YG ປະຕິເສດ! ວ່າບໍ່ໄດ້ຈ່າຍເງິນໃຫ້ BLACKPINK ເພື່ອຕໍ່ສັນຍາ


ແນ່ນອນວ່າຫຼາຍໆຄົນອາດຈະຮູ້ແລ້ວວ່າທາງ BLACKPINK ໄດ້ຕໍ່ສັນຍາວົງກັບທາງ YG Entertainment ເປັນທີ່ຮຽບຮ້ອຍແລ້ວ ແຕ່ກັບມີຂ່າວລືມາວ່າທາງ YG ໄດ້ຈ່າຍເງິນຫຼາຍກວ່າ 30 ລ້ານໂດລາເພື່ອໃຫ້ທາງ 4 ສາວ BLACKPINK ຕໍ່ສັນຍາ.

ຫຼ້າສຸດທາງ YG Entertainment ກໍໄດ້ອອກມາປະຕິເສດແລ້ວວ່າບໍລິສັດບໍ່ໄດ້ຈ່າຍເງິນ 30 ລ້ານໂດລາ ເພື່ອຕໍ່ສັນຍາກັບ BLACKPINK ເທົ່ານັ້ນ ແຕ່ເງິນຈຳນວນນັ້ນຍັງຖືກຈຳແນກແຈກແຈງໄປໃຊ້ຈ່າຍກັບອີກຫຼາຍສ່ວນດ້ວຍ ແລະ ມີການຕໍ່ສັນຍາກັບອີກຫຼາຍໆຢ່າງ ພ້ອມຍັງບອກອີກວ່າ ພວກເຂົາບໍ່ສາມາດເປີດເຜີຍລາຍລະອຽດສັນຍາເຫຼົ່ານີ້ໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/