ຟິລິບປິນ ສັ່ງອົບພະຍົບປະຊາຊົນຫຼາຍໝື່ນຄົນ ພ້ອມເຕືອນໄພເຝົ້າລະວັງພູໄຟລະເບີດ


ເມື່ອວັນທີ 2 ກໍລະກົດ ທີ່ຜ່ານມາ ສຳນັກງານຂ່າວ ຊີເອັນເອັນ (CNN) ລາຍງານວ່າ ລັດຖະບານຂອງປະເທດຟິລິບປິນໄດ້ມີຄຳສັ່ງອົບພະຍົບປະຊາຊົນຫຼາຍກວ່າ 14,000 ຄົນ ອອກຈາກ 5 ບ້ານ ໃນເມືອງ ລໍເຣວ ແລະ ອະກອນຊິວໂລ ທີ່ຕັ້ງຢູ່ ບໍລິເວນແຄມບຶງໃກ້ກັບພູໄຟ ຕາອານ (Taal) ຫຼັງຈາກທີ່ພູໄຟນີ້ໄດ້ພົ່ນກາສ ແລະ ຄວັນດຳອອກມາໃນອາກາດ ເຊິ່ງສູງກວ່າ 1 ກິໂລແມັດ.

ການອົບພະຍົບປະຊາຊົນໃນຄັ້ງນີ້ ຢູ່ໃນທ່າມກາງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ແນວໃດກໍຕາມ, ເຈົ້າໜ້າທີ່ ທີ່ນຳພາປະຊາຊົນອົບພະຍົບໄດ້ລະບຸວ່າ ສູນພັກຄົນອົບພະຍົບໃນຄັ້ງນີ້ແມ່ນຢູ່ຫ່າງອອກຈາກບໍລິເວນຊຸມຊົນພໍສົມຄວນ ຫາກເກີດວ່າມີຜູ້ຕິດເຊື້ອໂຄວິດ-19 ແມ່ນສາມາດແນ່ໃຈໄດ້ວ່າຈະສາມາດຄວບຄຸມຈຳກັດບໍລິເວນ ແລະ ພື້ນທີ່ດັ່ງກ່າວໄດ້ແນ່ນອນ.

ໃນຂະນະດຽວກັນ, ສະຖາບັນທໍລະນີວິທະຍາ ແລະ ພູໄຟ ຂອງຟິລິບປິນ ໄດ້ປະກາດຍົກລະດັບການເຕືອນໄພພູໄຟດັ່ງກ່າວ ຈາກລະດັບ 2 ມາຢູ່ທີ່ ລະດັບ 3 ຈາກທັງໝົດ 5 ລະດັບ ຫຼັງຈາກທີ່ມີສັນຍານໃນພູໄຟທີ່ເກີດມີ ລາວາລົ້ນເກືອບອອກມາຈາກກ້ອງພູໄຟຂຶ້ນມາໃກ້ປາກພູໄຟ ເຮັດໃຫ້ຄາດວ່າອາດຈະມີການລະເບີດຂຶ້ນໃນອີກ 2-3 ອາທິດຕໍ່ໜ້າ.

ທີ່ມາ: https://www.thairath.co.th/news/foreign/2131295

ພາບ: thairath, kapook

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/