ຄຸນປະໂຫຍດຂັ້ນເທບຂອງ “ກະຈຽບຂຽວ”


ກະຈຽບຂຽວເປັນພືດສະໝຸນໄພທີ່ອຸດົມສົມບູນໃນວິຕາມິນ, ແຮ່ທາດ ແລະ ສານຕ້ານອະນຸມູນອິດສະຫຼະ. ຫຼາຍຄົນເຊື່ອວ່າການບໍລິໂພກດອກກະຈຽບຂຽວອາດຊ່ວຍບໍາລຸງສຸຂະພາບ ແລະ ປິ່ນປົວພະຍາດຕ່າງໆເຊັ່ນ: ຊ່ວຍຕ້ານອະນຸມູນອິດສະຫຼະທີ່ເປັນອັນຕະລາຍຕໍ່ເຊລຕ່າງໆພາຍໃນຮ່າງກາຍ, ບັນເທົາຄວາມເມື່ອຍ ແລະ ອາດຈະປິ່ນປົວພະຍາດເບົາຫວານໄດ້.

  • ຄຸນປະໂຫຍດຂອງກະຈຽບຂຽວ.
  • ຊ່ວຍລົດນໍ້າຕານໃນເລືອດ ເໝາະ​​ສໍາ​ລັບຜູ້ປ່ວຍ​ພະ​ຍາດ​ເບົາ​ຫວານ​, ຜູ້ທີ່ຄວບຄຸມນ້ຳຕານ ເເລະ ນ້ຳໜັກ.
  • ລົດຜ່ອນອາການທ້ອງຜູກ ເພາະມີນໍ້າເມືອກທີ່ຊ່ວຍເຮັດໃຫ້ອາຈົມອ່ອນຕົວລົງ ແລະ ຍັງມີເສັ້ນໃຍທີ່ດີສໍາລັບການຂັບຖ່າຍ.
  • ລົດຜ່ອນ cholesterol ໃນຮ່າງກາຍ.
  • ລົດຜ່ອນຄວາມສ່ຽງໃນການເປັນໂຣກກະເພາະ, ກະເພາະອັກເສບ ແລະ ລຳໄສ້ອັກເສບ. ສຳລັບໃຜທີ່ເປັນໂຣກກະເພາະຢູ່ເເລ້ວ ການກິນດອກກະຈຽບຂຽວພ້ອມມີນ້ຳເມືອກໜຽວໆຂອງມັນ ຈະຊ່ວຍເຂົ້າໄປເຄືອບເເຜໃນກະເພາະອາຫານໄດ້ອີກດ້ວຍ.
  • ນຳຝັກກະຈຽບຂຽວມາຕົ້ມເເລ້ວໃສ່ເກືອໜ່ອຍໜຶ່ງ ສາມາດລົດຜ່ອນອາການກົດໄຫຼຢ້ອນໄດ້.
  • ກະຈຽບຂຽວມີໂຟເລດສູງ, ຊ່ວຍເສີມສ້າງເມັດເລືອດແດງ ແລະ ເປັນສິ່ງຈໍາເປັນຕໍ່ການພັດທະນາຂອງລູກໃນທ້ອງ. ເພາະສະນັ້ນ, ມັນຈຶ່ງເໝາະກັບແມ່ຍິງຖືພາ.
  • ປິ່ນປົວລະບົບທາງເດີນປັດສາວະ ແລະ ພະຍາດຕິດຕໍ່ທາງເພດສຳພັນ.
  • ປິ່ນປົວໂຣກພະຍາດກາຝາກ ເມື່ອກິນຢ່າງຕໍ່ເນື່ອງປະມານ 2 ອາທິດ.
  • ເພີ່ມຈໍານວນເຊື້ອແບັກທີເຣັຍທີ່ເປັນປະໂຫຍດ (prebiotics) ເຕີບໂຕໄດ້ດີ ຊ່ວຍລົດຜ່ອນເຊື້ອແບັກທີເຣັຍທີ່ບໍ່ດີໃນລໍາໄສ້.
  • ເປັນຜັກທີ່ມີສານຕ້ານອະນຸມູນອິດສະຫຼະສູງ (Glutathione) ມີສ່ວນຊ່ວຍໃນການຕ້ານມະເຮັງ.
  • ມີສານ pectin ຫຼາຍ ມີສ່ວນຊ່ວຍເຂົ້າໃນສະໝານເເຜພາຍໃນຂອງແມ່ຍິງຫຼັງຈາກການເກີດລູກ.

ວິທີການກິນກະຈຽບຂຽວ

ສາມາດຕັດເປັນຕ່ອນນ້ອຍໆເເລ້ວກິນດິບໆ ຫຼື ນຳມາປຸງອາຫານກັບເມນູອື່ນໆກໍໄດ້, ເອົາມັນໄປປີ້ງດ້ວຍໄຟອ່ອນໆ ຫຼື ຈະເອົາມາປະສົມກັບນໍ້າເຜິ້ງ, ນໍ້າໝາກນາວ ຫຼື ກະແລມກໍໄດ້.

ທີ່ມາ :

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/