ແອັບ Lao KYC ເປີດບໍລິການໃໝ່ “ລາວ ສູ້ ສູ້” ເພື່ອການຈອງບັດຄິວສັກວັກຊິນໄດ້ວ່ອງໄວຂຶ້ນກວ່າເກົ່າ


ປັດຈຸບັນນີ້ ທົ່ວໂລກ ກໍຄື ສປປ ລາວ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຮັດໃຫ້ມີການສູນເສຍທັງຊີວິດ ແລະ ເສດຖະກິດໃນທົ່ວປະເທດ.

เພື່ອເປັນສ່ວນໜຶ່ງໃນການສະກັດກັ້ນເຊື້ອພະຍາດດັ່ງກ່າວ ໃນວັນທີ 5 ກໍລະກົດ ທີ່ຜ່ານມາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ກະຊວງສາທາລະນະສຸກ ໄດ້ເປີດນຳໃຊ້ ບໍລິການໃໝ່ “ລາວ ສູ້ ສູ້” ໃນແອັບພິເຄຊັນ Lao KYC ເພື່ອອຳນວຍຄວາມສະດວກໃນການລົງທະບຽນ ແລະ ຈອງບັດຄິວເພື່ອສັກວັກຊິນໄວ້ລ່ວງໜ້າ, ການກວດຫາເຊື້ອພະຍາດໂຄວິດ-19, ລາຍງານຕົນເອງໃນຂະນະທີ່ກຳລັງກັກຕົວຢູ່ເຮືອນ, ເບິ່ງເຂດສຸ່ມສ່ຽງ ຫຼື ບໍລິເວນທີ່ມີຜູ້ຕິດເຊື້ອ, ບັນທຶກການເຄື່ອນໄຫວຂອງທ່ານ ແລະ ຄຸນສົມບັດອື່ນໆທີ່ຫຼາກຫຼາຍ.

ໃນອະນາຄົດ ແອັບພິເຄຊັນນີ້ ຈະມີການພັດທະນາຕື່ມໄປເລື້ອຍໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ພົນລະເມືອງ ກໍຄືປະຊາຊົນລາວບັນດາເຜົ່າໄດ້ເຂົ້າເຖິງບໍລິການຂອງທາງພາກລັດໄດ້ຢ່າງ ສະດວກ,ປອດໄພ ແລະ ໂປ່ງໃສ ໄດ້ຫຼາຍຍິ່ງຂຶ້ນ.

ທ່ານສະມາດດາວໂຫຼດໃນແລ້ວມື້ນີ້ ທັງໃນ ລະບົບ IOS ແລະ Android ໄດ້ທີ່ App Store ແລະ Play Store ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ.

ທີ່ມາ : https://www.youtube.com/watch?v=9Fmxbw5qlvo

ພາບ: ​YouTube, Play Store

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/