“ຢວນ” ກາຍເປັນສະກຸນເງິນທີ່ໄດ້ຮັບຄວາມນິຍົມຫຼາຍຂຶ້ນໃນຣັດເຊຍແທນທີ່ ໂດລາ ແລະ ຢູໂຣ


ເວັບໄຊສະຖານີໂທລະທັດ RT News ຂອງຣັດເຊຍໄດ້ລາຍງານອ້າງອີງຈາກຖະແຫຼງການຂອງທະນາຄານ VTB ເຊິ່ງເປັນທະນາຄານທີ່ໃຫຍ່ເປັນອັບດັບສອງຂອງຣັດເຊຍພາຍໃຕ້ການກຳກັບດູແລຈາກລັດຖະບານທີ່ເປີດໂອກາດໃຫ້ລູກຄ້າເປີດບັນຊີເງິນຝາກໃນຮູບແບບສະກຸນເງິນຢວນ ແລະ ໃຫ້ອັດຕາດອກເບ້ຍສູງເຖິງ 8% ຫຼັງລະບົບການເງິນການທະນາຄານຂອງປະເທດຖືກຂຶ້ນບັນຊີດຳເພາະມາດຕະການຂວ້ຳບາດຈາກບັນດາຊາດຕາເວັນຕົກ ເຮັດໃຫ້ທະນາຄານຣັດເຊຍບໍ່ສາມາດເຂົ້າເຖິງສະກຸນເງິນໂດລາ ແລະ ຢູໂຣໄດ້.

ຕາມຖະແຫຼງການຂອງທະນາຄານລະບຸວ່າ ທ່າມກາງສະຖານະການທີ່ສະກຸນໂດລາແຂງຄ່າຂຶ້ນແລະອັດຕາແລກປ່ຽນສະກຸນເງິນຢູໂຣທີ່ແປປວນ ເຮັດໃຫ້ລູກຄ້າຂອງທະນາຄານສະແດງຄວາມສົນໃຈທີ່ຈະລົງທຶນໃນສະກຸນເງິນອື່ນໆ ແລະ ສະກຸນເງິນຢວນກໍເປັນໜຶ່ງໃນສະກຸນເງິນທາງເລືອກທີ່ລູກຄ້າສາມາດເຂົ້າເຖິງໄດ້ ອີກທັງຍັງມີທາງເລືອກໃນການລົງທຶນທີ່ຫຼາກຫຼາຍ.

ສຳລັບລູກຄ້າເກົ່າຂອງທະນາຄານ VTB ສາມາດເປີດບັນຊີກັບທະນາຄານຜ່ານລະບົບອອນລາຍ ໂດຍຝາກຂັ້ນຕ່ຳທີ່ 100 ຢວນ ແຕ່ຫາກເປັນການເປີດບັນຊີໃໝ່ທີ່ທະນາຄານຈະຕ້ອງຝາກຂັ້ນຕ່ຳຢູ່ທີ່ 500 ຢວນຂຶ້ນໄປ.

ຍິ່ງໄປກວ່ານັ້ນ ທາງທະນາຄານຍັງລະບຸວ່າ ບໍລິການຄັ້ງນີ້ຈະເປັນທາງເລືອກທີ່ສາມາດເຮັດກຳໄລໄດ້ຫຼາຍທີ່ສຸດໃນການຝາກເງິນໃນສະກຸນເງິນຕ່າງປະເທດ ໂດຍຜົນຕອບແທນປະຈຳປີຂອງເງິນຝາກອາຍຸ 3 ເດືອນຄື 8% ໃນສະກຸນເງິນໂດລາ ແລະ 7% ໃນສະກຸນເງິນຢູໂຣ.

ໃນປັດຈຸບັນ ການຝາກໃນສະກຸນຣູເບິ້ລອາຍຸ 6 ເດືອນ ໃຫ້ຜົນຕອບແທນທີ່ 21% ຕໍ່ປີ ໂດຍທະນາຄານ VTB ກ່າວໃນໄລຍະອາທິດທີ່ຜ່ານມາ ລູກຄ້າຂອງທະນາຄານໄດ້ລົງທຶນໄປແລ້ວຫຼາຍກວ່າລ້ານລ້ານຣູເບິ້ລໃນຜະລິດຕະພັນອອມຊັບແບບດັ້ງເດີມ.

ທາງດ້ານ ຄູນ ໂກະ (Khoon Goh) ຫົວໜ້າຝ່າຍວິໄຈໃນເອເຊຍຂອງ Australia & New Zealand Banking Group ໃຫ້ສໍາພາດກັບທາງສໍານັກ Bloomberg ວ່າ ທະນາຄານຣັດເຊຍບາງແຫ່ງບໍ່ສາມາດເຂົ້າເຖິງສະກຸນເງິນອື່ນໄດ້ ດັ່ງນັ້ນຢວນຈຶ່ງເປັນທາງເລືອກອື່ນທີ່ດີທີ່ສຸດ. ຢ່າງໃດກໍຕາມ ວິທີທີ່ງ່າຍທີ່ສຸດສຳລັບຣັດເຊຍໃນການຂຶ້ນເງິນຢວນກໍຄືການຮັບເງິນຜ່ານການຊື້ຂາຍ ໂດຍລູກຄ້າຂອງທະນາຄານຣັດເຊຍທີ່ເປັນຜູ້ສົ່ງອອກສາມາດສົ່ງສິນຄ້າຂາຍໃຫ້ກັບຈີນແລະຮັບຄ່າຕອບແທນເປັນສະກຸນເງິນຢວນໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/