ປັງແຮງ! ໂຮງຮຽນແຫ່ງໜຶ່ງໃນຈີນສ້າງສະໜາມກິລາຢູ່ຊັ້ນເທິງສຸດຂອງອາຄານຮຽນ ທີ່ມາພ້ອມທິວທັດສວຍງາມແລະປະຢັດເນື້ອທີ່ໄປພ້ອມໆກັນ

ໂຮງຮຽນ

ເຊື່ອວ່າຫຼາຍໆຄົນຕ້ອງເຄີຍຝັນທີ່ຈະເຂົ້າໂຮງຮຽນທີ່ມີສະລອຍນ້ຳ, ມີເດີ່ນກິລາກວ້າງໆ, ຫ້ອງທົດລອງໃຫຍ່ໆ, ຫ້ອງເຮັດວຽກກ່ຽວກັບສິລະປະ, ຫ້ອງຄອມພິວເຕີທີ່ທັນສະໄໝ ແລະ ອື່ນໆ… ເຊິ່ງນັ້ນເອີ້ນໄດ້ວ່າເປັນເລື່ອງປົກກະຕິຂອງຊີວິດມະນຸດເຮົາທີ່ຢູ່ໃນໄວນັກຮຽນນັກສຶກສາ. ຢ່າງໃດກໍຕາມເບິ່ງຄືວ່າໂຮງຮຽນແຫ່ງນີ້ທີ່ຕັ້ງຢູ່ໃນປະເທດຈີນກ້າວໄປອີກຂັ້ນແລ້ວ ເພາະຊັ້ນສູງຂອງອາຄານຂອງໂຮງຮຽນທີ່ຢູ່ຊັ້ນສູງສຸດມັນໄດ້ກາຍເປັນເດີ່ນກິລາໄປແລ້ວ.

ໂຮງຮຽນ

ເມື່ອບໍ່ດົນມານີ້ສຳນັກຂ່າວຊິນຫົວ (Xinhua) ໄດ້ເຜີຍພາບຂອງໂຮງຮຽນປະຖົມໝາຍເລກ 6 ທີ່ຕັ້ງຢູ່ເຂດສີເຫີ ເມືອງເຕີ໋ໂຈວ ມົນທົນຊານຕົງທາງຕາເວັນຕົກຂອງຈີນ ໄດ້ກໍ່ສ້າງອາຄານແບບປະສົມປະສານ 3 ສ່ວນເຊິ່ງໄດ້ແກ່ ເດີ່ນຈອດລົດທີ່ຢູ່ຊັ້ນໃຕ້ດິນ, ອາຄານຮຽນທີ່ຢູ່ຊັ້ນກາງ ແລະ ສະໜາມກິລາທີ່ຢູ່ຊັ້ນເທິງສຸດຂອງຕົວອາຄານ ໂດຍການອອກແບບແລະກໍ່ສ້າງແບບນີ້ມັນໄດ້ຊ່ວຍໃຫ້ປະຢັດເນື້ອທີ່ດິນໄດ້ເຖິງ 54%.

ໂຮງຮຽນ

ເຊິ່ງຈຸດພິເສດຂອງອາຄານຂອງໂຮງຮຽນນີ້ທີ່ໄດ້ກ່າວມາຄື ການອອກແບບທີ່ໄດ້ຍົກເອົາສະໜາມກິລາໄປໄວ້ຢູ່ຊັ້ນເທິງສຸດຂອງຕົວອາຄານ ເຮັດໃຫ້ນັກຮຽນມີສະຖານທີ່ອອກກໍາລັງກາຍ ແລະ ເຮັດກິດຈະກໍາອື່ນໆ ໄດ້ຢ່າງສະດວກສະບາຍ ແລະ ປອດໄພ. ພ້ອມນັ້ນຍັງໄດ້ປັບປຸງສະພາບແວດລ້ອມ ແລະ ລັກສະນະພາຍນອກຂອງໂຮງຮຽນໃຫ້ມີຄວາມທັນສະໄໝເດັ່ນສະດຸດຕາອີກພ້ອມ.

ໂຮງຮຽນ

ຂອບໃຈຮູບ ແລະ ເນື້ອຫາຈາກ: ສຳນັກຂ່າວ Xinhua

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ