Karim Benzema ຈາກພະຮອງຂອງ Real Madrid ສູ່ພະເອກທີ່ທີມຂາດບໍ່ໄດ້


ຖ້າຈະຄິດເຖິງສູນໜ້າດາວຍິງທີມຊາດຝຣັ່ງ ຍຸກນີ້ຫຼາຍຄົນກໍຕ້ອງຍົກໃຫ້ Kylien Mbappe ສຸດຍອດກອງໜ້າຈາກ ສະໂມສອນ Paris Saint-Germain ຢ້ອນກັບໄປອີກກໍຄົງຈະແມ່ນ Thierry henry ຕຳນານຂອງ Arsenal, ກ່ອນໜ້ານັ້ນກໍມີ Eric Cantona ດາວຍິງໃນຕຳນານຂອງ Manchester United. ແຕ່ຍັງມີອີກຄົນໜຶ່ງທີ່ແຟນບານຫຼາຍຄົນເບິ່ງຂ້າມ ນັ້ນກໍຄື Karim Benzema ສູນໜ້າອາຍຸ 34ປີ ຈາກສະໂມສອນ Real Madrid ທີ່ຫຼາຍຄົນເຫັນລາວເປັນພຽງຕົວຊ່ວຍຂອງ Cristiano  Ronaldo ຕະຫຼອດ 9ປີ ທີ່ຫຼິ້ນນຳກັນມາ.

Karim Benzema ຍ້າຍເຂົ້າມາໃນຮົ້ວ Santiago Bernabeu (ຊື່ສະໜາມຂອງ Real Madrid) ໃນປີ 2009 ຈາກ Olympic Lyon ດ້ວຍອາຍຸພຽງແຕ່ 21 ປີ ແຕ່ຄ່າຕົວສູງເຖິງ 35ລ້ານ ຢູໂຣ ເຊິ່ງຖືວ່າສູງຫຼາຍໃນຕອນນັ້ນ ກັບກອງໜ້າອາຍຸນ້ອຍແບບນີ້.

Karim Benzema ໃນຕອນນັ້ນ ເປັນທີ່ສົນໃຈຂອງບັນດາທີມໃຫຍ່ທົ່ວໂລກ ໃນຖານະກອງໜ້າດາວຮຸ່ງອານະຄົດໄກຂອງວົງການບານເຕະຝຣັ່ງ. ແຕ່ໂຊກຮ້າຍທີ່ໃນປີດຽວກັນນັ້ນ ລາວຍ້າຍເຂົ້າມາພ້ອມກັບ Cristiano Ronaldo, Ricardo Kaka ແລະ Xavi Alonso ເຊິ່ງໃນເວລານັ້ນ 3 ຄົນນີ້ ຖືເປັນຕົວທັອບໆ ຂອງວົງການໄປແລ້ວ ເຮັດໃຫ້ການຍ້າຍເຂົ້າມາຂອງລາວບໍ່ໄດ້ຮັບຄວາມສົນໃຈເທົ່າທີ່ຄວນ.

Benzema ຢູ່ໃນທີມ Real Madrid ໃນຖານະພະຮອງມາຕະຫຼອດ ໂດຍໄລຍະທຳອິດທີ່ເຂົ້າມາ ລາວເປັນໄດ້ພຽງກອງໜ້າເບີ 2 ຮອງຈາກ Gonzalo Higuain ສູນໜ້າທີມຊາດ ອາເຈນຕິນ່າ ເທົ່ານັ້ນ. ໂດຍໃນລະດູການທຳອິດຂອງລາວກັບ Real Madrid ລາວລົງຫຼິ້ນທຸກລາຍການລວມກັນໄປພຽງ 33 ນັດ ແລະ ເຮັດປະຕູໄດ້ແຕ່ 9 ປະຕູເທົ່ານັ້ນ.

ໃນຍຸກທີ່ 3 ປະສານ ຂອງ 2 ທີມ ຍັກໃຫຍ່ຈາກສະເປນໂດ່ງດັງສຸດຂີດ ໂດຍມີ BBC (ລະຫັດເອີ້ນ 3 ປະສານໂດຍຫຍໍ້ມາຈາກຊື່ຂອງນັກເຕະ 3 ຄົນ) ຂອງ Real Madrid ເຊິ່ງປະກອບມີ Bale, Benzema ແລະ Cristiano Ronaldo. ສ່ວນທາງ Barcelona ກໍມີ MSN ເຊິ່ງປະກອບມີ Messi, Suarez ແລະ Neymar ເຊິ່ງຫຼາຍຄົນກໍຄົງຈະເດົາອອກວ່າຄົນທີ່ຖືກເບິ່ງຂ້າມ ແລະ ວິພາກວິຈານຫຼາຍສຸດກໍແມ່ນ Benzema ເຊິ່ງນັບແຕ່ປີ 2014-2017 ລາວຍິງປະຕູໄປພຽງແຕ່ 69 ປະຕູ, ຖ້າທຽບໃສ່ຄົນອີກອີກ 5 ຄົນນັ້ນຖືວ່າຍັງໜ້ອຍຫຼາຍ.

ແຕ່ເປັນທີ່ໜ້າແປກໃຈຫຼາຍ ທີ່ລາວຍັງສາມາດ ຍຶດຕຳແໜ່ງຕົວຈິງ ຂອງ Real Madrid ມາໄດ້ຮອດ 10 ກວ່າປີ ເພາະຈາກຈຳນວນປະຕູທີ່ລາວເຮັດໄດ້ ກັບຕຳແໜ່ງກອງໜ້າຕົວເປົ້າ ຄວນຈະຖືກຂາຍຖິ້ມໄປດົນແລ້ວ. ກ່ຽວກັບເລື່ອງນີ້ ຄູຝຶກຫຼາຍຄົນບອກວ່າ ບົດບາດຂອງ Benzema ບໍ່ແມ່ນມີພຽງແຕ່ການຍິງປະຕູ ລາວອາດຈະຍິງບໍ່ໄດ້ຫຼາຍຄືໝູ່ ແຕ່ທີ່ໝູ່ຍິງໄດ້ຫຼາຍສ່ວນໜຶ່ງກໍເປັນຍ້ອນລາວຊ່ວຍ.

Carlo Ancelotti ຄູຝຶກຊາວອິຕາລີເຄີຍເວົ້າວ່າ: “Cristiano Ronaldo ອາດຈະເປັນລະເບີດ ແຕ່ Benzema ແມ່ນເປັນກົນໄກທີ່ເຮັດໃຫ້ລະເບີດໜ່ວຍນີ້ສາມາດເຮັດວຽກໄດ້”.  ຕະຫຼອດ 12 ປີ ທີ່ຢູ່ກັບ Real Madrid ປ່ຽນຄູຝຶກໄປ 6 ຄົນ ແຕ່ Benzema ກໍຍັງເປັນຕົວເລືອກອັນດັບຕົ້ນໆ ຂອງຄູຝຶກທຸກຄົນຢູ່ດີ.

ມາຮອດປີ 2018 ທີ່ Cristiano Ronaldo ໄດ້ຍ້າຍອອກຈາກ Real Madrid ໃນຕອນນັ້ນສະຖານະຂອງ Benzema ກໍເລີ່ມມີຄວາມສຳຄັນຫຼາຍຂຶ້ນ ເຖິງແມ່ນວ່າ ຄົນທີ່ຖືກຕັ້ງໃຫ້ເປັນຕົວແທນຂອງ Ronaldo ຈະແມ່ນ Gareth Bale ປີກຄວາມໄວສູງ ທີມເວລ ກໍຕາມ ແຕ່ຈາກອາການບາດເຈັບ ແລະ ຟອມການຫຼິ້ນທີ່ບໍ່ສະໝໍ່າສະເໝີ ຂອງ Gareth Bale ເຮັດໃຫ້ Benzema ກ້າວຂຶ້ນມາເປັນກຳລັງຫຼັກ ພ້ອມເປັນຜູ້ນຳໃນເກມບຸກຂອງ Real Madrid ແລະ ເປັນນັກເຕະທີ່ທີມຂາດບໍ່ໄດ້.

ຕະຫຼອດ 9 ລະດູການ ທີ່ Benzema ຫຼິ້ນຮ່ວມກັບ Cristiano Ronaldo ລາວຍິງປະຕູໄປທັງໝົດ 192 ປະຕູ, ແຕ່ຫຼັງຈາກທີ່ບໍ່ມີ Cristiano Ronaldo ນັ້ນ ພຽງແຕ່ 4 ລະດູການ ລາວຍິງປະຕູໄປເຖິງ 117 ປະຕູ.

4 ລະດູການຫຼັງສຸດ Benzema ບໍ່ເຄີຍຍິງປະຕູໄດ້ໜ້ອຍກວ່າ 20 ປະຕູຈັກເທື່ອ. Benzema ເປັນນັກເຕະຄົນດຽວ ຈາກ ກາຣາຕິກອສ (Galacticos) ຍຸກສຸດທ້າຍ (ເປັນຊື່ໂປຣເຈັກລວມດາຣາໂລກຂອງປະທານສະໂມສອນ Florentino Perez).

Benzema ກາຍເປັນນັກເຕະທີ່ເຮັດ hat trick ໄດ້ໃນ ລາຍການ UEFA Champion League ດ້ວຍອາຍຸ 34 ປີ ກັບອີກ 80 ມື້ ແລະ ກາຍເປັນຄົນທຳອິດທີ່ຍິງປະຕູໄດ້ໃນ UEFA Champions League 18 ປີ ຕິດຕໍ່ກັນ ນັບຕັ້ງແຕ່ 2005-2022 (ປີປະຕິທິນ).

ລະດູການ 2021-22, Benzema ລົງຫຼິ້ນໃຫ້ກັບ Rel Madrid 33 ນັດໃນທຸກການແຂ່ງຂັນ, ຍິງໄດ້ 32 ປະຕູ ແລະ ຊ່ວຍໝູ່ເຮັດປະຕູໄປອີກ 12 ປະຕູ, ລວມທັງໝົດລາວມີສ່ວນກັບປະຕູທີ່ເກີດຂຶ້ນໄປຮອດ 44 ປະຕູ. ລາວເປັນດາວຍິງສູງສຸດຂອງລາລີກາໃນຕອນນີ້ ດ້ວຍຈຳນວນ 20 ປະຕູ ແລະ ກໍາລັງຈະເປັນແຊ້ມລີກສະໄໝທີ 4 ກັບທີມ.

Benzema ອາດເປັນນັກເຕະທີ່ຫຼາຍຄົນເບິ່ງຂ້າມ, ດູຖູກຄວາມສາມາດຂອງລາວ ແລະ ເບິ່ງຄືວ່າລາວເປັນນັກເຕະທີ່ໄດ້ຮັບຄຳຍ້ອງຍໍໜ້ອຍເກີນໄປ ຖ້າທຽບຜົນງານ, ຄວາມສະໝໍ່າສະເໝີ ກັບກອງໜ້າຊື່ດັງຄົນອື່ນໆ ສ່ວນໜຶ່ງກໍເປັນຍ້ອນລາວຫຼິ້ນຢູ່ໃນທີມທີ່ ມີຊຸບເປີ້ສະຕາຢູ່ເຕັມທີມ ແລະ ວິທີການຫຼິ້ນຂອງລາວແມ່ນຈະເປັນກອງໜ້າທີ່ເນັ້ນສະໜັບສະໜູນໝູ່ຫຼາຍກວ່າການເຮັດປະຕູດ້ວຍຕົນເອງ. ການທີ່ລາວສາມາດເປັນກອງໜ້າຕົວຫຼັກ ໃຫ້ກັບ ສະໂມສອນ Real Madrid ມາຮອດ 13 ປີ ກໍເປັນອີກສິ່ງໜຶ່ງທີ່ພິສູດ ແລະ ບົ່ງບອກເຖິງຄວາມສຸດຍອດຂອງລາວກັບກອງໜ້າ F1 ຄົນນີ້ Karim Benzema.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/