູກເປີດແຈ ໂດຍການຂີ່ຄໍກັນ ກ່ອນທີ່ກຳມະການຈະສັ່ງຫ້າມ ແລະ ບອກວ່າຫ້າມເຮັດແນວນັ້ນ.

ນັກເຕະ

ໂດຍວິທີການແປກໆນີ້ ເກີດຂຶ້ນໃນການແຂ່ງຂັນ ລີກລະດັບ 3 ຂອງ ສະໂລວາເກຍ ເຊິ່ງເປັນການພົບກັນລະຫວ່າງ K Slovan Most pri Bratislave ແລະ TJ Rovinka ເມື່ອວັນທີ 26 ກັນຍາ 2022. ໂດຍພາບຈາກວິດີໂອໃຫ້ເຮົາເຫັນວ່າ ຢູ່ດີໆ ນັກເຕະຂອງທີມ K Slovan ທີ່ຊື່ວ່າ Mostu ກໍໄດ້ຂີ່ຄໍໝູ່ຮ່ວມທີມຄົນໜຶ່ງ ເພື່ອຫວັງເຮັດໃຫ້ພວກເຂົາສູງຂຶ້ນ ແລະ ຈະໄດ້ເອົາຫົວຕີບານເຮັດປະຕູໄດ້ຈາກລູກເຕະແຈ.

ນັກເຕະ

ຢ່າງໃດກໍຕາມ ເຖິງວ່າການເຮັດແບບນີ້ຈະຜິດກົດລະບຽບຂອງກີລາບານເຕະ ເລີຍຈັກຂໍ້ ແຕ່ກຳມະການໃນເກມນັ້ນກໍໄດ້ເປົ່າໝາກຫວີດຢຸດເກມ ແລະ ແລ່ນເຂົ້າໄປບອກທັງ 2 ຄົນ ວ່າໃຫ້ລົງມາຢ່າເຮັດແນວນັ້ນ ກ່ອນທີ່ Mostu ຈະຟ້າວລົງຈາກຄໍໝູ່ໂດຍໄວ.

ນັກເຕະ

Richard Šafárik ກຳມະການໃນເກມນີ້ ກ່າວກັບສື່ໃນສະໂລວາເກຍ ວ່າ: “ຂ້ອຍຕົກໃຈໜ້ອຍໜຶ່ງ ຂ້ອຍບໍ່ເຄີຍເຫັນເລື່ອງແບບນີ້ມາກ່ອນ ຂ້ອຍຫຼົງຫົວກັບມັນໜ້ອຍໜຶ່ງ ກ່ອນທີ່ຈະຕັ້ງສະຕິໄດ້ ແລະ ເຂົ້າແກ້ໄຂສະຖານະການເພື່ອຄວາມປອດໄພຂອງທັງ 2 ນັກເຕະນັ້ນເອງ”.

ສ່ວນຜົນການແຂ່ງຂັນຂອງນັດນີ້ ປາກົດວ່າ FK Slovan Most pri Bratislave ເປັນຝ່າຍທີ່ເປີດບ້ານເສຍໄຊໃຫ້ກັບ TJ Rovinka ໄປດ້ວຍສະກໍ 1 ປະຕູຕໍ່ 2. ເອີ້ນໄດ້ວ່າແຜນການຕໍ່ຕົວຄັ້ງນີ້ຂອງນັກເຕະ FK Slovan ເຮັດໃຫ້ ນັກເຕະຝ່າຍກົງກັນຂ້າມຢືນງົງກັນໝົດສະໜາມກັນເລີຍ

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ