ອາເມຣິກາ ມອບເງິນຊ່ວຍເຫຼືອ ຄົນພິການລາວ 500,000 ໂດລາ


ລັດຖະບານອາເມຣິກາ ໄດ້ມອບເງິນຊ່ວຍເຫຼືອຄົນພິການລາວເປັນຈຳນວນ 500,000 ໂດລາສະຫະລັດ ໃຫ້ສູນການແພດຟື້ນຟູໜ້າທີ່ການ ແລະ ເພື່ອພັດທະນາໂຄງການອົງຄະທຽມ, ເຄື່ອງຄ້ຳຊູ ເພື່ອປັງປຸງຊີວິດການເປັນຢູ່ໃຫ້ແກ່ຄົນທີ່ພິການ.

ພິທີເຊັນສັນຍາຊ່ວຍເຫຼືອລ້າ ຈັດຂຶ້ນໃນວັນທີ 28 ມິຖຸນາ ປີ 2021 ທີ່ຜ່ານມາ, ທີ່ສູນການແພດຟື້ນຟູໜ້າທີ່ການ ເຊິ່ງມີຫົວໜ້າອົງຄະທຽມ ແລະ ເຄື່ອງຄ້ຳຊູ, ພ້ອມດ້ວຍຜູ້ອຳນວຍການອົງຄະທຽມປະຈຳ ສປປ ລາວ.

ທາງສະຫະລັດອາເມຣິກາ ຍິນດີ ແລະ ຈະຊ່ວຍໃຫ້ໂຄງການມີການພັດທະນາຍິ່ງຂຶ້ນ ພ້ອມກັນນີ້ທາງສະຫະລັດອາເມຣິກາເອງກໍມີຄວາມພາກພູມໃຈ ແລະ ພ້ອມໃຈສືບຕໍ່ສະໜັບສະໜູນ ສປປ ລາວ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຕື່ມ, ລວມທັງການສະໜັບສະໜູນອົງການພັດທະນາສາກົນປະເທດອາເມຣິກາ ຈະຊ່ວຍໃຫ້ໂຄງການອົງຄະທຽມ ເຄື່ອງຄ້ຳຊູ ແລະ ສູນການແພດຟື້ນຟູໜ້າທີ່ການ ເພີ່ມການບໍລິການ ແລະ ການສະໜັບສະໜູນຄົນທີ່ມີຄວາມພິການ, ແກ້ໄຂຄວາມຕ້ອງການທາງດ້ານການແພດຟື້ນຟູໜ້າທີ່ການຂອງປະຊາຊົນລາວ ທີ່ປະສົບຄວາມຫຍຸ້ງຍາກ ໃນການເຄື່ອນໄຫວທີ່ເກີດຈາກພະຍາດ, ລະເບີດທີ່ຍັງບໍ່ທັນແຕກທີ່ຍັງຕົກຄ້າງ ຫຼື ອຸບັດຕິເຫດຕ່າງໆ.

ຂອບໃຈຂໍ້ມູນຈາກ:

https://bit.ly/2TEE6bk

https://bit.ly/3jMmUvg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/