Hand Model ອາຊີບນາງແບບມື ສ້າງລາຍໄດ້ດີ ແຕ່ໃຊ້ຊີວິດແບບບໍ່ປົກກະຕິ


ອາຊີບຖ່າຍແບບມື ຫຼື Hand Model ເປັນອາຊີບໜຶ່ງທີ່ສ້າງລາຍໄດ້ໃຫ້ກັບເຈົ້າຂອງມືໄດ້ຢ່າງຫຼວງຫຼາຍພໍສົມຄວນ.

ຢຸນຊອນຢອງ ນາງແບບມື ຊາວເກົາຫຼີ ເຊິ່ງເປັນນາງແບບທີ່ມືຊື່ສຽງທົ່ວເກົາຫຼີເລີຍກໍວ່າໄດ້, ຜົນງານທີ່ຜ່ານມາ ແຕ່ລະຄັ້ງເວົ້າໄດ້ເລີຍວ່າມີແຕ່ຜົນງານທີ່ໂດດເດັ່ນ ແລະ ໜ້າສົນໃຈ.

ການເຮັດວຽກໃນອາຊີບນີ້ ຢຸນຊອນຢອງ ເລີ່ມເຮັດຕັ້ງແຕ່ປີ 2012 ເປັນຕົ້ນມາ, ເຊິ່ງເປັນຄົນທີ່ມັກຂຽນເຖິງເລື່ອງຕ່າງໆໃນການໃຊ້ຊີວິດປະຈຳວັນຂອງຕົນ ແລະ ມັກໂພສຮູບມືຂອງຕົນລົງຫຼັງຈາກທີ່ເຮັດເລັບມາໃໝ່ເກືອບທຸກຄັ້ງ, ຫຼາຍຄົນກໍມີຄົນອອກມາຍ້ອງວ່າມືຂອງລາວນັ້ນງາມ ຈົນໃນທີ່ສຸດກໍມີບໍລິສັດໂຄສະນາໄດ້ພົບເຫັນໂພສດັ່ງກ່າວ, ຈາກນັ້ນ ກໍໄດ້ຕິດຕໍ່ມາຫາໃຫ້ໄປຖ່າຍແບບມືໃຫ້ ໃນຕອນນັ້ນແມ່ນເຮັດວຽກນຳບໍລິສັດທົ່ວໄປ ແຕ່ເມື່ອມີງານຖ່າຍແບບມືມາເລື້ອຍໆ ຈຶ່ງໄດ້ປ່ຽນມາເປັນອາຊີບຖ່າຍແບບມືຢ່າງຈິງຈັງ ແລະ ຖາວອນ.

ຜົນງານແມ່ນມີຫຼາກຫຼາຍ ທັງໄດ້ຮ່ວມງານເປັນພີເຊັນເຕີໃຫ້ກັບດາລານັກສະແດງຫຼາຍຄົນ ໃນງານຖ່າຍໂຄສະນາ, ນອກຈາກນີ້ ກໍຍັງໄດ້ເປັນແບບໃຫ້ກັບມືຜູ້ຊາຍອີກດ້ວຍ. ສ່ວນແບຣນທີ່ໄດ້ເປັນແບບໃຫ້ນັ້ນ ມີຫຼາຍແບຣນຈົນນັບບໍ່ໄດ້ ທັງແບຣນເຄື່ອງສຳອາງ, ເຄື່ອງປະດັບ ແລະ ອາຫານ. ພ້ອມດຽວກັນນີ້ ຍັງໄດ້ຮ່ວມງານທັງ Samsung, LG, Huawei, Google, Hyundai ແລະ ອື່ນໆອີກຫຼາຍ.

ສ່ວນການເຮັດວຽກກໍຈະຍາກພໍສົມຄວນ ເພາະຕ້ອງໄດ້ຫາມຸມ ຫຼື ຖ້າເປັນຖ່າຍໂຄສະນາກໍອາດຈະຍາກພໍສົມຄວນ ບາງຄັ້ງໄດ້ອອກ 3 ວິນາທີ ແຕ່ໃຊ້ເວລາຖ່າຍເຖິງ 2 ມື້ກໍມີ, ເພາະເບື້ອງຫຼັງບາງຄັ້ງຕ້ອງໄດ້ຈຳກັດເວລາໃນເວລາຖ່າຍ, ໂຄສະນາທີ່ຖ່າຍຈະຫຼາຍຈົນນັບບໍ່ໄດ້.

ໃນການຮັກສາມື ກໍຍາກພໍສົມຄວນ ບໍ່ວ່າຈະຈັບຫຍັງໃຊ້ຫຍັງກໍຕ້ອງໄດ້ລະມັດລະວັງເປັນພິເສດ, ບາງຄັ້ງເວລາຢູ່ເຮືອນກໍອາດຈະຮັກສາໂດຍໃສ່ຖົງມືຢູ່ຕະຫຼອດ ການໃຊ້ຊີວິດປະຈຳວັນກໍຍາກປະສົມກັບງ່າຍປະປົນກັນໄປ, ວຽກພາຍໃນເຮືອນ ຫຼື ເຮັດອາຫານ ສ່ວນຫຼາຍຈະແມ່ນແມ່ ຫຼື ຜົວຂອງຕົນເປັນຄົນເຮັດ, ເລື່ອງທ່ຽວກໍຕັດອອກໄປເລີຍ ເພາະຕັ້ງແຕ່ເຮັດອາຊີບນີ້ ກໍບໍ່ໄດ້ອອກໄປທ່ຽວຕ່າງປະເທດ ຖ້າລອຍນ້ຳຍິ່ງບໍ່ໄດ້ເພາະຢ້ານມືຖືກແດດປະສົມກັບນ້ຳອາດຈະເຮັດໃຫ້ຜິວບໍ່ງາມ.

ສ່ວນລາຍໄດ້ແມ່ນໄດ້ດີພໍສົມຄວນ ອອກງານໜຶ່ງກໍໄດ້ປະມານ 1 ລ້ານວອນ ບາງງານກໍ 2 ລ້ານວອນ, ໃນມື້ໜຶ່ງຈະໄດ້ອອກງານຫຼາຍສຸດປະມານ 24​ ງານ ຕ່ຳສຸດກໍປະມານ 10 ງານ. ເວົ້າໄດ້ເລີຍວ່າເປັນອາຊີບທີ່ເບິ່ງແລ້ວຄືຈະງ່າຍ ແຕ່ກໍຍາກພໍສົມຄວນ.

ຂໍ້ມູນຈາກ: shorturl.asia/plPW8

ຮູບພາບ IG: handmodelkr

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/