ນ້ອງຟີມ ຜູ້ທີ່ມີຄວາມສາມາດໃນດ້ານການແຣັບ ຊະນະການປະກວດໃນຫຼາຍລາຍການມາແລ້ວ, ຮ້ອງເພງກໍໄດ້ແຣັບກໍດີ ປັດຈຸບັນກໍຍັງຄົງປ່ອຍຜົນງານເພງໃຫ້ຮັບຊົມຢູ່ສະເໝີ ໃນການແຣັບຂອງນ້ອງກໍມີສຽງທີ່ເປັນເອກະລັກ ແລະ ໜ້າຮັບຟັງ. ມື້ນີ້ທາງທີມຂ່າວລາວເອັກ ຈະມານຳສະເໜີກ່ຽວກັບຜົນງານ ແລະ ສິ່ງທີ່ກ່ຽວກັບຕົວນ້ອງໃນສ່ວນໜຶ່ງ.
- ຜົນງານທີ່ຜ່ານມາ ມີຫຍັງແດ່?
ຜ່ານມາກໍມີຫຼາຍງານພໍສົມຄວນທີ່ໄດ້ໄປແຂ່ງຂັນ ແລະ ກໍໄດ້ຮາງວັນມາ, ຕອນອາຍຸປະມານ 10 ປີ ແມ່ນປະກວດຮ້ອງເພງກ່ອນ ໃນຕອນນັ້ນ ແລະ ໄດ້ນຳເອົາເພງແຣັບໄປຮ້ອງນຳພ້ອມ, ເຂົ້າຮອບ 1 ໃນ 14 ຄົນສຸດທ້າຍ ເຊິ່ງຕອນນັ້ນແມ່ນບໍ່ໄດ້ຊະນະ. ຜົນງານທຳອິດທີ່ໄດ້ຮັບໄຊຊະນະຈະແມ່ນການແຂ່ງຂັນແຣັບແບັດໂທ້ ຕອນນັ້ນອາຍຸປະມານ 12 ປີ ເປັນລາຍການທຳອິດທີ່ໄດ້ຮັບຮາງວັນຊະນະເລີດ ເຊິ່ງຈະປະກອບມີດັ່ງນີ້:
- ປີ 2018: ຮາງວັນທີ 1 ລາຍການ Spit Rhymes.
- ປີ 2019: ຮາງວັນທີ 2 ລາຍການ Way Ween 3
- ປີ 2020: ຮາງວັນທີ 1 ລາຍການ Who’s, ຮາງວັນທີ 2 ລາຍການ Lao Hiphop Festival, ຮາງວັນທີ 1 ລາຍການ Who’s x Lao Hiphop Festival.

- ເປັນຫຍັງຈຶ່ງມັກໃນການແຣັບ ຫຼື ຮ້ອງເພງ?
ນ້ອງຟີມເປັນຄົນທີ່ມັກໃນການແຂ່ງຂັນມາແຕ່ນ້ອຍ ປະມານ ປ.3 ເຄີຍແຂ່ງຂັນປະກວດ ໄວ້ຕາມິ້ວ ເປັນການປະກວດເຕັ້ນ ກໍໄດ້ຮາງວັນຕະຫຼອດທຸກປີທີ່ປະກວດ. ສ່ວນໃນການມັກແຮັບ ຫຼື ຮ້ອງເພງ ເພາະເປັນຄົນທີ່ມັກສຽງດົນຕີ ມັກໃນການແຂ່ງຂັນ ຫຼື ປະກວດ ນ້ອງຮູ້ສຶກມັກການແຣັບ ເພາະມັນເປັນການປົດປ່ອຍອີກຢ່າງໜຶ່ງທີ່ດີຫຼາຍ ໂດຍຜ່ານສຽງເພງ ມັນເປັນບ່ອນດຽວເລີຍທີ່ເຮົາສາມາດເວົ້າເຖິງຄວາມຮູ້ສຶກໄດ້ ໂດຍບໍ່ມີໃຜມາບັງຄັບ ຫຼື ວ່າກົດຂີ່ເຮົາ. ນອກຈາກການຮ້ອງ, ແຣັບ ຕອນນີ້ຢາກຈະຝຶກຫຼິ້ນເຄື່ອງດົນຕີຊະນິດໃດຊະນິດໜຶ່ງໄປນຳ ເພື່ອເປັນການຝຶກທັກສະໃຫ້ເຂົ້າໃຈໂນດເພງ ເຂົ້າໃຈ chord ໃນການຕີຈັງຫວະຕ່າງໆທີ່ເປັນອົງປະກອບໜຶ່ງໃນການສ້າງທຳນອງ ຫຼື ເຮັດເພງ.

- ມີນັກຮ້ອງຄົນໃດທີ່ມັກບໍ?
ນັກຮ້ອງ ຫຼື ແຣັບ ທີ່ມັກກໍຈະເປັນ ວັນມິວ (1 MILL) ເຊິ່ງໄດ້ຕິດຕາມການເຄື່ອນໄຫວ ຄວາມສາມາດຂອງການແຣັບ ແລະ ຮູ້ສຶກວ່າເປັນການແຣັບທີ່ແຕກຕ່າງຈາກຄົນອື່ນ ລວມເຖິງການວາງຕົວ ສິ່ງທີ່ລາວເວົ້າແມ່ນຄົນທີ່ເຮັດແທ້ເຮັດຈິງ ແລະ ມີອີກຫຼາຍຢ່າງ ທີ່ເຮັດໃຫ້ນ້ອງມັກລາວ.

- ກິດຈະກຳໃນຍາມວ່າງມັກເຮັດຫຍັງ?
ກິດຈະກຳໃນຍາມວ່າງ ໂດຍສະເພາະໃນຕອນນີ້ແມ່ນໄດ້ຊ່ວຍວຽກເຮືອນ ພໍ່ ແລະ ແມ່, ຈະບໍ່ໄດ້ອອກໄປໃສພໍປານໃດ ອີກຢ່າງກໍຢູ່ໃນໄລຍະໂຄວິດພ້ອມ ຖືວ່າເປັນການຊ່ວຍພໍ່ແມ່ເຮົາ ແລະ ກໍໄດ້ຮູ້ເຮັດວຽກໃນດ້ານນີ້ນຳ. ຖ້າປົກກະຕິຕອນທີ່ຍັງບໍ່ມີໂຄວິດ ໃນເວລາວ່າງແມ່ນຈະເຕະບານ ເພາະມັກເຕະບານຫຼາຍ ຈົນມີຄວາມຝັນຢາກເປັນນັກເຕະບານ. ແຕ່ເມື່ອໄດ້ຫັນມາເຮັດເພງກໍເລີຍຫ່າງໄປໃນໄລຍະໜຶ່ງ ແລ້ວກໍສຸມໃສ່ໃນວົງການເພງຫຼາຍຂຶ້ນ.

- ຕອນນີ້ກຳລັງມີຜົນງານຫຍັງ?
ຕອນນີ້ທາງຄ້າຍ BXS ກໍໄດ້ປ່ອຍຜົນງານເພງ: ເດັກຫົວແຂງ ອອກໄປ ແລະ ໃນໄວໆນີ້ກໍຈະມີຜົນງານຮ່ວມແຣັບກັບໝູ່ອີກຄົນທີ່ສັງກັດໃນຄ້າຍດຽວກັນ, ທາງຊ່ອງຢູທູບນ້ອງເອງກໍກຳລັງປ່ອຍເອັມວີເພງມາເລື້ອຍໆ. ສ່ວນເພງທີ່ໂດດເດັ່ນ ແລະ ມີຄົນກ່າວເຖິງຫຼາຍທີ່ສຸດຈະແມ່ນເພງ: “ຄົນອີ່ຫຍັງໜ້າຮັກເປັນບ້າເລີຍ” ເປັນເພງຍອດວິວສູງສຸດກວ່າເພງອື່ນໆ ແລະ ຕອນນີ້ກໍມີເພງ: ຄົນລະຄົນ ປ່ອຍອອກມາໃໝ່ ຫຼ້າສຸດ.

ຖືວ່າເປັນອີກໄວໜຸ່ມລາວເຮົາຄົນໜຶ່ງ ທີ່ມີຄວາມສາມາດ ແລະ ນຳເອົາສິ່ງທີ່ຕົນເອງມັກມາປະກອບເຂົ້າໃນວຽກງານ ພ້ອມທັງມີຜົນງານການແຂ່ງຂັນທີ່ໂດດເດັ່ນຫຼາຍລາຍການ. ນອກຈາກນີ້ ກໍຍັງເປັນຄົນທີ່ບໍ່ຢຸດພັດທະນາຕົນເອງ ຫາເຮັດສິ່ງໃໝ່ຢູ່ຕະຫຼອດ,ຈາກການສຳພາດກໍສຳຜັດໄດ້ເຖິງຄວາມສາມາດຂອງນ້ອງ ທັງການເວົ້າທີ່ມ່ວນຫູ ແລະ ມີສິລະປະ ສົມກັບເປັນນັກແຣັບເປີ້ແທ້ໆ.
ຊ່ອງທາງຕິດຕາມເຟສບຸກ: Page: BXS
YouTube ແລະ TikTok: BXS Official
ຂອບໃຈບົດສຳພາດຈາກນ້ອງຟີມ: A’Film Anouvong
ສ່ວນ Page ນ້ອງແມ່ນ: Swagwazz DaBoy (https://bit.ly/3oLbo5Y)
YouTube: Swagwazz DaBoy (https://bit.ly/3mL09aU)
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/