ໃນການແຂ່ງຂັນກະຕໍ້ຊິນລອນ ໃນງານມະຫະກຳຊີເກມຄັ້ງທີ 32 ທີ່ກຳປູເຈຍເປັນເຈົ້າພາບ ຫຼື ພະນົມເປນ ເກມ 2023 ທັບນັກກິລາລາວ ເຮັດຜົນງານໄດ້ຢ່າງໂດດເດັ່ນຈົນສາມາດຍາດໄດ້ທັງໝົດ 4 ຫຼຽນ ໃນນັ້ນມີ 1 ຫຼຽນຄຳ ເຊິ່ງເປັນຫຼຽນຄຳທີ 4 ຂອງທັບນັກກິລາລາວ ຊີເກມ ຄັ້ງນີ້.

ທັງ 4 ຫຼຽນ ປະກອບມີ 1 ຫຼຽນຄຳຈາກ ທີມຊາຍ Event 3, 1 ຫຼຽນເງິນ ຈາກກະຕໍ້ຊິນລອນ ທີມປະສົມຍິງ-ຊາຍ ແລະ ອີກ 2 ຫຼຽນທອງຈາກກະຕໍ້ຊິນລອນ ທີມຍິງ ແລະ ທີມຊາຍ.

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/