ສປ ຈີນເປີດນຳໃຊ້ “ທາງດ່ວນຂ້າມທະເລຊາຍ” ທີ່ຍາວທີ່ສຸດໃນໂລກແລ້ວ


ສຳນັກຂ່າວຊິນຫົວ ລາຍງານສະພາບທາງດ່ວນສາຍ ປັກກິ່ງ-ອຸລຸມຊີ (Beijing – Urumqi Expressway) ເຊິ່ງເປັນທາງດ່ວນຂ້າມທະເລຊາຍທີ່ຍາວທີ່ສຸດໃນໂລກ ແລະ ເປີດໃຫ້ສັນຈອນຢ່າງເຕັມຮູບແບບແລ້ວ ໃນວັນພຸດ ຫຼື 2 ມິຖຸນາ ທີ່ຜ່ານມາ.

ທາງດ່ວນນີ້ ເປັນທາງດ່ວນທີ່ເຊື່ອມຈອດລະຫວ່າງນະຄອນຫຼວງປັກກິ່ງ ເມືອງຫຼວງຂອງ ຈີນ ໄປຫາ ອຸລຸມຊີ ເມືອງເອກຂອງຊິນຈຽງ ມີຄວາມຍາວທັງໝົດ 2,800 ກິໂລແມັດ ເຊິ່ງເປັນເສັ້ນທາງໜຶ່ງທີ່ຕັດຜ່ານທະເລຊາຍ ແລະ ບໍລິເວນທີ່ບໍ່ມີຄົນອາໄສຢູ່ປະມານ 500 ກິໂລແມັດ.

ນອກຈາກເສັ້ນທາງຈະຜ່ານ ປັກກິ່ງ ແລະ ຊິນຈຽງ ທາງດ່ວນສາຍນີ້ຍັງຜ່ານ ມົນທົນ ຫຼື ແຂວງເຖິງ 4 ແຫ່ງໄດ້ແກ່: ແຂວງ ເຫີເປີຍ, ຊານຊີ, ມົງໂກເລີຍໃນ ແລະ ການຊູ່ ເຊິ່ງເປັນອານາເຂດທີ່ຢູ່ທາງຕອນເໜືອ ແລະ ຕາເວັນຕົກສຽງເໜືອຂອງຈີນ.

ສຳລັບທາງດ່ວນສາຍ ປັກກິ່ງ – ອຸລຸມຊີ ນີ້ຈະຊ່ວຍຫຼຸດຜ່ອນໄລຍະທາງເມື່ອທຽບກັບທາງເກົ່າປະມານ 1,300 ກິໂລແມັດ ແລະ ຈະກາຍເປັນເສັ້ນທາງທີ່ຈະຂ້າມໄປທາງເໜືອຂອງປະເທດໄດ້ໄວທີ່ສຸດອີກດ້ວຍ.

ທີ່ມາ: https://www.thairath.co.th/news/foreign/2129997

ພາບ: thairath.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/