ມົນລະພິດທາງອາກາດເຮັດໃຫ້ອາຍຸຂອງຄົນໃນອາຊີໃຕ້ສັ້ນລົງຫຼາຍກວ່າ 5 ປີ


ສະຖາບັນນະໂຍບາຍພະລັງງານ (EPIC) ແຫ່ງມະຫາວິທະຍາໄລຊິຄາໂກ ໄດ້ອອກມາເປີດເຜີຍລາຍງານຂອງ Air Quality Life Index ສະບັບຫຼ້າສຸດໂດຍໄດ້ມີການລະບຸວ່າ ບັນຫາມົນລະພິດທາງອາກາດໄດ້ເພີ່ມຂຶ້ນມີສ່ວນໃຫ້ອາຍຸສະເລ່ຍ (Life Expectancy) ຂອງຜູ້ທີ່ອາໄສຢູ່ໃນອາຊີຫົດສັ້ນລົງ ຫຼາຍກວ່າ 5 ​ປີ.

ຫຼາຍປະເທດໃນເຂດອາຊີໄດ້ມີການພັດທະນາດ້ານອຸດສາຫະກຳຢ່າງວ່ອງໄວ ໄດ້ແກ່ ປະເທດບັງກະລາເທດ, ອິນເດຍ, ເນປານ ແລະ ປາກີສະຖານ ພ້ອມກັບການເຕີບໂຕຂອງປະຊາກອນທີ່ມີສ່ວນໃຫ້ຄຸນະພາບອາກາດຫຼຸດລົງ ແລະ ໃນປັດຈຸບັນ ໃນເຂດອາຊີໃຕ້ມີລະດັບມົນລະພິດຂອງຝຸ່ນລະອອງສູງກວ່າຕົ້ນສະຕະວັດທີ່ຜ່ານຫຼາຍກວ່າ 50% ແລະ ເຮັດໃຫ້ເກີດໄພຄຸກຄາມດ້ານສຸຂະພາບທີ່ໜ້າເປັນຫວ່ງຫຼາຍຂຶ້ນກວ່າໃນອະດີດ.

ການສຶກສາໃນເທື່ອນີ້ໃຊ້ຂໍ້ມູນຜ່ານທາງດາວທຽມມາຄຳນວນຜົນກະທົບຈາກມົນລະພິດທາງອາກາດທີ່ມີຜົນຕໍ່ຊີວິດຜູ້ຄົນ ໂດຍຜົນການສຶກສາອອກມາວ່າ ຜູ້ຄົນໃນບັງກະລາເທດ ເຊິ່ງເປັນປະເທດທີ່ມີມົນລະພິດສູງທີ່ສຸດໃນໂລກ ມີ ອາຍຸສະເລ່ຍຂອງມະນຸດຫຼຸດລົງຫຼາຍຮອດ 6.8 ປີຕໍ່ຄົນ ເຊິ່ງເປັນຕົວເລກທີ່ສູງຫຼາຍ ເພາະຫາກປຽບທຽບກັບຊາດທີ່ມີບັນຫາເລື່ອງມົນລະພິດທາງອາກາດທີ່ຕ່ຳກວ່າຢ່າງສະຫະລັດອາເມຣິກາ ຈະເຫັນວ່າມົນລະພິດທາງອາກາດໃນສະຫະລັດອາເມຣິກາ ເຮັດໃຫ້ອາຍຸສະເລ່ຍຂອງປະຊາຊົນຫົດສັ້ນລົງປະມານ 3.6 ເດືອນເທົ່ານັ້ນ.

ດ້ານລາຍງານວ່າຕັ້ງແຕ່ປີ 2013 ປະເທດອິນເດຍ ມີສ່ວນຮັບຜິດຊອບຕໍ່ມົນລະພາວະຂອງໂລກທີ່ເພີ່ມປະມານ 59% ສົ່ງຜົນໃຫ້ ເມືອງເດລີ ເຊິ່ງມີປະຊາກອນໜາແໜ້ນ ແລະ ເປັນເມືອງຂະໜາດໃຫຍ່ທີ່ມີມົນລະພິດຫຼາຍທີ່ສຸດໃນໂລກ ມີອາຍຸສະເລ່ຍຫຼຸດລົງຫຼາຍກວ່າ 10 ປີ.

ໃນລາຍງານຍັງລະບຸວ່າການຫຼຸດລະດັບອະນຸພາກມົນລະພິດບາງກຸ່ມໃນອາກາດເຊັ່ນ PM2.5 ໃຫ້ເຫຼືອລະດັບທີ່ແນະນຳໃຫ້ອົງກອນອະນາໄມໂລກ ອາດຈະສົ່ງຜົນໃຫ້ອາຍຸສະເລ່ຍເພີ່ມຂຶ້ນໄດ້ຮອດ 2.3 ປີຕໍ່ຄົນນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/