ເຖິງແມ່ນວ່າການພັກຜ່ອນພ້ອມກັບການອ່ານປື້ມດີໆຈັກຫົວໜຶ່ງ ຈະເປັນກິດຈະກຳທີ່ຫຼາຍຄົນຊື່ນຊອບ ແລະ ນິຍົມກັນ, ແຕ່ເຊື່ອວ່າບັນຫາອີກເລື່ອງໜື່ງທີ່ຫຼາຍຄົນມັກຈະພົບເວລາທີ່ອ່ານປຶ້ມໃນໄລຍະສັ້ນໆບໍ່ພໍຈັກນາທີກໍຄື ອາການຢາກນອນ.
ເມື່ອເຮົາຢາກອ່ານປື້ມຈັກຫົວໜຶ່ງ ແຕ່ເປັນຫຍັງພໍອ່ານໄດ້ພຽງ 2 – 3 ໜ້າກໍເກີດອາການຫາວນອນ ທັ້ງໆທີ່ປຶ້ມຫົວນັ້ນກໍມີເນື້ອໃນໜ້າສົນໃຈດີ ຫຼື ເປັນຍ້ອນເຮົາຂີ້ຄ້ານ ແລ້ວສາເຫດທີ່ແທ້ຈິງມັນເກີດຂຶ້ນຍ້ອນຫຍັງ? ມື້ນີ້ເຮົາຈະພາໄປຫາຄຳຕອບພ້ອມໆກັນ.
ຈາກຜົນການສຶກສາພົບວ່າ ເມື່ອເຮົາອ່ານປຶ້ມນັ້ນ, ຕາຂອງເຮົາຈະເຄື່ອນໄປມາໃນຂະນະທີ່ເຮົາກຳລັງອ່ານ ແລະ ໃນເວລາດຽວກັນສະໝອງກໍຕ້ອງເຮັດວຽກໄປນຳ ໂດຍການແປຕົວໜັງສື ແລະ ແປຄວາມໝາຍຕາມທີ່ເຮົາເຫັນ. ເນື່ອງຈາກວ່າອະໄວຍະວະທັງສອງແມ່ນສິ່ງທີ່ຕ້ອງເຮັດວຽກໜັກ, ຈຶ່ງເຮັດໃຫ້ເກີດຄວາມຮູ້ສຶກເມື່ອຍລ້າ. ນັ້ນແມ່ນເຫດຜົນຫຼັກໆທີ່ຮ່າງກາຍສົ່ງສັນຍານເຕືອນວ່າເຮົາຄວນຈະພັກຜ່ອນ. ການອ່ານປຶ້ມກ່ອນນອນຍັງກາຍເປັນວິທີການປິ່ນປົວສຳລັບຜູ້ທີ່ນອນຫຼັບຍາກໄດ້ດີ. ນອກຈາກນີ້ ຍັງມີເຫດຜົນອື່ນໆທີ່ເປັນໄປໄດ້ວ່າເປັນຫຍັງການອ່ານປຶ້ມສາມາດເຮັດໃຫ້ເຮົາເມື່ອຍລ້າ ແລະ ຢາກນອນໄດ້.
- ເມື່ອຍທາງໃຈ
ເມື່ອເຮົາອ່ານປຶ້ມ ສະໝອງຂອງເຮົາກໍຈະເຮັດວຽກຢ່າງຕໍ່ເນື່ອງເພື່ອປະມວນຜົນໃນຄຳທີ່ເຮົາອ່ານ ແລະ ສ້າງພາບຂຶ້ນມາໃນໃຈຂອງເຮົາ, ໂດຍຂະບວນການທາງຈິດເຫຼົ່ານີ້ອາດເຮັດໃຫ້ເຮົາເມື່ອຍລ້າ ໂດຍສະເພາະເຮົາອ່ານປຶ້ມເປັນເວລາດົນ ຫຼື ເມື່ອຍນຳວຽກມາໝົດມື້ແລ້ວ.
- ການຫຼົງຢູ່ໃນຈິນຕະນາການ
ການອ່ານປຶ້ມແມ່ນວິທີການທົ່ວໄປຂອງການຝັນກາງເວັນ ແລະ ການຝັນກາງເວັນກໍ່ບໍ່ຕ່າງຫຍັງຈາກການນອນຫຼັບ. ໃນຄວາມເປັນຈິງ ກິດຈະກໍາທັງສອງນີ້ມີຄຸນລັກສະນະບາງຢ່າງທີ່ຮ່ວມກັນ.
ເມື່ອເຮົາຝັນກາງເວັນ ຫຼື ຫຼົງຢູ່ໃນຈິນຕະນາການກັບເນື້ອຫາຂອງປຶ້ມ, ຮ່າງກາຍຂອງເຮົາຈະຢູ່ໃນສະພາວະຜ່ອນຄາຍ ແລະ ຈິດໃຈຂອງເຮົາຈະເປັນອິດສະຫຼະ. ນີ້ຈຶ່ງເປັນປະສົບການທີ່ໜ້າພໍໃຈ ແລະ ໄດ້ຮັບການຜ່ອນຄາຍໄປພ້ອມໆກັນ ແຕ່ມັນກໍບໍ່ແປກທີ່ມັນຈະເຮັດໃຫ້ເຮົາເມື່ອຍໄປນຳ.

- ການອ່ານປຶ້ມໃນບ່ອນທີ່ມີແສງສະຫວ່າງໜ້ອຍ
ໜຶ່ງໃນສາເຫດຜົນທີ່ພົບເຫັນໄດ້ຫຼາຍທີ່ສຸດ ເຊິ່ງເປັນໜຶ່ງໃນສາເຫດທີ່ເຮັດໃຫ້ຫຼາຍຄົນເມື່ອຍລ້າຈາກການອ່ານກໍຄື: ການອ່ານປຶ້ມໃນບ່ອນທີ່ມີແສງໜ້ອຍ. ນອກຈາກນີ້ການນັ່ງຢູ່ຊື່ໆໃນຫ້ອງທີ່ມີແສງສະຫຼົວໆ ກໍເປັນການສົ່ງສັນຍານໃຫ້ສະໝອງວ່າຮອດເວລາທີ່ຈະເຂົ້ານອນແລ້ວ ແລະ ຍັງເຮັດໃຫ້ເຮົາປວດຕາເຊິ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ເຮົາເມື່ອຍລ້ານັ້ນເອງ.
- ການນັ່ງຊື່ໆບໍ່ເໜັງຕີງ
ການນັ່ງຊື່ໆເປັນເວລາດົນ ຄ້າຍຄືກັບການນັ່ງສະມາທິສາມາດຊ່ວຍໃຫ້ຈິດໃຈປອດໂປ່ງ ແລະ ເຮັດໃຫ້ຮ່າງກາຍຜ່ອນຄາຍ. ນອກຈາກນີ້ມັນຍັງສົ່ງຜົນໃຫ້ເຮົາຮູ້ສຶກຢາກນອນໃນຂະນະທີ່ອ່ານປຶ້ມໄດ້.
- ຄວາມເມື່ອຍລ້າທາງຮ່າງກາຍ
ການນັ່ງຢູ່ໃນທ່າທີ່ບໍ່ສະບາຍ ຫຼື ຖືປຶ້ມຢູ່ໃນມຸມທີ່ບໍ່ສະດວກມາດເຮັດໃຫ້ເກີດຄວາມເມື່ອຍລ້າທາງຮ່າງກາຍໄດ້.
- ປຶ້ມທີ່ເຮົາອ່ານ
ໂດຍເລື່ອງທີ່ເຮົາອ່ານໃນປື້ມນັ້ນມີສ່ວນເຮັດໃຫ້ເຮົາຮູ້ສຶກເມື່ອຍໄດ້, ຖ້າຫາກເຮົາອ່ານປຶ້ມທີ່ໜາເປັນພິເສດ ເປັນເລື່ອງປົກກະຕິທີ່ສະໝອງຂອງເຮົາຈະເລີ່ມປິດການເຮັດວຽກເພື່ອປົກປ້ອງຕົນເອງ ຫຼື ຫາກເຮົາພະຍາຍາມປະມວນຜົນຂໍ້ມູນເປັນຈຳນວນຫຼາຍ ສະໝອງຂອງເຮົາກໍຈະເຮັດວຽກຢ່າງໜັກ ແລະ ເຮັດໃຫ້ເຮົາຮູ້ສຶກເມື່ອຍລ້າໄດ້.

- ສານເມລາໂທນິນ (melatonin).
ໃນເວລາທີ່ເຮົາຜ່ອນຄາຍ ແລະ ສະບາຍ, ສະໝອງຂອງເຮົາມີທ່າອ່ຽງທີ່ຈະປ່ອຍຮໍໂມນທີ່ເອີ້ນວ່າ ເມລາໂທນິນ (melatonin). ຮໍໂມນນີ້ເຮັດໃຫ້ພວກເຮົາຮູ້ສຶກຢາກນອນ ແລະ ເປັນໜຶ່ງໃນເຫດຜົນຫຼັກທີ່ເຮັດໃຫ້ພວກເຮົາເມື່ອຍລ້າ.
- ສະມາທິ
ການອ່ານສາມາດເຮັດໃຫ້ເກີດສະມາທິໄດ້, ໃນເວລາທີ່ເຮົາຈົດຈໍ່ໃນການອ່ານ ປ່ອຍໃຫ້ຈິດໃຈລ່ອງລອຍ ແລະ ຫຼົງທາງໃນຈິນຕະນາການຂອງເຮົາເອງ. ສິ່ງນີ້ສາມາດຜ່ອນຄາຍຢ່າງບໍ່ໜ້າເຊື່ອ ແລະ ສາມາດເຮັດໃຫ້ເຮົາຢາກນອນໄດ້ຢ່າງງ່າຍດາຍ.
- ອາການປວດຕາ
ການໃຊ້ເວລາອ່ານຫຼາຍຊົ່ວໂມງສາມາດເຮັດໃຫ້ຕາ ແລະ ສະໝອງຂອງເຮົາເມື່ອຍລ້າໄດ້. ການເກັງກ້າມຊີ້ນຂອງຕາສາມາດເຮັດໃຫ້ຕາຄ່ອຍໆທີ່ຈະປິດລົງເຂົ້າສູ່ການນອນຫຼັບ ແລະ ຖ້າຫາກວ່າເຮົາກໍາລັງອ່ານຢູ່ໃນແສງສະຫວ່າງໜ້ອຍ ກໍຈະເຮັດໃຫ້ຮູ້ສຶກຍາກນອນຫຼາຍຂຶ້ນ.
- ການອົດນອນ
ການອົດຫຼັບອົດນອນເປັນປັດໄຈທີ່ພົບເຫັນໄປຫຼາຍທີ່ສຸດທີ່ເຮັດໃຫ້ເຮົາເຜີຫຼັບໃນຂະນະທີ່ອ່ານປຶ້ມ, ບໍ່ວ່າເຮົາຈະຈົດຈໍ່ກັບປຶ້ມຫົວນັ້ນຫຼາຍປານໃດ ຫຼືວ່າໂຄງເລື່ອງ ແລະ ເນື້ອໃນຂອງມັນໜ້າສົນໃຈຫຼາຍປານໃດ ຖ້າເຮົານອນບໍ່ພໍເຮົາຈະບໍ່ສາມາດອ່ານເພື່ອໃຫ້ເຂົ້າໃຈໄດ້ຢ່າງທ່ອງແທ້.
ໂດຍເຫດຜົນທີ່ກ່າວມາຂ້າງເທິງນີ້ໜ້າຈະເຮັດໃຫ້ໃຜໆຫຼາຍຄົນທີ່ກຳລັງຄິດວ່າຕົນເອງນັ້ນຂີ້ຄ້ານ ແລະ ບໍ່ມັກອ່ານປຶ້ມຄືເກົ່າແລ້ວ ກໍສະບາຍໃຈຂຶ້ນໄດ້ເລີຍ ເພາະບໍ່ແມ່ນມີພຽງແຕ່ເຮົາທີ່ຢາກນອນຍ້ອນເຫດຜົນເຫຼົ່ານີ້ ແຕ່ຍັງມີອີກຫຼາຍຄົນທີ່ເປັນຄືກັນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/