ເປີດໄຟລ້ຽວແຕ່ບໍ່ລ້ຽວກັບບໍ່ເປີດໄຟລ້ຽວແຕ່ລ້ຽວ ມີວິທີຈັດການແນວໃດ?


ຫຼາຍຄົນຄົງເຄີຍພົບເຫັນຕາມເສັ້ນໃນແຕ່ລະວັນກັບການໃຊ້ຍານພາຫະນະໃນຕາມຖະໜົນຫົນທາງ ບໍ່ວ່າຈະເສັ້ນທາງເຂດນອກ ຫຼື ເສັ້ນທາງເຂດເມືອງ ກໍພົບຢູ່ເປັນປະຈຳ ທີ່ມີຫຼາຍຄົນບໍ່ປະຕິບັດຕາມກົດລະບຽບຈະລາຈອນທີ່ວາງອອກ.​ ສັນຍານໄຟລ້ຽວຄືເລື່ອງພື້ນຖານສຸດໆຂອງການຂັບລົດເລີຍກໍວ່າໄດ້ ແລະ ເປັນເລື່ອງຂອງຄວາມປອດໄພຜູ້ໃຊ້ລົດໃຊ້ຖະໜົນ.

ອີງຕາມດຳລັດວ່າດ້ວຍການປັບໃໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດລະບຽບກົດໝາຍວ່າດ້ວຍການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ ມາດຕາທີ 18 ວ່າດ້ວຍ ການແຊງຂຶ້ນໜ້າ, ຖອຍຫຼັງ, ແລະ ລ້ຽວບໍ່ຖືກຕ້ອງລະບຸໄວ້ວ່າ:

ວິການປັບໃໝກໍເປັນອີກວິທີໜຶ່ງ ທີ່ຈະເຮັດໃຫ້ຄົນຫັນມາໃສ່ໃຈຈະລາຈອນຫຼາຍຂຶ້ນ ຫຼື ການເຜີຍແຜ່ຂໍ້ມູນຕາມໜັງສືພິມ, ຂ່າວສານ, ໂພຊະນາການ… ຖ້າຫາກຜູ້ຂັບຂີ່ໃດຫາກໄດ້ຂັບລົດແຊງຂຶ້ນໜ້າລົດຄັນອື່ນ, ຂັບຖອຍຫຼັງ, ຂັບລົດລ້ຽວຊ້າຍ-ຂວາ ຫຼື ລ້ຽວກັບ ໂດຍບໍ່ສົ່ງສັນຍານໃຫ້ລົດຄັນອື່ນຮູ້ລ່ວງໜ້າ ເຊັ່ນ: ສົ່ງໄຟສັນຍານ ຫຼື ເດ່ແຂນອອກ ແລະ ໂດຍບໍ່ຢູ່ໃນໄລຍະທີ່ຮັບປະກັນຄວາມປອດໄພ 30 ແມັດ ຈະຖືກປັບໃໝຕາມປະເພດລົດມີດັ່ງນີ້: 

ລົດຖີບ, ລົດສາມລໍ້ 20.000 ກີບ/ຄັ້ງ

ລົດຈັກ 30.000 ກີບ/ຄັ້ງ

ລົດສາມລໍ້ 40.000 ກີບ/ຄັ້ງ

ລົດເກັງ, ກະບະ, ຈິບ, ຕູ້ 50.000 ກີບ/ຄັ້ງ

ລົດໂດຍສານ 4 ລໍ້ 60.000 ກີບ/ຄັ້ງ

ລົດບັນທຸກ 6 ລໍ້ 70.000 ກີບ/ຄັ້ງ

ລົດບັນທຸກ 10 ລໍ້ຂຶ້ນໄປ 80.000 ກີບ/ຄັ້ງ

ຂໍ້ມູນຈາກ : ແອັບ LaoLaow (ແອັບກົດໝາຍ)

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/