ມີມທຳອິດຂອງໂລກ! ທີ່ມີອາຍຸເຖິງ 100 ປີ

ມີມທຳອິດຂອງໂລກ

ຖ້າເວົ້າເຖິງເລື່ອງມີມແລ້ວ ມັນສາມາດເຮັດໃຫ້ເຮົາມີຄວາມສຸກ, ຕະຫຼົກເຮຮາ ບໍ່ວ່າຈະເປັນມີມກາຕູນ, ຮູບເງົາ, ເພງ, ມີມຈາກສັດ ຫຼື ອື່ນໆອີກຫຼາຍ. ແຕ່ຮູ້ບໍ່ວ່າມີມທຳອິດຂອງໂລກນັ້ນມາຈາກໃສ.

ມີມນີ້ຖືກຄົ້ນພົບໃນວາລະສານສຽດສີ “The Judge” ສະບັບປີ 1921 ຈາກຜູ້ໃຊ້ Tumblr ທີ່ມີຊື່ວ່າ Yesterday’s Print ທີ່ສົນໃຈເອົາສິ່ງທີ່ພິມສະໄໝກ່ອນມາເຜີຍແຜ່ໃຫ້ຄົນໄດ້ເບິ່ງ ແລະ ໄດ້ຮູ້ກັນ. ຫຼັງຈາກທີ່ປ່ອຍໂພສໄປ ກໍມີຄົນໃຫ້ຄວາມສົນໃຈເປັນຈຳນວນຫຼາຍ ແລະ ບາງຄົນກ່າວວ່າມັນອາດເປັນມີມທຳອິດຂອງໂລກ.

ມີມທຳອິດຂອງໂລກ

ວາລະສານສະບັບນີ້ ຕີພິມໂດຍມະຫາວິທະຍາໄລ “University of Iowa” ຫຼັງຈາກນັ້ນ ທາງມະຫາວິທະຍາໄລ ກໍໄດ້ມີການສະແກນເປັນໄຟລ໌ດິຈິຕອລ ແລ້ວເອົາຮູບພາບລົງມາເຜີຍແຜ່ ເຊິ່ງຫຼາຍຄົນຕ່າງກໍມີຫຼາຍຄວາມຄິດ ມຸມມອງ, ບາງຄົນກໍວ່າເປັນພຽງຮູບກາຕູນທຳມະດາ ແລະ ບາງຄົນກໍວ່າເປັນພາບທີ່ຖືກດັດແປງມາ. ແຕ່ກໍມີຄົນບອກວ່າຮູບນີ້ກໍມີຄວາມຄ້າຍຄືກັບມີມຢູ່ຄືກັນ ແລະ ຄາດວ່າເປັນມີມທຳອິດຂອງໂລກ ເຊິ່ງມີອາຍຸມາກວ່າ 101 ປີແລ້ວ.

ວັດທະນະທຳຂອງມີມນິຍາມມາຕັ້ງແຕ່ 1976 ໂດຍ Richard Dawkins ນັກຊີວະວິທະຍາວິວັດທະນາການຊາວອັງກິດ ຈາກງານ The Selfish Gene ກໍເຮັດໃຫ້ເຮົາໄດ້ເຫັນວ່າມັນເປັນອີກເຄື່ອງມືທີ່ສື່ສານຄວາມຄິດຂອງມະນຸດອີກອັນໜຶ່ງໄດ້ດີພໍສົມຄວນ ນອກເໜືອຈາກຄຳເວົ້າ, ພາບ ແລະ ສື່ຕ່າງໆ ສາມາດສ້າງຄວາມສຳພັນທາງວັດທະນະທຳໄດ້ອີກດ້ວຍ.

ເຖິງວ່າມີມສາມາດສ້າງຄວາມມ່ວນຊື່ນ ແລະ ສ້າງປະໂຫຍດ ແຕ່ຄົນອາດເອົາໄປໃຊ້ໃນທາງທີ່ຜິດ ຫຼື ອາດຈະສາມາດສ້າງຄວາມກຽດຊັງ ຍຸຍົງໄປໃນທາງດ້ານການເມືອງ, ສາສະໜາ ແລະ ອື່ນໆ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ