ມີໃຜເປັນບໍ່? ເວລາຈັບເອົາປຶ້ມມາອ່ານຍາມໃດ ມັກຈະຫາວ ແລະ ຮູ້ສຶກຢາກນອນ?


ເຖິງແມ່ນວ່າການພັກຜ່ອນພ້ອມກັບການອ່ານປື້ມດີໆຈັກຫົວໜຶ່ງ ຈະເປັນກິດຈະກຳທີ່ຫຼາຍຄົນຊື່ນຊອບ ແລະ ນິຍົມກັນ,  ແຕ່ເຊື່ອວ່າບັນຫາອີກເລື່ອງໜື່ງທີ່ຫຼາຍຄົນມັກຈະພົບເວລາທີ່ອ່ານປຶ້ມໃນໄລຍະສັ້ນໆບໍ່ພໍຈັກນາທີກໍຄື ອາການຢາກນອນ.

ເມື່ອເຮົາຢາກອ່ານປື້ມຈັກຫົວໜຶ່ງ ແຕ່ເປັນຫຍັງພໍອ່ານໄດ້ພຽງ 2 – 3 ໜ້າກໍເກີດອາການຫາວນອນ ທັ້ງໆທີ່ປຶ້ມຫົວນັ້ນກໍມີເນື້ອໃນໜ້າສົນໃຈດີ ຫຼື ເປັນຍ້ອນເຮົາຂີ້ຄ້ານ ແລ້ວສາເຫດທີ່ແທ້ຈິງມັນເກີດຂຶ້ນຍ້ອນຫຍັງ? ມື້ນີ້ເຮົາຈະພາໄປຫາຄຳຕອບພ້ອມໆກັນ.

ຈາກຜົນການສຶກສາພົບວ່າ ເມື່ອ​ເຮົາ​ອ່ານປຶ້ມນັ້ນ, ຕາ​ຂອງ​ເຮົາ​ຈະເຄື່ອນ​ໄປ​ມາ​ໃນ​ຂະນະ​ທີ່​ເຮົາ​ກຳລັງ​ອ່ານ ແລະ ໃນເວລາດຽວກັນສະໝອງກໍຕ້ອງເຮັດວຽກໄປນຳ ໂດຍ​ການ​ແປ​ຕົວ​ໜັງສື​ ແລະ ​ແປ​ຄວາມ​ໝາຍ​ຕາມ​ທີ່​ເຮົາ​ເຫັນ. ເນື່ອງຈາກວ່າອະໄວຍະວະທັງສອງແມ່ນສິ່ງທີ່ຕ້ອງເຮັດວຽກໜັກ, ຈຶ່ງເຮັດໃຫ້ເກີດຄວາມຮູ້ສຶກເມື່ອຍລ້າ. ນັ້ນແມ່ນເຫດຜົນຫຼັກໆທີ່ຮ່າງກາຍສົ່ງສັນຍານເຕືອນວ່າເຮົາຄວນຈະພັກຜ່ອນ. ການອ່ານປຶ້ມກ່ອນນອນຍັງກາຍເປັນວິທີການປິ່ນປົວສຳລັບຜູ້ທີ່ນອນຫຼັບຍາກໄດ້ດີ. ນອກຈາກນີ້ ຍັງມີເຫດຜົນອື່ນໆທີ່ເປັນໄປໄດ້ວ່າເປັນຫຍັງການອ່ານປຶ້ມສາມາດເຮັດໃຫ້ເຮົາເມື່ອຍລ້າ ແລະ ຢາກນອນໄດ້.

  1. ເມື່ອຍທາງໃຈ

ເມື່ອເຮົາອ່ານປຶ້ມ ສະໝອງຂອງເຮົາກໍຈະເຮັດວຽກຢ່າງຕໍ່ເນື່ອງເພື່ອປະມວນຜົນໃນຄຳທີ່ເຮົາອ່ານ ແລະ ສ້າງພາບຂຶ້ນມາໃນໃຈຂອງເຮົາ, ໂດຍຂະບວນການທາງຈິດເຫຼົ່ານີ້ອາດເຮັດໃຫ້ເຮົາເມື່ອຍລ້າ ໂດຍສະເພາະເຮົາອ່ານປຶ້ມເປັນເວລາດົນ ຫຼື ເມື່ອຍນຳວຽກມາໝົດມື້ແລ້ວ.

  1. ການຫຼົງຢູ່ໃນຈິນຕະນາການ

ການອ່ານປຶ້ມແມ່ນວິທີການທົ່ວໄປຂອງການຝັນກາງເວັນ ແລະ ການຝັນກາງເວັນກໍ່ບໍ່ຕ່າງຫຍັງຈາກການນອນຫຼັບ. ໃນ​ຄວາມ​ເປັນ​ຈິງ ກິດຈະກໍາທັງສອງນີ້ມີຄຸນລັກສະນະບາງຢ່າງທີ່ຮ່ວມກັນ.

ເມື່ອເຮົາຝັນກາງເວັນ ຫຼື ຫຼົງຢູ່ໃນຈິນຕະນາການກັບເນື້ອຫາຂອງປຶ້ມ, ຮ່າງ​ກາຍ​ຂອງ​ເຮົາ​ຈະ​ຢູ່​ໃນ​ສະ​ພາວະ​ຜ່ອນ​ຄາຍ​ ແລະ​ ຈິດ​ໃຈ​ຂອງ​ເຮົາ​ຈະ​ເປັນ​ອິດ​ສະ​ຫຼະ​. ນີ້ຈຶ່ງເປັນປະສົບການທີ່ໜ້າພໍໃຈ ແລະ ໄດ້ຮັບການຜ່ອນຄາຍໄປພ້ອມໆກັນ ແຕ່ມັນກໍບໍ່ແປກທີ່ມັນຈະເຮັດໃຫ້ເຮົາເມື່ອຍໄປນຳ.

  1. ການອ່ານປຶ້ມໃນບ່ອນທີ່ມີແສງສະຫວ່າງໜ້ອຍ

ໜຶ່ງໃນສາເຫດຜົນທີ່ພົບເຫັນໄດ້ຫຼາຍທີ່ສຸດ ເຊິ່ງເປັນໜຶ່ງໃນສາເຫດທີ່ເຮັດໃຫ້ຫຼາຍຄົນເມື່ອຍລ້າຈາກການອ່ານກໍຄື: ການອ່ານປຶ້ມໃນບ່ອນທີ່ມີແສງໜ້ອຍ.  ນອກຈາກນີ້ການນັ່ງຢູ່ຊື່ໆໃນຫ້ອງທີ່ມີແສງສະຫຼົວໆ ກໍເປັນການສົ່ງສັນຍານໃຫ້ສະໝອງວ່າຮອດເວລາທີ່ຈະເຂົ້ານອນແລ້ວ ແລະ ຍັງເຮັດໃຫ້ເຮົາປວດຕາເຊິ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ເຮົາເມື່ອຍລ້ານັ້ນເອງ.

  1. ການນັ່ງຊື່ໆບໍ່ເໜັງຕີງ

ການນັ່ງຊື່ໆເປັນເວລາດົນ ຄ້າຍຄືກັບການນັ່ງສະມາທິສາມາດຊ່ວຍໃຫ້ຈິດໃຈປອດໂປ່ງ ແລະ ເຮັດໃຫ້ຮ່າງກາຍຜ່ອນຄາຍ. ນອກຈາກນີ້ມັນຍັງສົ່ງຜົນໃຫ້ເຮົາຮູ້ສຶກຢາກນອນໃນຂະນະທີ່ອ່ານປຶ້ມໄດ້.

  1. ຄວາມເມື່ອຍລ້າທາງຮ່າງກາຍ

ການນັ່ງຢູ່ໃນທ່າທີ່ບໍ່ສະບາຍ ຫຼື ຖືປຶ້ມຢູ່ໃນມຸມທີ່ບໍ່ສະດວກມາດເຮັດໃຫ້ເກີດຄວາມເມື່ອຍລ້າທາງຮ່າງກາຍໄດ້.

  1. ປຶ້ມທີ່ເຮົາອ່ານ

ໂດຍເລື່ອງທີ່ເຮົາອ່ານໃນປື້ມນັ້ນມີສ່ວນເຮັດໃຫ້ເຮົາຮູ້ສຶກເມື່ອຍໄດ້, ຖ້າຫາກເຮົາອ່ານປຶ້ມທີ່ໜາເປັນພິເສດ ເປັນເລື່ອງປົກກະຕິທີ່ສະໝອງຂອງເຮົາຈະເລີ່ມປິດການເຮັດວຽກເພື່ອປົກປ້ອງຕົນເອງ ຫຼື ຫາກເຮົາພະຍາຍາມປະມວນຜົນຂໍ້ມູນເປັນຈຳນວນຫຼາຍ ສະໝອງຂອງເຮົາກໍຈະເຮັດວຽກຢ່າງໜັກ ແລະ ເຮັດໃຫ້ເຮົາຮູ້ສຶກເມື່ອຍລ້າໄດ້.

  1. ສານເມລາໂທນິນ (melatonin).

ໃນເວລາທີ່ເຮົາຜ່ອນຄາຍ ແລະ ສະບາຍ, ສະໝອງຂອງເຮົາມີທ່າອ່ຽງທີ່ຈະປ່ອຍຮໍໂມນທີ່ເອີ້ນວ່າ ເມລາໂທນິນ (melatonin). ຮໍໂມນນີ້ເຮັດໃຫ້ພວກເຮົາຮູ້ສຶກຢາກນອນ ແລະ ເປັນໜຶ່ງໃນເຫດຜົນຫຼັກທີ່ເຮັດໃຫ້ພວກເຮົາເມື່ອຍລ້າ.

  1. ສະມາທິ

ການອ່ານສາມາດເຮັດໃຫ້ເກີດສະມາທິໄດ້, ໃນເວລາທີ່ເຮົາຈົດຈໍ່ໃນການອ່ານ ປ່ອຍໃຫ້ຈິດໃຈລ່ອງລອຍ ແລະ ຫຼົງທາງໃນຈິນຕະນາການຂອງເຮົາເອງ. ສິ່ງນີ້ສາມາດຜ່ອນຄາຍຢ່າງບໍ່ໜ້າເຊື່ອ ແລະ ສາມາດເຮັດໃຫ້ເຮົາຢາກນອນໄດ້ຢ່າງງ່າຍດາຍ.

  1. ອາການປວດຕາ

ການໃຊ້ເວລາອ່ານຫຼາຍຊົ່ວໂມງສາມາດເຮັດໃຫ້ຕາ ແລະ ສະໝອງຂອງເຮົາເມື່ອຍລ້າໄດ້. ການເກັງກ້າມຊີ້ນຂອງຕາສາມາດເຮັດໃຫ້ຕາຄ່ອຍໆທີ່ຈະປິດລົງເຂົ້າສູ່ການນອນຫຼັບ ແລະ ຖ້າຫາກວ່າເຮົາກໍາລັງອ່ານຢູ່ໃນແສງສະຫວ່າງໜ້ອຍ ກໍຈະເຮັດໃຫ້ຮູ້​ສຶກ​ຍາກ​ນອນ​ຫຼາຍ​ຂຶ້ນ.

  1. ການອົດນອນ

ການອົດຫຼັບອົດນອນເປັນປັດໄຈທີ່ພົບເຫັນໄປຫຼາຍທີ່ສຸດທີ່ເຮັດໃຫ້ເຮົາເຜີຫຼັບໃນຂະນະທີ່ອ່ານປຶ້ມ, ບໍ່ວ່າເຮົາຈະຈົດຈໍ່ກັບປຶ້ມຫົວນັ້ນຫຼາຍປານໃດ ຫຼືວ່າໂຄງເລື່ອງ ແລະ ເນື້ອໃນຂອງມັນໜ້າສົນໃຈຫຼາຍປານໃດ ຖ້າເຮົານອນບໍ່ພໍເຮົາຈະບໍ່ສາມາດອ່ານເພື່ອໃຫ້ເຂົ້າໃຈໄດ້ຢ່າງທ່ອງແທ້.

ໂດຍເຫດຜົນທີ່ກ່າວມາຂ້າງເທິງນີ້ໜ້າຈະເຮັດໃຫ້ໃຜໆຫຼາຍຄົນທີ່ກຳລັງຄິດວ່າຕົນເອງນັ້ນຂີ້ຄ້ານ ແລະ ບໍ່ມັກອ່ານປຶ້ມຄືເກົ່າແລ້ວ ກໍສະບາຍໃຈຂຶ້ນໄດ້ເລີຍ ເພາະບໍ່ແມ່ນມີພຽງແຕ່ເຮົາທີ່ຢາກນອນຍ້ອນເຫດຜົນເຫຼົ່ານີ້ ແຕ່ຍັງມີອີກຫຼາຍຄົນທີ່ເປັນຄືກັນ.

ທີ່ມາ:

justplanbooks

beartai

vichaiyut

basmo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/