ສານ​ສູງ​ສຸດ​ຂອງ​ຈີນ​ໄດ້​ອະ​ນຸ​ມັດ​ໃຫ້ສາມາດໃຊ້ Crypto ໃນການຊຳລະໜີ້ໄດ້


ເຖິງເເມ່ນວ່າຈີນຈະມີການເເບນສິນຊັບດິຈິຕອລ, ເເຕ່ກົດລະບຽບຂໍ້ບັງຄັບດ້ານ Cryptocurrency ກໍຍັງມີການພັດທະນາຢ່າງຕໍ່ເນື່ອງ.

ຫຼ້າສຸດເມື່ອວັນທີ 7 ພຶດສະພາ, ສຳນັກຂ່າວ Wu Blockchain ໄດ້ລາຍງານວ່າ ສານສູງສຸດຂອງປະເທດຈີນໄດ້ອອກເເນວທາງກ່ຽວກັບຂໍ້ຂັດເເຍ້ງ Cryptocurrency ໂດຍລະບຸວ່າ “ການຊຳລະໜີ້ໂດຍໃຊ້ສິນຊັບດິຈິຕອລພຽງເລັກໜ້ອຍ ເເລະ ທັງສອງຝ່າຍມີຄວາມເຫັນດີກົງກັນຖືວ່າຖືກຕ້ອງຕາມກົດໝາຍ”

ສານຍອມຮັບວ່າໃນສະຖານະການນີ້ Cryptocurrency ເເມ່ນສິນຊັບ virtual ເເລະ ຢ້ຳວ່າວີທີການນີ້ຈະໄດ້ຮັບອະນຸຍາດກໍຕໍ່ເມື່ອບໍ່ຂັດກັບກົດໝາຍ.

“ຖ້າ​ຫາກ​ມີ​ຂໍ້​ຕົກ​ລົງ​ກັນລະ​ຫວ່າງ​ຄູ່ສັນຍາ​ໃນ​ການ​ນຳ​ໃຊ້​ສະ​ກຸນ​ເງິນ​ດິຈິຕອລພຽງ​ເລັກໜ້ອຍ​ໃນການຊຳລະ​ໜີ້​ສິນ​ ເຊິ່ງເກີດ​ຈາກ​ການ​ແລກ​ປ່ຽນ​ເຊິ່ງ​ກັນ​ ແລະ ​ກັນ, ການ​ບໍ​ລິ​ການ​ແຮງ​ງານ ແລະ​ ຄວາມສຳພັນຕ່າງໆ, ຕາບ​ໃດ​ທີ່​ບໍ່​ມີ​ຫຍັງ​ຜິດ​ກົດ​ໝາຍ. ສານປະຊາຊົນຈະຍອມຮັບສັນຍາຕາມຄວາມເປັນຈິງ”.

ສານ​ສູງ​ສຸດ​ຍັງ​ຊີ້​ແຈງອີກ​ວ່າ ຖ້າ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ຕົກລົງທີ່ໂອນ Cryptocurrency ໃຫ້ອີກຝ່າຍໜຶ່ງ​, ​ແຕ່​ຝ່າຍ​ຮັບ​ບໍ່​ສາມາດ​ຮັບ​ໄດ້​ຍ້ອນ​ຂໍ້​ຈຳກັດ​ດ້ານ​ນະ​ໂຍບາຍ ແລະ ສານຈະກໍານົດຄ່າຊົດເຊີຍໂດຍອີງຕາມມູນຄ່າທີ່ແທ້ຈິງຂອງຊັບສິນທີ່ຍອມຮັບໂດຍຜູ້ຮັບໃນເວລາທີ່ເຊັນສັນຍາ.

ການປ່ຽນແປງຈຸດຢືນຂອງຈີນກ່ຽວກັບ crypto ອາດມີຜົນກະທົບທີ່ສໍາຄັນຕໍ່ນັກລົງທຶນໃນສິນຊັບດິຈິຕອລ. ເຖິງ​ແມ່ນ​ວ່າ​ຈີນ​ໄດ້ອອກ​ກົດ​ໝາຍ​ກ່ຽວກັບ Cryptocurrency ເຮັດໃຫ້ນັກລົງທຶນມີຄວາມສົນໃຈເພີ່ມຂຶ້ນໃນເດືອນທີ່ຜ່ານມາ.

ດັ່ງນັ້ນ, ມັນຈຶ່ງບໍ່ຊັດເຈນວ່າຫຼັກເກນຂອງສານສູງສຸດເມື່ອບໍ່ດົນມານີ້ຍອມຮັບ ສະຖານະພາບທາງດ້ານກົດໝາຍຂອງ Cryptocurrency ເເລ້ວຫຼືບໍ່, ເຖິງວ່າຈະມີຄວາມບໍ່ແນ່ນອນຢູ່ກໍຕາມ ແຕ່ມັນເບິ່ງຄືວ່າຈີນຈະໃຫ້ຄວາມສົນໃຈໃນສິນຊັບດິຈິຕອລຫຼາຍຂຶ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/