ມາອີກໜຶ່ງຫຼຽນຄຳ! ກະຕໍ້ຊິນລອນ ທີມຊາຍ ຍາດໄດ້ 1 ຫຼຽນຄຳ ກາຍເປັນຫຼຽນຄຳທີ 4 ​ຂອງທັບນັກກິລາລາວ ຊີເກມ ຄັ້ງທີ 32


ໃນການແຂ່ງຂັນກະຕໍ້ຊິນລອນ ໃນງານມະຫະກຳຊີເກມຄັ້ງທີ 32 ທີ່ກຳປູເຈຍເປັນເຈົ້າພາບ ຫຼື ພະນົມເປນ ເກມ 2023 ທັບນັກກິລາລາວ ເຮັດຜົນງານໄດ້ຢ່າງໂດດເດັ່ນຈົນສາມາດຍາດໄດ້ທັງໝົດ 4 ​ຫຼຽນ ໃນນັ້ນມີ 1 ຫຼຽນຄຳ ເຊິ່ງເປັນຫຼຽນຄຳທີ 4 ​ຂອງທັບນັກກິລາລາວ ຊີເກມ ຄັ້ງນີ້.

ທັງ 4 ຫຼຽນ ປະກອບມີ 1 ຫຼຽນຄຳຈາກ ທີມຊາຍ Event 3, 1 ຫຼຽນເງິນ ຈາກກະຕໍ້ຊິນລອນ ທີມປະສົມຍິງ-ຊາຍ ແລະ ອີກ 2 ຫຼຽນທອງຈາກກະຕໍ້ຊິນລອນ ທີມຍິງ ແລະ ທີມຊາຍ.

ຂອບໃຈຂໍ້ມູນຈາກ:

–   https://bit.ly/44vAEzs

–   https://bit.ly/44AYrOC

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/