ຍີ່ປຸ່ນ ມີສັດສ່ວນປະຊາກອນຜູ້ສູງອາຍຸຫຼາຍທີ່ສຸດໃນໂລກ


ກະຊວງສາທາລະນະສຸກ ແຮງງານ ແລະ ສະຫວັດດີການສັງຄົມຂອງປະເທດຍີ່ປຸ່ນ ອອກມາເປີດເຜີຍຕົວເລກຫຼ້າສຸດຂອງປະຊາກອນທີ່ມີອາຍຸຄົບ 100 ປີ ຫຼື ຫຼາຍກວ່ານັ້ນໂດຍພົບວ່າມີປະຊາກອນຫຼາຍກວ່າ 92,139 ຄົນ ເຊິ່ງຖືວ່າເປັນສະຖິຕິໃໝ່ຂອງປະເທດ ໃນຈຳນວນນີ້ ເປັນແມ່ຍິງເຖິງ 81,589 ຄົນ ຄິດເປັນ 88.5%.

ສຳນັກຂ່າວຕ່າງປະເທດໄດ້ລາຍງານຈາກນະຄອນໂຕກຽວ ປະເທດຍີ່ປຸ່ນ ໄດ້ລາຍງານວ່າ 29.1% ຂອງປະຊາກອນໃນປະເທດຍີ່ປຸ່ນ ທີ່ມີອາຍຸຫຼາຍກວ່າ 65 ປີເພີ່ມຂຶ້ນ 0.1% ເມື່ອປຽບທຽບກັບສະຖິຕິເກົ່າປີກ່ອນໜ້າ ແລະ ເປັນສະຖິຕິສູງສຸດຂອງໂລກ.

ໂດຍປະຊາກອນຜູ້ສູງອາຍຸປະມານ 12.59 ລ້ານຄົນ ຫຼື ຄິດເປັນ 1 ໃນ 10 ຂອງປະຊາກອນທັງປະເທດ ໃນປັດຈຸບັນ ມີປະຊາກອນອາຍຸບໍ່ຕ່ຳກວ່າ 80 ປີ ແລະ ມີປະຊາກອນປະມານ 20 ລ້ານຄົນ ທີ່ມີອາຍຸບໍ່ໜ້ອຍກວ່າ 75 ປີ ດ້ວຍສາເຫດນີ້ ປະເທດຍີ່ປຸ່ນ ຈຶ່ງຍັງມີແຮງງານສູງອາຍຸຢູ່ໃນລະບົບ.

ໂດຍໃນປັດຈຸບັນມີຈຳນວນປະມານ 9 ລ້ານຄົນ ຄິດເປັນສັດສ່ວນ 13.6% ຂອງແຮງງານທັງໝົດໃນປະເທດ ທັງນີ້ກະຊວງພາຍໃນຂອງປະເທດຍີ່ປຸ່ນ ກໍອອກມາຄາດການວ່າສັດສ່ວນຂອງປະຊາກອນຜູ້ສູງອາຍຸໃນປະເທດຍີ່ປຸ່ນ ຈະເພີ່ມຂຶ້ນມາຢູ່ທີ່ 34.8% ພາຍໃນປີ 2040.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/