ມະຫາເສດຖີອິນເດຍຄອງຄວາມຮັ່ງມີ 40% ສູງທີ່ສຸດໃນຮອບ 6 ທົດສະວັດ ເຮັດໃຫ້ເກີດຊ່ອງວ່າງທີ່ກວ້າງຂຶ້ນສຳລັບຄົນຮັ່ງມີ ແລະ ຜູ້ທຸກຍາກ


ຜົນຈາກການສຶກສາຂອງກຸ່ມນັກຄົ້ນຄວ້າ World Inequality Lab ພົບວ່າ ຄວາມ​ບໍ່​ສະ​ເໝີ​ພາບ​ຂອງ​ອິນ​ເດຍ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ກວ້າງ​ຂວາງ​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Narendra Modi ​ທີ່​ດຳລົງ​ຕຳ​ແໜ່​ງມາ​ເປັນ​ເວລາ​ເກືອບ 10 ປີ, ໂດຍໃນປີນີ້ມີມະຫາເສດຖີ 1% ຂອງປະເທດ ຫຼື ປະມານ 9.2% ລ້ານຄົນມີລາຍໄດ້ຄິດເປັນ 22.6% ຂອງລາຍໄດ້ທັງໝົດ ແລະ ຖືຄອງຄວາມຮັ່ງມີຫຼາຍກວ່າ 40% ຂອງອິນເດຍ.

ຄວາມບໍ່ສະເໝີພາບໃນປັດຈຸບັນແມ່ນມີຊ່ອງວ່າງໃຫຍ່ກວ່າເວລາທີ່ອິນເດຍເປັນອານານິຄົມຂອງອັງກິດ ແລະ ໄດ້ເຕືອນວ່າຄວາມບໍ່ສະເໝີພາບທີ່ເພີ່ມຂຶ້ນສາມາດເຮັດໃຫ້ເກີດຄວາມບໍ່ສະຫງົບທາງສັງຄົມໃນປະເທດອິນເດຍ. ໂດຍຄວາມ​ບໍ່​ສະ​ເໝີ​ພາບ​ໄດ້​ຂະ​ຫຍາຍ​ຕົວ​ຂຶ້ນ​ຫຼັງ​ຈາກທີ່​ເສດ​ຖະ​ກິດ​ໄດ້​ເປີດ​ກວ້າງ​ໃນ​ຕົ້ນປີ 1990, ແຕ່ໃນລະຫວ່າງ 2014-15 ແລະ 2022-2023 ການຂະຫຍາຍຕົວຂອງຄວາມບໍ່ສະເໝີພາບໃນລະດັບສູງແມ່ນເຫັນໄດ້ຊັດເຈນກວ່າ ໂດຍສະເພາະໃນແງ່ຄວາມເຂັ້ມຂຸ້ນຂອງຄວາມຮັ່ງມີ.

World Inequality Lab ກ່າວວ່າປັດ​ໄຈ​ຕ່າງໆ ​ລວມທັງ​ການ​ຂາດ​ການ​ສຶກສາ ​ໄດ້ເຮັດໃຫ້​ບາງ​ຄົນ​ຕິດຢູ່ໃນຕໍາແໜ່ງວຽກ​ເຮັດງານ​ທໍາ​ທີ່​ໄດ້​ຮັບ​ຄ່າ​ຈ້າງ​ຕ່ຳ ​ແລະ ຂັດຂວາງການເຕີບໂຕຂອງຄວາມຮັ່ງມີສໍາລັບຄົນສ່ວນໃຫຍ່.

ໂດຍໃນໄລຍະທີ່ເກີດຂຶ້ນ ແມ່ນກົງກັນກັບການ​ຂຶ້ນ​ຄອງ​ຕໍາ​ແໜ່​ງຂອງ​ນາຍົກລັດຖະມົນຕີ Narendra Modi ແລະ ການລຸກຮືຂຶ້ນຂອງກຸ່ມມະຫາເສດຖີຂອງອິນເດຍທີ່ນໍາໂດຍ Mukesh Ambani ແລະ Gautam Adani, ພັກຝ່າຍຄ້ານຂອງອິນເດຍໄດ້ກ່າວຫາ  ລັດຖະບານຂອງທ່ານ Narendra Modi ມາເປັນເວລາດົນນານວ່າເປັນ “ລະບອບທຶນນິຍົມ” ແລະ ມີຜົນປະໂຫຍດທາງທຸລະກິດບາງຢ່າງທີ່ເຮັດສັນຍາຮ່ວມກັນກັບລັດຖະບານ.

ຍິ່ງ​ໄປ​ກວ່າ​ນັ້ນ, ຕະຫຼອດ​ໄລຍະ​ດຳລົງ​ຕຳ​ແໜ່​ງຂອງ​ທ່ານ Narendra Modi ລາຍຮັບໂດຍລວມຍັງສືບຕໍ່ຊະລໍຕົວລົງ. ໂດຍອັດຕາ​ເງິນ​ຝາກ​ປະຢັດ ​ແລະ ​ການ​ລົງທຶນ​ໄດ້​ຫຼຸດ​ລົງ​ມາ​ເປັນ​ເວລາ 10 ກວ່າ​ປີ ຈົນຮອດ​ປີ 2017-2018 ແລະ ການ​ສົ່ງ​ອອກ​ກໍຍັງ​ຫຼຸດ​ລົງເຊັ່ນກັນ.

ທີ່ມາ:

reuters

reuters2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/