ຜົນກະທົບຈາກເຮືອຂົນສົ່ງສິນຄ້າສິງກະໂປເກີດໄຟໄໝ້ທີ່ທະເລສີລັງກາ ເຮັດໃຫ້ສັດນ້ຳໃນບໍລິເວນດັ່ງກ່າວຕາຍເປັນຈຳນວນຫຼາຍ


ໃນວັນທີ 20 ພຶດສະພາທີ່ຜ່ານມາ ສຳນັກຂ່າວທົ່ວໂລກໄດ້ລາຍງານເຖິງສະຖານະການໄຟໄໝ້ເຮືອ MV X-Press Pearl ເຮືອຂົນສົ່ງສິນຄ້າຂອງສິງກະໂປທີ່ບັນທຸກຕູ້ຄອນເທນເນີ້ 1,486 ຕູ້. ໃນນັ້ນມີກົດໄນຕຣິກ 25 ໂຕນ, ສານເຄມີ, ພລາສຕິກ ແລະ ອື່ນໆ ເກີດໄຟລຸກໄໝ້ຢ່າງຮຸນແຮງຢູ່ໜ້ານ້ຳທະເລປະເທດສີລັງກາ ແລະ ໃນເວລາຕໍ່ມາພລາສຕິກຫຸ້ມຫໍ່ສິນຄ້າທີ່ບັນທຸກມາໃນເຮືອ, ສານເຄມີ ແລະ ນ້ຳມັນຈາກເຮືອໄດ້ລອຍລົງສູ່ທະເລ ສ້າງຜົນກະທົບຕໍ່ສິ່ງແວດລ້ອມມະຫາສານ.

ສຳນັກຂ່າວ Reuters ໄດ້ລາຍງານສະຖານະການປັດຈຸບັນຂອງບໍລິເວນທະເລສີລັງກາ ຫຼັງຈາກທີ່ເກີດຄວາມເສຍຫາຍຢ່າງໜັກ ສະແດງໃຫ້ເຫັນວ່າ ເຕົ່າຫຼາຍຮ້ອຍໂຕໄດ້ອົບພະຍົບຂຶ້ນຝັ່ງ ເນື່ອງຈາກບໍ່ສາມາດອາໄສຢູ່ບໍລິເວນນັ້ນ, ສານເຄມີຕ່າງໆໄດ້ທຳລາຍນ້ຳ ແລະ ປະກາລັງ ມີເຕົ່າທີ່ຕາຍຈາກເຫດການນີ້ເຖິງ 176 ໂຕ, ໂລມາ 40 ໂຕ ແລະ ວານອີກ 4 ໂຕ.

Mahinda Amaraweera ລັດຖະມົນຕີສິ່ງແວດລ້ອມ ປະເທດສີລັງກາ ໄດ້ກ່າວວ່າ “ໃນລະດູມໍລະສຸມຕາເວັນຕົກສຽງໃຕ້ ບໍ່ເຄີຍມີສັດທະເລຕາຍໃນລັກສະນະນີ້ມາກ່ອນ ຊາກເຫຼົ່ານັ້ນຖືກພົບລອຍມາທີ່ຊາຍຝັ່ງຕາເວັນຕົກ ເຫດເກີດຈາກເຮືອຫຼົ້ມທີ່ຜ່ານມາ”

ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງໄດ້ກ່າວໄວ້ໃນອາທິດທີ່ຜ່ານມາ ວ່າພວກເຂົາໄດ້ຍົກເລີກການຫ້າມເຮັດປະມົງໃນບາງສ່ວນຂອງຊາຍຝັ່ງທີ່ໄດ້ຮັບຜົນກະທົບ ເຖິງແມ່ນວ່ານັກວິຊາການຈະອອກມາເຕືອນວ່າມັນອາດມີຄວາມສ່ຽງຕໍ່ຊີວິດທາງທະເລຈາກໄພພິບັດຄັ້ງທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

https://cutt.ly/lmjntrK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/