Instagram ອາດຈະຫັນມາເປັນແອັບໂພສວິດີໂອຢ່າງເຕັມຕົວ ແທນການໂພສຮູບພາບ


Instagram ອາດຈະບໍ່ໄດ້ເປັນແອັບທີ່ໃຊ້ແຊຣ໌ຮູບພາບດັ່ງທີ່ເຮົາຄຸ້ນເຄີຍອີກຕໍ່ໄປ, ເນື່ອງຈາກການມາຂອງແອັບ TikTok ທີ່ເປັນການໂພສວິດີໂອສັ້ນທີ່ໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ, ທາງ Instagram ເອງກໍເລີຍໄດ້ພັດທະນາຟີເຈີໃໝ່ເພື່ອມາແຂ່ງກັບ TikTok ໂດຍໃຫ້ຊື່ວ່າ “Exclusive Stories”

Exclusive Stories ຈະເປັນຟີເຈີທີ່ມາຊ່ວຍໃຫ້ຜູ້ທີ່ເປັນ Creator ຫຼື ຜູ້ທີ່ຕ້ອງການສ້າງລາຍໄດ້ຈາກ Instagram ໂດຍການເຮັດວຽກຂອງຟີເຈີນີ້ ຈະເປັນການໃຫ້ຜູ້ໃຊ້ງານສາມາດແຊຣ໌ເລື່ອງລາວຫຼືຄອນເທັ້ນພິເສດລົງໃນ IG Stories ເຊິ່ງຄົນອື່ນກໍສາມາດເບິ່ງ Stories ພິເສດນີ້ໄດ້ແຕ່ຕ້ອງເປັນຜູ້ຕິດຕາມ ຫຼື ແຟນຄລັບ ທີ່ຕ້ອງສະໝັກຕິດຕາມລາຍເດືອນ (Subscription) ກັບຜູ້ໃຊ້ງານເທົ່ານັ້ນ.

Exclusive Stories ຈະບໍ່ສາມາດບັນທຶກ ຫຼື ກົດແຄັບໜ້າຈໍ ເພື່ອບັນທຶກ Stories ນັ້ນໆໄດ້, ແຕ່ຟີເຈີນີ້ ກໍຢູ່ໃນໄລຍະກຳລັງພັດທະນາ.

ນອກຈາກ Exclusive Stories ແລ້ວທາງ Adam Mosseri ຜູ້ບໍລິຫານສູງສຸດຂອງ Instagram ໄດ້ອອກມາບອກສັ້ນໆກ່ຽວກັບການທົດລອງ ແລະ ການປ່ຽນແປງບາງຢ່າງ ຂອງ Instagram ໃນອະນາຄົດວ່າຈະເປັນລະບົບ AI ທີ່ຈະແນະນຳຄອນເທັ້ນຈາກຊ່ອງຕ່າງໆທີ່ບໍ່ວ່າຜູ້ໃຊ້ງານຈະບໍ່ໄດ້ກົດຕິດຕາມຊ່ອງໄວ້ກໍຕາມ ແຕ່ອາດຈະສົນໃຈຄອນເທັ້ນດັ່ງກ່າວເມື່ອໄດ້ພົບເຫັນ ພ້ອມກັບຈະເຮັດໃຫ້ການຫຼິ້ນວິດີໂອທັງຫຼາຍໃນແອັບເປັນແບບເຕັມໜ້າຈໍນຳ ເຊິ່ງຕອນນີ້ມີໃຫ້ໃຊ້ແລ້ວໃນ IGTV, Reels ແລະ Stories.

ແລະຍັງໄດ້ກ່າວວ່າໃນຫຼາຍໆປີທີ່ຜ່ານມາຈົນຮອດປັດຈຸບັນ ແອັບ Instagram ໄດ້ມີການປ່ຽນແປງມາຕະຫຼອດ ຈາກເປັນພຽງແອບທີ່ແຊຣ໌ຮູບພາບທີ່ມີສັດສ່ວນ 4 ຫຼ່ຽມ (1:1) ຈົນຫຼັງໆທີ່ຜູ້ຄົນມັກຈະສົນໃຈຫັນມາເບິ່ງວີດີໂອໃນ Instagram ຫຼາຍຂຶ້ນເລື້ອຍໆ ເຊິ່ງທາງບໍລິສັດກໍຈະພັດທະນາຕໍ່ໄປເພື່ອຕາມໃຫ້ທັນຄູ່ແຂ່ງຢ່າງ TikTok ແລະ YouTube ໃຫ້ທັນ.

ຂໍ້ມູນຈາກ : https://www.facebook.com/MarketThinkTH/photos/a.1393665140725873/4049163181842709/

https://bit.ly/2SJlBlI

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/