5 ອັນຕະລາຍທີ່ເກີດຈາກການເບິ່ງໜ້າຈໍມືຖືຫຼາຍເກີນໄປ


ທຸກມື້ນີ້ ມືຖື ຫຼື ສະມາດໂຟນ ແມ່ນເປັນຫຼາຍກວ່າ ໂທລະສັບທຳມະດາ ທີ່ໃຊ້ພຽງແຕ່ຕິດຕໍ່ສື່ສານກັນເທົ່ານັ້ນ ເພາະເຮົາສາມາດເສບຂໍ້ມູນຂ່າວສານ, ສື່ບັນເທີງ, ເບິ່ງຮູບເງົາ, ຟັງເພງ, ຫຼິ້ນເກມ, ຖ່າຍຮູບ ແລະ ອື່ນໆອີກຫຼາກຫຼາຍ ໃນ ມືຖືໜ່ວຍດຽວ ຈົນສາມາດເວົ້າໄດ້ວ່າເປັນອີກອະໄວຍະວະໜຶ່ງຂອງມະນຸດໃນສະໄໝນີ້ເລີຍກໍວ່າໄດ້.

ແຕ່ການເບິ່ງໜ້າຈໍໃນມືຖືຫຼາຍຈົນເກີນໄປ  ກໍອາດຈະສົ່ງຜົນເສຍທີ່ຕາມມາໄດ້ ບາງຄັ້ງຈົນຕ້ອງໄດ້ຮັບການຜ່າຕັດ ເພາະຕາເບິ່ງໜ້າຈໍຫຼາຍເກີນໄປ ຈົນເຮັດໃຫ້ກ້າມຊີ້ນບໍລີເວນຂອງຕາບໍ່ເເຂງແຮງ ແລະ ໜ່ວຍຕາອ່ອນເພຍໄດ້.

ແລະ ນີ້ແມ່ນ 5 ຜົນເສຍທີ່ຈະເກີດກັບສຸຂະພາບຖ້າຫາກທ່ານບໍ່ໃສ່ໃຈຕົນເອງ ໃນການເບິ່ງຈໍມືຖືຫຼາຍຈົນເກີນໄປ:

  1.  ລົບກວນການນອນຫຼັບ

ແສງສີຟ້າຈາກມືຖື ເມື່ອກະທົບກັບໜ່ວຍຕາຂອງຄົນເຮົາຫຼາຍເກີນໄປ ຈະສົ່ງຜົນກະທົບໃນການຫຼັ່ງຮໍໂມນ “ເມລາໂທນິນ” ທີ່ຊ່ວຍໃນການນອນຫຼັບ ແລະ ອາດຈະເຮັດໃຫ້ຫງຸດຫງິດງ່າຍ.

  1. ປວດກ້າມຄໍ

ສ່ວນໃຫຍ່ແລ້ວ ເວລາຄົນເຮົາເບິ່ງໜ້າຈໍມືຖື ເພື່ອພິມຂໍ້ຄວາມ ຫຼື ອ່ານບາງສິ່ງບາງຢ່າງ ຄົນເຮົາມັກຈະກົ້ມ 60 ອົງສາ ເຊິ່ງເປັນທ່າທີ່ບໍ່ເໝາະສົມ ແລະ ຖ້າຫາກວ່າເຮັດແບບນັ້ນເປັນເວລາດົນ ກໍສາມາດເຮັດໃຫ້ປວດກ້າມຊີ້ນບໍລິເວນບ່າ ແລະ ຄໍໄດ້.

  1. ອິດເມື່ອຍ ແລະ ຫງຸດຫງິດງ່າຍ

ການໃຊ້ໂທລະສັບມືຖື, ຕອບຂໍ້ຄວາມ ຫຼື ເສບສື່ສັງຄົມອອນລາຍຢູ່ຕະຫຼອດເວລາ ຈະເຮັດໃຫ້ຄົນເຮົາເປັນຄົນທີ່ຢາກນຳໃຫ້ທັນທຸກຢ່າງຕະຫຼອດເວລາ ແລະ ເມື່ອບໍ່ໄດ້ດັ່ງໃຈໝາຍ ຫຼື ບໍ່ທັນໃຈ ກໍຈະມີອາຫານຫງຸດຫງິດ, ໂມໂຫ ແລະ ເມື່ອຍໄດ້ງ່າຍ.

  1. ສະມາທິສັ້ນ

ການຈ້ອງເບິ່ງແຕ່ໜ້າຈໍເພື່ອເສບສື່ຕ່າງໆຫຼາຍເກີນໄປ ຈະສົ່ງຜົນໃຫ້ສະມາທິສັ້ນລົງ ເພາະສະໝອງບໍ່ສາມາດຈົດຈໍ່ກັບສິ່ງໃດສິ່ງໜຶ່ງໄດ້ ແລະ ຍັງຕ້ອງເສຍສະມາທິກັບສຽງຂໍ້ຄວາມທີ່ຈະແຈ້ງເຕືອນຕອນທີ່ເຮົາກຳລັງເຮັດອັນໃດອັນໜຶ່ງຢ່າງຕັ້ງໃຈຈົນຂາດສະມາທິໄດ້.

  1. ວິນຫົວ ແລະ ນິ້ວລັອກ

ການໃຊ້ມືຖືເປັນເວລາດົນ ຈະເຮັດໃຫ້ຮ່າງກາຍຂອງຄົນເຮົາໄດ້ຮັບລັງສີ ຈາກຄື້ນໂທລະສັບທີ່ແຜ່ອອກມາຫຼາຍຂຶ້ນ ເຊິ່ງລັງສີດັ່ງກ່າວຈະສົ່ງຜົນຕໍ່ລະບົບປະສາດ ເຮັດໃຫ້ສາມາດວິນຫົວ ແລະ ປວດອາຈຽນໄດ້ໃນເວລາຕໍ່ມາ. ນອກຈາກນັ້ນ, ການໃຊ້ນິ້ວໃນການພິມຕົວໜັງສືໃນໜ້າຈໍຢ່າງຕໍ່ເນື່ອງເປັນເວລາດົນ ເຊິ່ງອາດຈະເກີດຂຶ້ນໄດ້ໃນເວລາຫຼິ້ນເກມ ຫຼື ພິມຂໍ້ຄວາມ ສົ່ງຜົນໃຫ້ນິ້ວລັອກ ຫຼື ເສັ້ນເອັນໃນມືລັອກ ແລະ ຊາໄດ້.

ທີ່ມາ: https://www.sanook.com/health/8741/

ພາບ: FreeDesignFil, Freepik

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/