ຂໍສະແດງຄວາມຍິນດີນຳ 6 ຄົນລາວທີ່ໄດ້ເຂົ້າຮ່ວມໂຄງການ YSEALI SUMMIT 2022


ເມື່ອບໍ່ດົນມານີ້ເພຈທາງການຂອງໂຄງການ Young Southeast Asian Leaders Initiative (YSEALI) ກໍໄດ້ປະກາດລາຍຊື່ບຸກຄົນທີ່ໄດ້ຜ່ານເຂົ້າຮ່ວມໂຄງການ YSEALI SUMMIT 2022. ສຳລັບໂຄງການນີ້ປະເທດລາວເຮົາກໍໄດ້ ມີ 6ຕົວແທນ ທີ່ໄດ້ເຂົ້າຮ່ວມເຊິ່ງປະກອບມີ:

  1. ສິນສະຫວັນ ສອນປະເສີດ
  2. ດວງດາລາ ຄຳພັນທອງ
  3. ທິບພາພອນ ສຸພິດາ
  4. ສັກດາວົງ ມັງຄະເສີມ
  5. ຈັນສະໄຫມ ຣັດຕະນະສຸວັນນະຜົນ
  6. ທິບພະຈັນ ດວງມະນີ

ໂຄງການນີ້ຈັດຂຶ້ນໂດຍສະຖານທູດສະຫະລັດອາເມຣິກາປະຈຳ ນະຄອນ ບັນດາ ເສຣີເບກາວັນ (Bandar Seri Begawan) ຂອງ ບຣູໄນ ໂດຍຈະໄດ້ຮວບຮວມບັນດາໄວໜຸ່ມ YSEALI ຈຳນວນ 90 ຄົນ ຈາກ 10 ປະເທດໃນອາຊຽນ (ລວມທັງປະເທດຕີມໍເລສເຕ) ທີ່ມີສັກກະຍະພາບ, ທັກສະ, ໄຫວພິບ ແລະ ຄວາມສາມາດ ແບບບໍ່ມີຂອບເຂດ ເພື່ອຊ່ວຍກັນເຮັດພາລະກິດແກ້ໄຂບັນຫາກ່ຽວກັບໂລກຮ້ອນ ແລະ ການນຳໃຊ້ເທັກໂນໂລຢີຕ່າງໆ ເພື່ອເຮັດໃຫ້ມີການປ່ຽນແປງແລະເປັນຕົວຈຸດປະກາຍໃນການດຳເນີນການດ້ານສະພາບອາກາດໃນພາກພື້ນອາຊີຕາເວັນອອກສຽງໃຕ້.

ຫົວຂໍ້ຫຼັກໆ ຫຼື ຕີມ ຂອງງານຈະແມ່ນ Empowering Technology for a Greener Future ເຊິ່ງຈະມີຫົວຂໍ້ຍ່ອຍໆ ອີກເຊັ່ນ: Climate Change in SEA (Southeast Asia), ພວກແຄມເປນຕ່າງໆ ແລະ ການທີ່ເຮົານຳໃຊ້ເທັກໂນໂລຢີເຂົ້າມາຊ່ວຍແກ້ໄຂບັນຫາໃນດ້ານນີ້. ນອກນັ້ນຍັງຈະມີການແຂ່ງຂັນຊິງທຶນດຳເນີນໂຄງການ, ການເຂົ້າຝຶກງານກັບໜ່ວຍງານ ແລະ ອົງກອນຊັ້ນນຳຕ່າງໆ.

ໂດຍໂຄງການນີ້ຈະເລີ່ມຕົ້ນປະຕິບັດພາຍໃນເດືອນມີນາ ແກ່ຍາວໄປຈົນຮອດເດືອນພະຈິກ 2022 ເຊິ່ງຮູບແບບຂອງການເຂົ້າຮ່ວມໂຄງການແມ່ນເປັນແບບ ອອນລາຍ. ຂໍສະແດງຄວາມດີໃຈນຳ 6 ຄົນທີ່ເປັນຕົວແທນຂອງປະເທດລາວເຮົາ ທີ່ໄດ້ເຂົ້າຮ່ວມໂຄງການນີ້ ພ້ອມກັນນັ້ນເຊື່ອວ່າທັງ 6 ຄົນຈະຕ້ອງນຳເອົາຄວາມຮູ້, ຄວາມສາມາດ ທັກສະ, ວິໄສທັດ ກັບມາພັດທະນາປະເທດຊາດເຮົາຢ່າງແນ່ນອນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/