ສະເກັດບອດຮັກໂລກ ເຮັດມາຈາກຝາຕຸກນ້ຳຣີໄຊເຄິນ ລົດຂີ້ເຫຍື້ອພລາສຕິກ


ສະເກັດບອດ ຖືວ່າເປັນຢ່າງໜຶ່ງທີ່ນິຍົມຫຼິ້ນກັນມາຫຼາຍປີແລ້ວ ເຊິ່ງເມື່ອກ່ອນນິຍົມຫຼາຍໃນປະເທດຕາເວັນຕົກ ແຕ່ປັດຈຸບັນທາງເອເຊຍ ແລະ ຝັ່ງປະເທດຕາເວັນອອກກໍນິຍົມກັນຫຼິ້ນເປັນຈຳນວນຫຼາຍ.

ສະເກັດບອດ ເຊິ່ງປົກກະຕິແລ້ວເຮັດດ້ວຍໄມ້ ແຕ່ຜູ້ກໍ່ຕັ້ງແບຣນ Plas-Repeat ຜູ້ທີ່ແນມເຫັນບັນຫາສິ່ງແວດລ້ອມ ແລະ ຢາກລົງມືແກ້ໄຂ ໄດ້ນຳເອົາຂີ້ເຫຍື້ອພລາສຕິກ ມີທັງຕຸກນ້ຳເກົ່າ ແລະ ຝາຕຸກນ້ຳ ມາຣີໄຊເຄິນໃໝ່ໃຫ້ກາຍເປັນແຜ່ນສະເກັດບອດທີ່ມີສີສັນສົດໃສ ແລະ ເປັນຕາຫຼິ້ນ ແຖມເປັນການລົດຂີ້ເຫຍື້ອພລາສຕິກໃນສິ່ງແວດລ້ອມອີກດ້ວຍ.

ທາງຜູ້ກໍ່ຕັ້ງ ໄດ້ບອກວ່າ ລາວຢາກໃຫ້ທຸກຄົນຄຳນຶງເຖິງບັນຫາສິ່ງແວດລ້ອມ ແລະ ຂີ້ເຫຍື້ອພລາສຕິກວ່າມັນເປັນເລື່ອງໃຫຍ່ ພ້ອມກັບຕົນເອງທີ່ມັກຫຼິ້ນສະເກັດບອດຢູ່ແລ້ວ ຈຶ່ງຢາກລວມທັງສອງຢ່າງເຂົ້າກັນ, ຫຼັງຈາກນັ້ນ ຕົນເອງກໍໄດ້ແນວຄິດດັ່ງກ່າວມາຈາກຕ່າງປະເທດ ຈຶ່ງໄປສຶກສາວິທີເຮັດ ລອງຜິດລອງຖືກຢູ່ໄລຍະໜຶ່ງຈົນອອກມາເປັນຮູບເປັນຮ່າງແບບທີ່ເຮົາເຫັນ.

ທັງສີສັນສົດໃສເປັນຕາຫຼິ້ນ ແຖມຍັງຮັກສິ່ງແວດລ້ອມອີກດ້ວຍ ແບບນີ້ສາຍສະເກັດບອດທີ່ຮັກສິ່ງແວດລ້ອມໜ້າຈະຖືກໃຈຢູ່ບໍ່ໜ້ອຍ ໃຜທີ່ສົນໃຈຢາກໄດ້ກໍສາມາດສັ່ງຈອງກັບທາງຮ້ານໂດຍໄດ້ກົງເລີຍ https://www.facebook.com/Plas.Repeat/

ຂອບໃຈຂໍ້ມູນຈາກ:

https://cutt.ly/YmjdEDs

https://www.facebook.com/Plas.Repeat/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/