ຟີມ ຫຼື Swagwazz ຈາກຄ້າຍ BXS ຮ້ອງດີ ແຣັບເກັ່ງ! ຊະນະການແຂ່ງຂັນມາຫຼາຍລາຍການ ຫຼາຍເວທີ


ນ້ອງຟີມ ຜູ້ທີ່ມີຄວາມສາມາດໃນດ້ານການແຣັບ ຊະນະການປະກວດໃນຫຼາຍລາຍການມາແລ້ວ,​ ຮ້ອງເພງກໍໄດ້ແຣັບກໍດີ ປັດຈຸບັນກໍຍັງຄົງປ່ອຍຜົນງານເພງໃຫ້ຮັບຊົມຢູ່ສະເໝີ ໃນການແຣັບຂອງນ້ອງກໍມີສຽງທີ່ເປັນເອກະລັກ ແລະ ໜ້າຮັບຟັງ. ມື້ນີ້ທາງທີມຂ່າວລາວເອັກ ຈະມານຳສະເໜີກ່ຽວກັບຜົນງານ ແລະ ສິ່ງທີ່ກ່ຽວກັບຕົວນ້ອງໃນສ່ວນໜຶ່ງ.

  1. ຜົນງານທີ່ຜ່ານມາ ມີຫຍັງແດ່?

ຜ່ານມາກໍມີຫຼາຍງານພໍສົມຄວນທີ່ໄດ້ໄປແຂ່ງຂັນ ແລະ ກໍໄດ້ຮາງວັນມາ, ຕອນອາຍຸປະມານ 10 ປີ ແມ່ນປະກວດຮ້ອງເພງກ່ອນ ໃນຕອນນັ້ນ ແລະ ໄດ້ນຳເອົາເພງແຣັບໄປຮ້ອງນຳພ້ອມ, ເຂົ້າຮອບ 1​ ໃນ 14 ຄົນສຸດທ້າຍ ເຊິ່ງຕອນນັ້ນແມ່ນບໍ່ໄດ້ຊະນະ. ຜົນງານທຳອິດທີ່ໄດ້ຮັບໄຊຊະນະຈະແມ່ນການແຂ່ງຂັນແຣັບແບັດໂທ້ ຕອນນັ້ນອາຍຸປະມານ 12 ປີ ເປັນລາຍການທຳອິດທີ່ໄດ້ຮັບຮາງວັນຊະນະເລີດ ເຊິ່ງຈະປະກອບມີດັ່ງນີ້:

  • ປີ 2018: ຮາງວັນທີ 1 ລາຍການ Spit Rhymes.
  • ປີ 2019: ຮາງວັນທີ 2 ລາຍການ Way Ween 3
  • ປີ 2020: ຮາງວັນທີ 1 ລາຍການ ​Who’s, ຮາງວັນທີ 2 ລາຍການ Lao Hiphop Festival, ຮາງວັນທີ 1 ລາຍການ Who’s x Lao Hiphop Festival.
  1. ເປັນຫຍັງຈຶ່ງມັກໃນການແຣັບ ຫຼື ຮ້ອງເພງ?

ນ້ອງຟີມເປັນຄົນທີ່ມັກໃນການແຂ່ງຂັນມາແຕ່ນ້ອຍ ປະມານ ປ.3 ເຄີຍແຂ່ງຂັນປະກວດ ໄວ້ຕາມິ້ວ ເປັນການປະກວດເຕັ້ນ ກໍໄດ້ຮາງວັນຕະຫຼອດທຸກປີທີ່ປະກວດ. ສ່ວນໃນການມັກແຮັບ ຫຼື ຮ້ອງເພງ ເພາະເປັນຄົນທີ່ມັກສຽງດົນຕີ ມັກໃນການແຂ່ງຂັນ ຫຼື ປະກວດ ນ້ອງຮູ້ສຶກມັກການແຣັບ ເພາະມັນເປັນການປົດປ່ອຍອີກຢ່າງໜຶ່ງທີ່ດີຫຼາຍ ໂດຍຜ່ານສຽງເພງ ມັນເປັນບ່ອນດຽວເລີຍທີ່ເຮົາສາມາດເວົ້າເຖິງຄວາມຮູ້ສຶກໄດ້ ໂດຍບໍ່ມີໃຜມາບັງຄັບ ຫຼື ວ່າກົດຂີ່ເຮົາ. ນອກຈາກການຮ້ອງ, ແຣັບ ຕອນນີ້ຢາກຈະຝຶກຫຼິ້ນເຄື່ອງດົນຕີຊະນິດໃດຊະນິດໜຶ່ງໄປນຳ ເພື່ອເປັນການຝຶກທັກສະໃຫ້ເຂົ້າໃຈໂນດເພງ ເຂົ້າໃຈ chord ໃນການຕີຈັງຫວະຕ່າງໆທີ່ເປັນອົງປະກອບໜຶ່ງໃນການສ້າງທຳນອງ ຫຼື ເຮັດເພງ.

  1. ມີນັກຮ້ອງຄົນໃດທີ່ມັກບໍ?

ນັກຮ້ອງ ຫຼື ແຣັບ ທີ່ມັກກໍຈະເປັນ ວັນມິວ (1 MILL) ເຊິ່ງໄດ້ຕິດຕາມການເຄື່ອນໄຫວ ຄວາມສາມາດຂອງການແຣັບ ແລະ ຮູ້ສຶກວ່າເປັນການແຣັບທີ່ແຕກຕ່າງຈາກຄົນອື່ນ ລວມເຖິງການວາງຕົວ ສິ່ງທີ່ລາວເວົ້າແມ່ນຄົນທີ່ເຮັດແທ້ເຮັດຈິງ ແລະ ມີອີກຫຼາຍຢ່າງ ທີ່ເຮັດໃຫ້ນ້ອງມັກລາວ.

  1. ກິດຈະກຳໃນຍາມວ່າງມັກເຮັດຫຍັງ?

ກິດຈະກຳໃນຍາມວ່າງ ໂດຍສະເພາະໃນຕອນນີ້ແມ່ນໄດ້ຊ່ວຍວຽກເຮືອນ ພໍ່ ແລະ ແມ່, ຈະບໍ່ໄດ້ອອກໄປໃສພໍປານໃດ ອີກຢ່າງກໍຢູ່ໃນໄລຍະໂຄວິດພ້ອມ ຖືວ່າເປັນການຊ່ວຍພໍ່ແມ່ເຮົາ ແລະ ກໍໄດ້ຮູ້ເຮັດວຽກໃນດ້ານນີ້ນຳ. ຖ້າປົກກະຕິຕອນທີ່ຍັງບໍ່ມີໂຄວິດ ໃນເວລາວ່າງແມ່ນຈະເຕະບານ ເພາະມັກເຕະບານຫຼາຍ ຈົນມີຄວາມຝັນຢາກເປັນນັກເຕະບານ. ແຕ່ເມື່ອໄດ້ຫັນມາເຮັດເພງກໍເລີຍຫ່າງໄປໃນໄລຍະໜຶ່ງ ແລ້ວກໍສຸມໃສ່ໃນວົງການເພງຫຼາຍຂຶ້ນ.

อาจเป็นรูปภาพของ 1 คน
  1. ຕອນນີ້ກຳລັງມີຜົນງານຫຍັງ?

ຕອນນີ້ທາງຄ້າຍ BXS ກໍໄດ້ປ່ອຍຜົນງານເພງ: ເດັກຫົວແຂງ ອອກໄປ ແລະ ໃນໄວໆນີ້ກໍຈະມີຜົນງານຮ່ວມແຣັບກັບໝູ່ອີກຄົນທີ່ສັງກັດໃນຄ້າຍດຽວກັນ, ທາງຊ່ອງຢູທູບນ້ອງເອງກໍກຳລັງປ່ອຍເອັມວີເພງມາເລື້ອຍໆ. ສ່ວນເພງທີ່ໂດດເດັ່ນ ແລະ ມີຄົນກ່າວເຖິງຫຼາຍທີ່ສຸດຈະແມ່ນເພງ: “ຄົນອີ່ຫຍັງໜ້າຮັກເປັນບ້າເລີຍ”  ເປັນເພງຍອດວິວສູງສຸດກວ່າເພງອື່ນໆ  ແລະ ຕອນນີ້ກໍມີເພງ: ຄົນລະຄົນ ປ່ອຍອອກມາໃໝ່ ຫຼ້າສຸດ.

ຖືວ່າເປັນອີກໄວໜຸ່ມລາວເຮົາຄົນໜຶ່ງ ທີ່ມີຄວາມສາມາດ ແລະ ນຳເອົາສິ່ງທີ່ຕົນເອງມັກມາປະກອບເຂົ້າໃນວຽກງານ ພ້ອມທັງມີຜົນງານການແຂ່ງຂັນທີ່ໂດດເດັ່ນຫຼາຍລາຍການ. ນອກຈາກນີ້ ກໍຍັງເປັນຄົນທີ່ບໍ່ຢຸດພັດທະນາຕົນເອງ ຫາເຮັດສິ່ງໃໝ່ຢູ່ຕະຫຼອດ,​ຈາກການສຳພາດກໍສຳຜັດໄດ້ເຖິງຄວາມສາມາດຂອງນ້ອງ ທັງການເວົ້າທີ່ມ່ວນຫູ ແລະ ມີສິລະປະ ສົມກັບເປັນນັກແຣັບເປີ້ແທ້ໆ.

ຊ່ອງທາງຕິດຕາມເຟສບຸກ: Page: BXS
YouTube ແລະ TikTok: BXS Official
ຂອບໃຈບົດສຳພາດຈາກນ້ອງຟີມ: A’Film Anouvong
ສ່ວນ Page ນ້ອງແມ່ນ: Swagwazz DaBoy (https://bit.ly/3oLbo5Y)
YouTube: Swagwazz DaBoy (https://bit.ly/3mL09aU)

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/