ລາຄາໂກໂກ້ ເພີ່ມບໍ່ຢຸດ! ດີດຕົວຂຶ້ນກວ່າ 60% ແຕະ 9.000 ໂດລາ/ໂຕນ ກັງວົນສົ່ງຜົນຕໍ່ລາຄາ ຊັອກໂກແລັດທົ່ວໂລກ


ສັນຍາຊື້ຂາຍ ໂກໂກ້ ລ່ວງໜ້າໃນຕະຫຼາດ ນິວຢອກ ປັບຕົວຂຶ້ນຕິດຕໍ່ກັນເປັນວັນທີ 4 ຕິດຕໍ່ກັນ ຫຼັງມີຂ່າວກ່ຽວກັບບັນຫາເລື່ອງເງິນທຶນໃນການເຮັດສວນໂກໂກ້ໃນການ່າ ເຊິ່ງເປັນແຫຼ່ງຜະລິດໂກໂກ້ ໃຫຍ່ອັນດັບ 2 ຂອງໂລກ.

ລາຍ​ງານ​ລະບຸວ່າ ການ່າ ອາດສູນເສຍແຫຼ່ງທຶນທີ່ສໍາຄັນ ເນື່ອງຈາກວິກິດການຜະລິດໂກໂກ້, ທີ່ມີປະລິມານບໍ່ພຽງພໍຂອງເມັດໂກໂກ້ເພື່ອສະໝັກຂໍທຶນ. ໂດຍຄະ​ນະ​ກຳ​ມະ​ການ​ໂກ​ໂກ້​ຂອງ​ການ​າ (Cocobod) ແມ່ນຕ້ອງອາໄສເງິນທຶນຈາກຕ່າງປະເທດໃນການຊື້ເມັດໂກໂກ້ຈາກຊາວກະສິກຳ.

ໂດຍລາຄາໂກໂກ້ແມ່ນເພີ່ມຂຶ້ນປະມານ 60% ໃນເດືອນດຽວ ແລະໄດ້ເພີ່ມຂຶ້ນສອງເທົ່າໃນປີນີ້. ສະພາບດິນຟ້າອາກາດທີ່ບໍ່ດີ ແລະ ພະຍາດທີ່ກ່ຽວກັບພືດເຮັດໃຫ້ການເກັບກ່ຽວຕົກຕໍ່າໃນອາຟຣິກາຕາເວັນຕົກ ເຊິ່ງນີ້​ແມ່ນ​ພາກ​ພື້ນ​ທີ່​ມີ​ການ​ປູກ​ກໂກໂກ້​ໃຫຍ່​ທີ່​ສຸດ​ໃນ​ໂລກ. ສ່ວນສະພາບ​ການ​ຢູ່​ພາກ​ພື້ນ​ອື່ນ​ຍັງ​ບໍ່ມີທ່າອ່ຽງວ່າຈະດີຂຶ້ນ ເຮັດໃຫ້ອຸດສາຫະກຳ​ດັ່ງກ່າວຕ້ອງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

ລາຄາໂກໂກ້ທີ່ສູງຂຶ້ນຈະເຮັດໃຫ້ຕົ້ນທຶນການຜະລິດຊັອກໂກແລັດສູງຂຶ້ນຕະຫຼອດປີ. ໃນ​ຂະນະທີ່ ບາງ​ຜູ້​ຜະ​ລິດ​ໄດ້​ມີ​ການ​ຫຼຸດ​ຜ່ອນ​ຂະໜາດ​ຂອງ​ແຖບ​ຊັອກ​ໂກ​ແລັດ​ຂອງ​ເຂົາ​ເຈົ້າ​ ຫຼືໃຊ້ສ່ວນປະກອບເພີ່ມເຕີມເພື່ອຫຼຸດຜ່ອນຜົນກະທົບ.

https://www.bloomberg.com/news/articles/2024-03-25/cocoa-tops-9-000-as-supply-fears-keep-sparking-fresh-records

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/