ການລົງທຶນຄຶກຄື້ນ! ສປປ ລາວ ມີໂຄງການລົງທຶນແຮ່ທາດ ແລະ ກິດຈະການໂຮງງານປຸງແຕ່ງແຮ່ທາດ ກວ່າ 1.143 ບໍລິສັດ


ໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານ ບໍ່ແຮ່ຢູ່ແຂວງວຽງຈັນ ເມື່ອບໍ່ດົນມານີ້, ທ່ານ ຄໍາໂສ້ ກຸໂພຄຳ, ຫົວໜ້າຫ້ອງການ ກະຊວງ ພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ປີ 1990 ເປັນຕົ້ນມາ, ລັດຖະບານ ສປປ ລາວ ໄດ້ເປີດກວ້າງການລົງທຶນ ໂດຍອະນຸຍາດໃຫ້ຜູ້ລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ມາລົງທຶນເຂົ້າໃສ່ການພັດທະນາແຮ່ທາດ ແລະ ບໍ່ແຮ່, ເຊິ່ງມາຮອດເດືອນ ກັນຍາ 2023 ມີໂຄງການລົງທຶນ ທີ່ຂັ້ນສູນກາງ ແລະ ທ້ອງຖິ່ນ ອອກອະນຸຍາດ, ບັນດາໂຄງການທົດລອງ, ທຸລະກິດໃຫ້ການບໍລິການທີ່ຕິດພັນກັນກ່ຽວກັບແຮ່ທາດ ແລະ ກິດຈະການໂຮງງານປຸງແຕ່ງແຮ່ທາດ ທີ່ບໍ່ມີເຂດສໍາປະທານເປັນຂອງຕົນເອງ ມີທັງໝົດ 1.143 ບໍລິສັດ, ກວມເອົາ 1.336 ກິດຈະການ.

ໃນນີ້, ບັນດາບໍລິສັດ ທີ່ຢູ່ໃນໄລຍະຊອກຄົ້ນ, ສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີທັງໝົດ 287 ບໍລິສັດ, 399 ກິດຈະການ, ກວມເນື້ອທີ່ ທັງໝົດ 72.370 ກິໂລຕາແມັດ ຫຼື ເທົ່າກັບ 3,27% ຂອງເນື້ອທີ່ທົ່ວປະເທດ. ບໍລິສັດ ຢູ່ໃນໄລຍະການຊອກຄົ້ນ ມີທັງໝົດ 25 ບໍລິສັດ, 25 ກິດຈະການ, ບໍລິສັດ ຢູ່ໃນໄລຍະການສໍາຫຼວດ ມີ122 ບໍລິສັດ, 138 ກິດຈະການ, ມີເນື້ອທີ່ທັງໝົດ (ທັງບໍລິສັດຊອກຄົ້ນ+ສຳຫຼວດ) 69.818 ກິໂລຕາແມັດ ຫຼື ເທົ່າກັບ 2,95% ຂອງເນື້ອທີ່ທົ່ວປະເທດ, ບໍລິສັດ ຢູ່ໃນໄລຍະການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ມີ 32 ບໍລິສັດ, 51 ກິດຈະການ, ເນື້ອທີ່ ມີທັງໝົດ 1.359,79 ກິໂລຕາແມັດ ຫຼື ເທົ່າກັບ 0,57% ຂອງເນື້ອທີ່ທົ່ວປະເທດ, ບໍລິສັດ ທີ່ກ້າວເຂົ້າສູ່ການຂຸດຄົ້ນ ແລະ ຜະລິດ ມີ 108 ບໍລິສັດ, 185 ກິດຈະການ, ເນື້ອທີ່ ທັງໝົດ 2.538,4 ກິໂລຕາແມັດ ຫຼື ເທົ່າກັບ 1,07% ຂອງເນື້ອທີ່ທົ່ວປະເທດ.

https://www.facebook.com/crifm93

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/