ມາຮູ້ຈັກແລະປ້ອງກັນເຊື້ອໄວຣັສ Nipah ທີ່ມີອັດຕາການເສຍຊີວິດສູງເຖິງ 70%


ເມື່ອບໍ່ດົນມານີ້ ໄດ້ມີລາຍງານຜູ້ປ່ວຍທີ່ຕິດເຊື້ອໄວຣັສນິປາ (Nipah) ຢູ່ພາກໃຕ້ຂອງປະເທດອິນເດຍ ແລະມີຜູ້ເສຍຊີວິດທັນທີ ເປັນເດັກນ້ອຍອາຍຸ 12  ປີ.  ຫຼັງຈາກຕິດຕາມທາມລາຍຂອງຜູ້ເສຍຊີວິດກໍໄດ້ພົບວ່າມີຜູ້ໃກ້ຊິດກວ່າ 251 ຄົນໂດຍໃຫ້ພວກເຂົາກັກຕົວ ແລະ ກວດເບິ່ງອາການ. ທາງຊ່ຽວຊານໄດ້ສັນນິຖານວ່າເກີດຈາກເຈຍໝາກໄມ້ທີ່ເປັນຕົວນຳເຊື້ອມາຕິດຕໍ່ສູ່ຄົນ ແຕ່ກໍຍັງບໍ່ສາມາດຢືນຢັນເຖິງການຕິດເຊື້ອຂອງເດັກນ້ອຍຜູ້ນີ້ໄດ້. ຂໍ້ມູນຈາກເຊື້ອດັ່ງກ່າວນີ້ຍັງມີບໍ່ພຽງພໍ, ທາງຊ່ຽວຊານຈຳເປັນຕ້ອງໄດ້ສັງເກດແລະຮຽນຮູ້ຈາກມັນເພີ່ມຕື່ມເພື່ອຈະຫາວິທີປິ່ນປົວໃນອະນາຄົດ.

ໄວຣັສນິປາ (Nipah) ເປັນເຊື້ອທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍເລີ່ມຈາກໝູ ຫຼື ເຈຍ ສົ່ງຕໍ່ໄປເປັນຄົນສູ່ຄົນ, ຖືກພົບຄັ້ງທຳອິດເມື່ອປີ 1999 ທີ່ປະເທດມາເລເຊຍ ແລະ ສິງກະໂປ ໂດຍເກີດຂຶ້ນໃນໝູທີ່ຖືກລ້ຽງໃນຟາມຈົນໄປຕິດກັບຊາວນາ. ຜູ້ຕິດເຊື້ອຈາກເຫດການດັ່ງກ່າວມີ 300 ຄົນ ແລະ ເສຍຊີວິດສູງເຖິງ 100 ຄົນ. ແຕ່ຫຼັງຈາກນັ້ນກໍບໍ່ມີລາຍງານການຕິດເຊື້ອອີກເລີຍ. ຕໍ່ມາໃນປີ 2001 ທີ່ປະເທດບັງກະລາເທດ ກໍໄດ້ມີລາຍງານພົບເຫັນເຊື້ອນິປາ. ນອກຈາກນີ້ເຊື້ອທີ່ພົບວ່າຕິດຕໍ່ມາຈາກເຈຍກໍຖືກລາຍງານໃນບັນດາປະເທດກຳປູເຈຍ, ການາ, ອິນໂດເນເຊຍ, ມາດາກາສກາ, ຟິລິບປິນ ແລະ ໄທ.

ການຕິດຕໍ່ຂອງເຊື້ອໄວຣັສນິປາຈາກສັດສູ່ຄົນໃນປະເທດມາເລເຊຍ-ສິງກະໂປ ແມ່ນການທີ່ໄດ້ສຳຜັດ, ໃກ້ຊິດກັບໝູໃນຟາມທີ່ໄດ້ຕິດເຊື້ອມາກ່ອນ. ແລະສຳລັບກໍລະນີເຈຍ ແມ່ນເກີດຈາກການທີ່ໄດ້ບໍລິໂພກໝາກໄມ້ທີ່ມີນ້ຳລາຍ ຫຼື ປັດສະວະຈາກເຈຍໝາກໄມ້ທີ່ມີເຊື້ອໄວຣັສໃນຕົວ. ອັດຕາການເສຍຊີວິດຈາກໄວຣັສນິປາແມ່ນ 40% – 75% ໂດຍຂຶ້ນກັບສະພາບແວດລ້ອມໃນສະຖານທີ່ນັ້ນໆ ວ່າມີການກຽມພ້ອມຕໍ່ການຮັບມືໂຣກລະບາດຫຼາຍໜ້ອຍເທົ່າໃດ.

ການຕິດຕໍ່ຈາກຄົນສູ່ຄົນແມ່ນຜ່ານການສຳຜັດໃກ້ຊິດເຊັ່ນ: ຈາກຄົນໃນຄອບຄົວ ຫຼື ຜູ້ທີ່ໄດ້ຢູ່ໃກ້ຊິດກັບຜູ້ປ່ວຍ.

ອາການຂອງຜູ້ຕິດເຊື້ອແມ່ນເປັນໄປໄດ້ທັງເບົາໄປຮອດໜັກ, ຈາກອາການຂັດຂ້ອງຂອງທາງເດີນຫາຍໃຈ ໄປຈົນຮອດສະໝອງອັກເສບຈາກເຊື້ອ. ຜູ້ຕິດເຊື້ອຈະພັດທະນາອາການໄປຕັ້ງແຕ່ມີໄຂ້, ເຈັບຫົວ, ປວດເມື່ອຍກ້າມເນື້ອ, ອາຈຽນ ແລະ ເຈັບຄໍ. ນຳພາໄປຮອດອາການວິນຫົວ, ຂາດສະຕິ ແລະ ສັນຍານທາງລະບົບປະສາດທີ່ຊີ້ບອກເຖິງການຕິດເຊື້ອໃນສະໝອງ. ບາງຄົນອາດປະສົບກັບບັນຫາທາງເດີນຫາຍໃຈຢ່າງຮຸນແຮງຈົນຊັອກ.

ປັດຈຸບັນ ຍັງບໍ່ມີວັກຊີນປ້ອງກັນເຊື້ອໂຣກນີ້. ເມື່ອປີ 1999 ທີ່ປະເທດມາເລເຊຍ, ພວກເຂົາໄດ້ກຳຈັດໝູທັງໝົດເພື່ອບໍ່ໃຫ້ມີວົງຈອນຕິດຕໍ່ເຊື້ອໂຣກ. ສະນັ້ນ, ການປ້ອງກັນສັດໃນຟາມບໍ່ໃຫ້ໄປໃກ້ຊິດກັບສັດປ່າ ແລະ ການຮັກສາສຸຂະອະນາໄມຂອງມັນຢູ່ຕະຫຼອດຈຶ່ງເປັນຫົນທາງການປ້ອງກັນການຕິດເຊື້ອທີ່ໄດ້ຜົນທີ່ສຸດ.

ນອກຈາກນີ້ ເຮົາຍັງຕ້ອງລ້າງມືຕະຫຼອດຫຼັງຈາກທີ່ໄດ້ສຳຜັດກັບສັດແລ້ວ ຫຼື ຫຼີກເວັ້ນການສຳຜັດກັບສັດທີ່ມີເຊື້ອ ແລະ ກິນໝາກໄມ້ທີ່ຕົກພື້ນ, ມີຮອຍກັດແກະມາແລ້ວ ໄປຈົນຮອດການທຳຄວາມສະອາດໝາກໄມ້ໃຫ້ດີ.

ເນື່ອງຈາກເຊື້ອນິປາ ຍັງສາມາດຕິດກັນໄດ້ທັງຄົນ ແລະ ສັດ ການລົດຄວາມສ່ຽງການຕິດເຊື້ອໃນຕົວຄົນແມ່ນຄວນຍົກປະເດັນເລື່ອງເຊື້ອໂຣກໃຫ້ຜູ້ຄົນໄດ້ຕື່ນຕົວ ແລະ ຮັກສາສຸຂະອະນາໄມຢ່າງຖືກຕ້ອງເຊັ່ນ: ການໝັ່ນລ້າງມື, ການປ້ອງກັນການສຳຜັດກັນໂດຍກົງເພື່ອຫຼຸດຜ່ອນໂອກາດໃນການຕິດເຊື້ອ.

ຮູ້ຫຼືບໍ່? ໃນຮ່າງກາຍຂອງເຈຍນັ້ນສາມາດທົນທານຮັບເອົາໄວຣັສທີ່ອັນຕະລາຍຕ່າງໆເຂົ້າມາ ແລະ ພັດທະນາໃນຮ່າງກາຍໂດຍທີ່ຕົວເຈຍບໍ່ເປັນຫຍັງເລີຍ. ໂຣກລະບາດ SAR 1 ແລະ SAR-CoV2 ກໍພົບຈາກເຈຍເຊັ່ນກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/