ປ້ຳນ້ຳມັນບາງບ່ອນໄດ້ປິດລົງ ເພາະການສະໜອງນ້ຳມັນບໍ່ພຽງພໍ


ໃນໄລຍະຜ່ານມາ, ບັນດາບໍລິສັດ ຜູ້ນໍາເຂົ້ານ້ຳມັນເຊື້ອໄຟຂອງລາວ ໄດ້ປະສົບບັນຫາສະພາບລາຄາ ແລະ ການສະໜອງນ້ຳມັນເຊື້ອໄຟບໍ່ພຽງພໍ ເນື່ອງຈາກການເໜັງຕີງຂອງລາຄານໍ້າເຊື້ອໄຟໃນຕະຫຼາດໂລກ ໄດ້ຖີບຕົວສູງຂຶ້ນເລື້ອຍໆ ແຕ່ກໍາລັງການຜະລິດລວມຂອງກຸ່ມປະເທດຜະລິດນໍ້າມັນເຊື້ອໄຟບໍ່ໄດ້ເພີ່ມຂຶ້ນ ເຊິ່ງເຮັດໃຫ້ບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ບໍ່ສາມາດນໍາເຂົ້າໄດ້ຕາມປະລິມານຄວາມຕ້ອງການ ເນື່ອງຈາກມື້ນຳເຂົ້າຕ້ອງມີການຊຳລະເງິນຄ່ານ້ຳມັນເຊື້ອໄຟ ແຕ່ລາຄາໂຄງສ້າງພາຍໃນຍັງບໍ່ປັບຂຶ້ນທຽບກັບລາຄາໂລກ ເຮັດໃຫ້ບໍລິສັດຕ້ອງດຳເນີນທຸລະກິດ ໃນສະພາບຂາດທຶນ ແລະ ເຮັດໃຫ້ຈໍານວນນຳເຂົ້າລົດລົງ. ຂະນະທີ່ ນ້ຳມັນທີ່ນຳມາຈຳໜ່າຍໃຫ້ລູກຄ້າ ກໍມີປະລິມານຈໍາກັດລົງ ເປັນເຫດໃຫ້ບາງປໍ້ານໍ້າມັນເຊື້ອໄຟ ທີ່ບໍ່ໄດ້ຮັບການສະໜອງຈາກບໍລິສັດແມ່ໄດ້ພຽງພໍ ຈຶ່ງບໍ່ມີນໍ້າມັນເຊື້ອໄຟຂາຍ ຫລື ໄດ້ຈຳໜ່າຍໝົດກ່ອນການສະໜອງ ແລະ ກໍມີຫຼາຍປໍ້າໄດ້ປິດລົງ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ສຳພາດແກ່ສື່ມວນຊົນ ໃນວັນທີ 13 ມີນາ ຜ່ານມາວ່າ: ຈາກລາຄານ້ຳມັນເຊື້ອໄຟທົ່ວໂລກສູງຂຶ້ນ ແນ່ນອນວ່າມັນໄດ້ສົ່ງຜົນໂດຍກົງ ເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ພາຍໃນປະເທດເຮົາປັບຂຶ້ນເປັນເງົາຕາມຕົວ ເຊິ່ງການປັບລາຄາຂຶ້ນ ແມ່ນມີຄວາມຈໍາເປັນ ເພື່ອໃຫ້ເຮັດໃຫ້ລາຄາປັບປ່ຽນທັນຕາມສະພາບການ ເນື່ອງຈາກບັນດາໂຮງກັ່ນນໍ້າມັນ ແລະ ຜູ້ສະໜອງລາຍໃຫຍ່ ບໍ່ສາມາດສະໜອງຕາມປະລິມານຄວາມຕ້ອງການໄດ້ ຍ້ອນສະຖານະການທີ່ບໍ່ແນ່ນອນ ບວກກັບຕົ້ນທຶນການຂົນສົ່ງນໍ້າມັນດິບຍັງສູງ, ບາງໂຮງກັ່ນ ກໍໄດ້ກັກຕຸນເພື່ອຂາຍໃນຍາມຈຳເປັນ ແລະ ເວລາທີ່ລາຄາສູງກວ່າ. ສ່ວນປາກົດການກ່ຽວກັບບັນຫາການກັກຕຸນນໍ້າມັນເຊື້ອໄຟຂອງບັນດາປໍ້ານໍ້າມັນຢູ່ ສປປ ລາວ ກ່ອນການປັບລາຄານໍ້າມັນເຊື້ອໄຟ ໃນໄລຍະຜ່ານມາ ກໍໄດ້ມີປໍ້າຈຳນວນໜຶ່ງໄດ້ປິດ ເພື່ອລໍຖ້າຂາຍໃນລາຄາປັບຂຶ້ນ ເຊິ່ງມັກເກີດຂຶ້ນໄລຍະ 1 ມື້ຫາສອງມື້ກ່ອນການປັບລາຄາ.

ເຖິງຢ່າງໃດກໍຕາມ, ຜ່ານມາ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ, ແຂວງຈໍາປາສັກ ແລະ ບັນດາແຂວງຈຳນວນໜຶ່ງ ກໍໄດ້ຍົກສູງຄວາມຮັບຜິດຊອບ ລົງກວດກາປໍ້ານ້ຳມັນ ທີ່ປິດໂດຍບໍ່ມີເຫດຜົນ ແລະ ເຫັນວ່າເນື່ອງຈາກສະພາບລາຄາ ແລະ ການສະໜອງບໍ່ພຽງພໍ ບາງປໍ້າກໍປິດລົງ ຍ້ອນບໍ່ມີນໍ້າມັນສະໜອງໃຫ້ ຫລື ບາງປ້ຳອາດປິດລົງດ້ວຍເຈດຕະນາ ເຊິ່ງທາງກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນຈະໄດ້ສືບຕໍ່ຕິດຕາມ, ຊຸກຍູ້ບັນດາພະແນກບັນດາແຂວງ ເພື່ອເອົາໃຈໃສ່ຕໍ່ບັນຫາດັ່ງກ່າວ.

ຂອບໃຈຂໍ້ມູນຈາກ: https://bit.ly/3KKwE3B

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/