ໃຜເຄີຍທັນສະໄໝ ເອົາຄວາຍໄຖນາຄາດນາ ຖືວ່າອາຍຸບໍ່ໜ້ອຍແລ້ວ


ສະໄໝກ່ອນແມ່ນໃຊ້ແຮງງານເປັນສັດ ເນື່ອງຈາກຍັງບໍ່ມີເຄື່ອງຈັກ ຫຼື ອີເລັກໂທຣນິກທີ່ທັນສະ  ໄໝ ການເດີນທາງໄປຕ່າງເມືອງຄົນແຕ່ກ່ອນແມ່ນຈະຍ່າງ ຫຼື ເອົາແຮງງານສັດເປັນພາຫະນະ ເປັນຕົ້ນແມ່ນມ້າ, ງົວ ຫຼື ຄວາຍ ໄວ້ແກ່ກວຽນ ແລະ ອື່ນໆ. ກ່ອນຈະໄປຮອດຈຸດໝາຍປາຍທາງກໍໃຊ້ເວລາເປັນມື້ ຫຼື ຖ້າເດີນທາງໄກກໍເປັນທິດ.

ເມື່ອຮອດຍາມໄຮ່ຍາມນາ ກໍຈະໃຊ້ຄວາຍເປັນແຮງງານ ໃຊ້ແທນເຄື່ອງຈັກຖ້າເວົ້າອີກແບບໜຶ່ງ ເຊິ່ງການໃຊ້ຄວາຍໄຖນາກໍຈະເປັນອີກວິທີໜຶ່ງທີ່ຊ່ວຍຫຼາຍຢ່າງໃຫ້ສຳເລັດໄວ ເພາະຄວາຍຈະຊ່ວຍທັງຄາດທັງໄຖ. ຖ້າປຽບທຽບກັບປັດຈຸບັນ ຫຼາຍຄົນຄົງຄິດອີຕົນສົງສານ ແຕ່ສະໄໝກ່ອນມັນບໍ່ເຄື່ອງຈັກ ຈຶ່ງຈຳເປັນຕ້ອງໃຊ້ຄວາຍໄວ້ຄາດໄວ້ໄຖ.

ຄວາຍຖືວ່າເປັນຊັບສົມບັດອັນໜຶ່ງແກ່ຄົນສະໄໝກ່ອນ ມີປະໂຫຍດຢ່າງຫຼວງຫຼາຍ ໂດຍສະເພາະຍາມເຮັດນາເຮັດໄຮ່ ໃຊ້ເປັນພາຫະນະຊ່ວຍມະນຸດໄດ້ເປັນຢ່າງດີ, ຖ້າຈະດ່າຄົນໆໜຶ່ງວ່າຄວາຍ ບາງຄົນກໍຄົງດ່າບໍ່ອອກ ເນື່ອງຈາກຄວາຍເປັນສັດທີ່ອົດທົນ ມີຄວາມເຂັ້ມແຂງ ດຸໝັ່ນຂະຫຍັນພຽນ ຊ່ວຍເຈົ້າຂອງໄດ້ເປັນຢ່າງດີ ເຖິງເຮົາຈະເດົາໃຈຄວາຍບໍ່ໄດ້ວ່າ ເຕັມໃຈເຮັດ ຫຼື ບໍ່ເຕັມໃຈ. ແຕ່ເຖິງຢ່າງກໍຕາມ ເຖິງຈະເຕັມໃຈ ຫຼື ຄ້ານພຽງໃດ ຄວາຍກໍຍັງເປັນສັດທີ່ອົດທົນ ບໍ່ຕ່າງກັບມ້າ ງົວ ຫຼື ສັດອື່ນໆ ທີ່ໃຊ້ເປັນຍານພາຫະນະ.

ຍາມເຮັດນາ ສະໄໝແຕ່ກ່ອນແມ່ນຈະໃຊ້ຄວາຍທຸກເຮືອນ, ຖ້າຕັດພາບມາປັດຈຸບັນ ຫຼາຍສິ່ງຫຼາຍຢ່າງແມ່ນປ່ຽນໄປແລ້ວ ລວມທັງການເຮັດນາກໍເຊັ່ນດຽວກັນ ຕ່າງຈາກແຕ່ກ່ອນຢ່າງຫຼວງຫຼາຍ ເຄື່ອງຈັກກໍມີຄວາມທັນສະໄໝໃຊ້ງານໄດ້ຢ່າງວ່ອງໄວ. ເມື່ອເຮັດນາ ຫຼາຍຄົນຄົງຄິດຮອດສະໄໝແຕ່ກ່ອນ ສະໄໝທີ່ບໍ່ມີຄວາມຈະເລີນໃຊ້ຄວາຍໄຖນາ ບັນຍາກາດເຕັມໄປດ້ວຍທົ່ງນາອັນກວ້າງໄກ ບໍ່ມີສຽງລົດໄຖໃຫ້ລົບກວນຫູ ມີແຕ່ສຽງສັດຮ້ອງຕາມທົ່ງນາ. ປັດຈຸບັນ ບັນຍາກາດແບບເກົ່າແມ່ນຫາໄດ້ຍາກແລ້ວ ຫຼື ເວົ້າໄດ້ວ່າເກືອບຈະບໍ່ມີແລ້ວ ບໍ່ວ່າຈະເຂດຊົນນະບົດກໍຕາມ.

ຂໍ້ມູນຈາກ:

Traditional

finearts

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/