ການປິດຊາຍແດນຕ້ານໂຄວິດ-19 ເຮັດໃຫ້ ສປປ ເກົາຫຼີ ພົບບັນຫາຂາດອາຫານ


ໃນປີ 2020​ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫຼີ ຫຼື ສປປ ເກົາຫຼີ ເປັນປະເທດໜຶ່ງທີ່ເຄີຍຢັ້ງຢືນວ່າ ມີການພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເປັນສູນ ຍ້ອນມີການປິດຊາຍແດນຂອງປະເທດຕັ້ງແຕ່ຕົ້ນປີ 2020 ພ້ອມກັບລາຍງານແກ່ອົງການອະນາໄມໂລກວ່າ ເມື່ອອາທິດທີ່ຜ່ານມາໄດ້ມີການກວດເຊື້ອພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນຂອງຕົນ 30,000 ຄົນ ແລະ ບໍ່ມີຜູ້ຕິດເຊື້ອເລີຍ.

ແນວໃດກໍຕາມ, ເຖິງວ່າການປິດປະເທດຈະເຮັດໃຫ້ບໍ່ມີຜູ້ຕິດເຊື້ອພາຍໃນເລີຍ ແຕ່ກໍເປັນການປິດກັ້ນການຊ່ວຍເຫຼືອຈາກພາຍນອກເຊັ່ນດຽວກັນ.

ປັດຈຸບັນ ສປປ ເກົາຫຼີ ກຳລັງພົບກັບວິກິດທາງເສດຖະກິດຕົກຕ່ຳທີ່ສຸດໃນຮອບ 73 ປີ ທ່າມກາງການຂາດອາຫານ ແລະ ຢາປົວພະຍາດ ພ້ອມກັບອັດຕາການວ່າງງານສູງ ເພາະເຄີຍມີການພົວພັນທາງເສດຖະກິດກັບ ສປ ຈີນ ແຕ່ການປິດພົມແດນເຮັດໃຫ້ ປັດຈຸບັນ ການຄ້າຂາຍລະຫວ່າງ ສປປ ເກົາຫຼີ ແລະ ສປ ຈີນ ລົດລົງຫຼາຍກວ່າ 50%.

ຜົນກະທົບຫຼັກໆກໍຄືການເຂົ້າເຖິງອຸປະກອນທີ່ຊ່ວຍເລື່ອງກະສິກຳ ເຊັ່ນ ປຸຍ ແລະ ເຄື່ອງຈັກ. ນອກຈາກນັ້ນ, ລັດຖະບານຍັງສັ່ງຫ້າມປະຊາຊົນບໍ່ໃຫ້ມີການຮວມກຸ່ມກັນ ພ້ອມກັບ ການຫ້າມນຳເຂົ້າອາຫານ ແລະ ການຊ່ວຍເຫຼືອຈາກຕ່າງປະເທດ ຈຶ່ງເຮັດໃຫ້ປະຊາຊົນ ໂດຍສະເພາະກຸ່ມຄົນທຸກຍາກ ຕ້ອງໄດ້ພົບກັບສະພາວະຂາດເຂີນອາຫານ.

ທີ່ມາ: https://bit.ly/3wgFY7F

ພາບ: matichonweekly, prachachat

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/