ມາຮູ້ຈັກ Tokyo Olympics 2020 ທີ່ຈະຈັດຂຶ້ນອີກ 3 ອາທິດຈະມາເຖິງນີ້!


ກິລາໂອແລມປິກຢີ່ປຸ່ນ ທີ່ເລື່ອນມາຈັດໃນປີ 2021 ເປັນອີກມະຫະກຳກິລາທີ່ຫຼາຍຄົນໃຫ້ຄວາມສົນໃຈ ແຕ່ເນື່ອງຈາກການແຜ່ລະບາດຂອງໂຄວິດ-19 ຈຶ່ງເຮັດໃຫ້ຫຼາຍສິ່ງຫຼາຍຢ່າງປ່ຽນແປງໄປ ກວມໄປເຖິງເປົ້າໝາຍທີ່ວາງໄວ້ກໍປ່ຽນໄປ ປະກອບກັບຜູ້ຄົນທີ່ຮັບຊົມກໍອາດຈະແຕກຕ່າງຈາກໂອແລມປິກໃນປີຜ່ານໆມາ ທີ່ຫຼາຍປະເທດເປັນເຈົ້າພາບ ເພາະສະພາບການໃນຫຼາຍປະເທດກໍຍັງບໍ່ປົກກະຕິ.

ໂອແລມປິກປີນີ້ ອາດຈະບໍ່ຟົດຟື້ນດັ່ງທີ່ຫຼາຍຄົນໝາຍປອງໄວ້ ແຕ່ກໍຍັງດຳເນີນການຈັດມະຫະກຳກິລາໂອແລມປິກທີ່ຍີ່ປຸ່ນຕໍ່ໄປ ເຖິງປະຊາກອນຫຼາຍສ່ວນບໍ່ເຫັນດີກໍຕາມ ແຕ່ເມື່ອໄດ້ກະກຽມຄວາມພ້ອມໄວ້ກ່ອນແລ້ວ ກໍຕ້ອງດຳເນີນການສືບຕໍ່ ແຕ່ກໍມີຂໍ້ຈຳກັດ ແລະ ມາດຕະການຢ່າງເຂັ້ມງວດ.

ໃນກິລາໂອແລມປິກໃນປີນີ້ ແມ່ນຈັດຂຶ້ນເປັນຄັ້ງທີ 32 ເຊິ່ງເປັນມະຫະກຳກິລານານາຊາດທີ່ສຳຄັນ ແລະ ໃນປີນີ້ກໍຈະຈັດຂຶ້ນໃນກຸງໂຕກຽວ ປະເທດຍີ່ປຸ່ນ ຈັດຂຶ້ນໃນລະຫວ່າງວັນທີ 23 ກໍລະກົດ ເຖິງ 8 ສິງຫາ ປີ 2021.

ປະເພດກິລາຈະມີທັງກິລາຄົນພິການ ແລະ ຄົນທົ່ວໄປ ປະກອບເຂົ້າກັນ ເຊິ່ງບັນຈຸກິລາຫຼາກຫຼາຍປະເພດດ້ວຍກັນ, ພິເສດໄປກວ່ານັ້ນຈະເປັນມະຫະກຳກິລາ ທີ່ມີການແຂ່ງຂັນຊິງຫຼຽນລາງວັນເຖິງ 339 ລາຍການ, ນັບໄດ້ວ່າເປັນໂອແລມປິກທີ່ມີລາຍການແຂ່ງຂັນຫຼາຍທີ່ສຸດໃນປະຫວັດສາດ.

ໂອແລມປິກປີນີ້ ແມ່ນໄດ້ປັບປ່ຽນແຜນຫຼາຍໂປຣແກຣມ, ໃນແຕ່ລະປີຂອງໂອແລມປິກ ໃຫ້ເຈົ້າພາບສາມາດສະເໜີຊະນິດກິລາທີ່ມີຄວາມດຶງດູດໃຫ້ຫຼາຍຍິ່ງຂຶ້ນ ແລະ ກິລາໃໝ່ໆຂອງໄວໜຸ່ມເຍົາວະຊົນເປັນຕົ້ນ. ນອກຈາກນີ້ ຈະມີ 6 ກິລາຊະນິດໃໝ່ທີ່ຈະແຂ່ງຂັນຊິງຫຼຽນໃນໂອແລມປິກຄັ້ງທຳອິດໃນປີນີ້ຄື:

  1. ສະເກັດບອດ (Skateboard): ເຊິ່ງເປັນຄັ້ງທຳອິດທີ່ຈະໄດ້ເອົາກິລາປະເພດນີ້ ມາບັນຈຸໃນການແຂ່ງຂັນຊິງຫຼຽນຢ່າງເປັນທາງການ ແລະ ໃນປີ 2024 ທີ່ທາງຝຣັ່ງເປັນເຈົ້າພາບກໍຈະເອົາກິລາປະເພດນີ້ເຂົ້າບັນຈຸເຂົ້າການແຂ່ງຂັນເຊັ່ນດຽວກັນ.
  1. ເຊີບ (Surf): ເປັນອີກໜຶ່ງກິລາທີ່ເປັນທີ່ນິຍົມຕັ້ງແຕ່ອະດີດຈົນຮອດປັດຈຸບັນ ແລະ ນິຍົມຫຼິ້ນກັນເກືອບທົ່ວໂລກເລີຍກໍວ່າໄດ້, ເຊິ່ງເປັນອີກໜຶ່ງກິລາທີ່ບັນຈຸເຂົ້າໃນການແຂ່ງຂັນໂອແລມປິກປີນີ້ ແລະ ປີ 2024 ທີ່ຝຣັ່ງເປັນເຈົ້າພາບ.
  1. ປີນໜ້າຜາ: ເປັນກິລາຊະນິດໜຶ່ງ ທີ່ທ້າທາຍ ແລະ ໜ້າຕື່ນເຕັ້ນເປັນທີ່ສຸດ ພ້ອມກັບເປັນກິລາທີ່ຫຼາຍຄົນໃຫ້ຄວາມນິຍົມ ແລະ ຜູ້ຄົນໃຫ້ຄວາມສົນໃຈມາຫຼາຍປີຕັ້ງແຕ່ປີ 1985 ຈົນຮອດປັດຈຸບັນ ກໍຍັງຄົງນິຍົມມາຢ່າງຕໍ່ເນື່ອງ.
  1. ຄາຣາເຕ້: ກິລາຊະນິດນີ້ ເກີດຂຶ້ນທີ່ໂອກິນາວາ ປະເທດຢີ່ປຸ່ນ ເມື່ອປີ 1868 ກ່ອນຈະໄດ້ຮັບຄວາມນິຍົມໄປທົ່ວປະເທດ ແລະ ໄດ້ຮັບຄວາມນິຍົມທົ່ວໂລກໃນປີ 1900, ເປັນກິລາຕໍ່ສູ້ ແລະ ສະແດງໃຫ້ເຫັນເຖິງທັກສະຂອງນັກກິລາໄດ້ດີພໍສົມຄວນ. ສະນັ້ນ ກິລາປະເພດນີ້ ຈຶ່ງເປັນກິລາໃໝ່ທີ່ທາງໂອແລມປິກຮັບຮອງບັນຈຸເຂົ້າໃນການແຂ່ງຂັນ.
  1. ເບສບອລ (Baseball): ເຖິງຈະເຄີຍບັນຈຸເຂົ້າໃນກິລາທົດລອງໃນປີ 1992 ແລ້ວ, ແຕ່ຫຼັງຈາກຖືກຕັດອອກໃນປີ 2008 ໃນໂອແລມປິກປັກກິ່ງແລ້ວ, ປີນີ້ຈະເປັນປີທີ່ຈະກັບມາແຂ່ງຂັນອີກຄັ້ງ ແລະ ຖືກບັນຈຸເຂົ້າໃນໂອແລມປິກໂຕກຽວ 2020 ຢ່າງເປັນທາງການ.
  1. ຊອບບອລ (Softball): ກ່ອນໜ້ານີ້ກໍເຄີຍເປັນກິລາຊິງຫຼຽນໃນໂອແລມປິກທີ່ແອດແລນຕ້າ ສະຫະລັດອາເມຣິກາ 1996 ແຕ່ກິລາປະເພດນີ້ຖືກຖອນອອກຈາກໂອແລມປິກ 2008 ແລະ ມາໃນປີນີ້ ກິລາປະເພດນີ້ ແມ່ນໄດ້ຖືກຮັບຮອງບັນຈຸເຂົ້າຢ່າງເປັນທາງການ ໃນໂອແລມປິກໂຕກຽວ 2020.

ນີ້ເປັນພຽງ 6 ປະເພດກິລາໃໝ່ ທີ່ບັນຈຸເຂົ້າໃນການແຂ່ງຂັນໂອແລມປິກ, ສ່ວນກິລາປະເພດອື່ນໆທີ່ເຄີຍແຂ່ງກັນມາແມ່ນຍັງຄົງບັນຈຸຢູ່ໃນຮູບແບບເກົ່າ ແລະ ແຂ່ງຂັນກັນປົກກະຕິ ຕາມແຕ່ລະປະເທດທີ່ເປັນເຈົ້າພາບ.

ສ່ວນເລື່ອງເທັກໂນໂລຢີທີ່ທັນສະໄໝ ແລະ ການກຽມພ້ອມຂອງຢີ່ປຸ່ນແມ່ນພິເສດເຫຼືອຫຼາຍເຊັ່ນ:

  • ມີສະໜາມກິລາທີ່ປ້ອງກັນແຜ່ນດິນໄຫວໄດ້, ມີຫຸ່ນຍົນຜູ້ຊ່ວຍພາກສະໜາມ ຊ່ວຍເຮັດວຽກເຄື່ອນຍ້າຍສິ່ງຂອງຕ່າງໆໄດ້ ແລະ ເປັນຫຸ່ນຍົນທີ່ສາມາດເຄື່ອນຍ້າຍໄປມາໄດ້ ພາຍໃນຫຸ່ນຍົນຈະມີກ້ອງວົງຈອນປິດ ຊ່ວຍໃຫ້ຮູ້ເຖິງສະພາບແວດລ້ອມພາຍໃນການແຂ່ງ ແລະ ອ້ອມຂ້າງ.
  • ມີລົດເມ ທີ່ເປັນພະລັງງານສະອາດ ສາມາດອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ເພື່ອຮັບສົ່ງໄປມາໃນສະຖານທີ່ພັກ ບໍລິການຜູ້ຮັບຊົມກິລາ ແລະ ແຂກຕ່າງແດນ.
  • ຫຼຽນລາງວັນລີໄຊເຄິນ ເປັນຫຼຽນທີ່ຈະມອບໃຫ້ແກ່ນັກກິລາ ເຊິ່ງເປັນຜົນງານອອກແບບຂອງຜູ້ຊ່ຽວຊານທີ່ມີຊື່ສຽງໂດ່ງດັງ ບໍ່ຊັບຊ້ອນແຕ່ສວຍສົດງົດງາມ ມີຄວາມໝາຍທີ່ສື່ເຖິງສະພາບແວດລ້ອມຂອງຍີ່ປຸ່ນ.
52522
  • ນອກຈາກນີ້ຍັງມີ 3D Athlete Tracking ເປັນເທັກໂນໂລຢີທີ່ທັນສະໄໝ ສາມາດໄຮໄລ້ລະດັບຄວາມໄວໃນການແລ່ນ ເຊິ່ງຮັບປະກັນຈາກຜູ້ຜະລິດທີ່ມີຊື່ສຽງລະດັບໂລກດ້ານເທັກໂນໂລຢີ ຈາກບໍລິສັດ Intel ແລະ Alibaba.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/