ພົບໄມໂຄຣພລາສຕິກປົນເປື້ອນໃນຂະບວນການຣີໄຊເຄິນຈໍານວນຫຼາຍລ້ານ ສ້າງຄວາມກັງວົນວ່າຍັງສາມາດເປັນມິດຕໍ່ສິ່ງແວດລ້ອມໄດ້ແທ້ຫຼືບໍ່


ການນໍາສິ່ງເສດເຫຼືອກັບໄປຜະລິດຄືນໃໝ່ ຍ່ອມເປັນແນວທາງໜຶ່ງທີ່ຖືກນຳໃຊ້ຫຼາຍ ເພື່ອນໍາສິ່ງເສດເຫຼືອດັ່ງກ່າວໄປຜະລິດເປັນວັດຖຸດິບໃໝ່ ໂດຍຫຼາຍປະເທດເຊື່ອວ່າເປັນການຈັດການສິ່ງເສດເຫຼືອທີ່ມີປະສິດທິພາບອີກວິທີໜຶ່ງ. ແຕ່ວ່າວິທີດັ່ງກ່າວອາດຈະບໍ່ຖືວ່າເປັນມິດກັບສິ່ງແວດລ້ອມສະເໝີໄປ ເພາະເມື່ອບໍ່ດົນມານີ້ ມີລາຍງານການວິໄຈທີ່ນໍາເອົານໍ້າເປື້ອນຈາກໂຮງງານ ຣີໄຊເຄິນ ທີ່ບໍ່ເປີດເຜີຍຊື່ ໃນສະຫະຣາຊະອານາຈັກອັງກິດ. ເມື່ອນໍາຕົວຢ່າງມາວິເຄາະ ຈາກການເກັບຕົວຢ່າງຢູ່ອ່າງນໍ້າ 4 ຈຸດທີ່ມີການປ່ອຍນໍ້າທີ່ຜ່ານການຊໍາລະລ້າງແລ້ວ, ພົບວ່ານໍ້າດັ່ງກ່າວປົນເປື້ອນ ໄມໂຄຣພລາສຕິກ 75 ລ້ານອັນ ຕໍ່ແມັດກ້ອນ ຂອງປະລິມານນໍ້າເປື້ອນຕໍ່ປີ.

ເມື່ອສົມທຽບປະລິມານການປົນເປື້ອນຂອງໄມໂຄຣພລາສຕິກ ໃນນໍ້າເປື້ອນກ່ອນຜ່ານການກັ່ນຕອງແມ່ນຄາດຄະເນ ປະລິມານການປົນເປື້ອນໄມໂຄຣພລາສຕິກຫຼາຍເຖິງ 2.933 ໂຕນ ຕໍ່ປີ ແລະ ເມື່ອຫຼັງການກັ່ນຕອງແມ່ນສາມາດລົດລົງມາທີ່ 1.366 ໂຕນ ຕໍ່ປີ. ອີງຕາມຕົວເລກການນໍາໃຊ້ເຄື່ອງກັ່ນຕອງແມ່ນເຫັນວ່າມີປະສິດທິພາບການເຮັດວຽກທີ່ດີ, ໂດຍສ່ວນໃຫຍ່ແລ້ວຂະໜາດຂອງໄມໂຄຣພລາສຕິກທີ່ປົນເປື້ອນແມ່ນມີຂະໜາດໃຫຍ່ກວ່າ 10 ໄມໂຄຣແມັດ ຫຼາຍທີ່ສຸດທີ່ 90%, ແຕ່ກໍຍັງເປັນໄປໄດ້ທີ່ຂະໜາດນ້ອຍກວ່າ 10 ໄມໂຄຣແມັດ ແມ່ນສາມາດຫຼຸດອອກໄປສູ່ສາຍນໍ້າໄດ້.

ຄວາມສ່ຽງທີ່ເກີດຂຶ້ນຂອງການປົນເປື້ອນໄມໂຄຣພລາສຕິກໃນສິ່ງແວດລ້ອມນີ້ ຍັງມີຜົນກະທົບຢ່າງຕໍ່ເນື່ອງ, ບໍ່ວ່າຈະເປັນການຄົ້ນພົບຢູ່ໃນອາກາດໃນຂະໜາດນ້ອຍກວ່າ 10 ໄມໂຄຣແມັດ ທີ່ອັດຕາສ່ວນ 61%, ໂດຍຄົນງານໃນໂຮງງານແປຮູບພລາສຕິກນັ້ນໄດ້ຮັບຄວາມສ່ຽງສູງ ຈາກການຫາຍໃຈເອົາອະນຸພາກຂອງພລາສຕິກ ແລະ ສານເຄມີ ທີ່ເປັນຄວາມສ່ຽງນໍາໄປສູ່ພະຍາດປອດຊໍາເຮື້ອ. ນອກຈາກນີ້ ສານເຄມີທີ່ປະກອບຢູ່ໃນພລາສຕິກນັ້ນຍັງມີຄວາມອັນຕະລາຍສູງ ໂດຍສະເພາະໃນຂະບວນການຣີໄຊເຄິນທາງເຄມີ ທີ່ປົນເປື້ອນທັງນໍ້າມັນ, ຊືນ, ແຄັດມຽມ, ໂຄຣມຽມ ແລະ ມົນລະພິດທາງອາກາດທີ່ອັນຕະລາຍຕໍ່ສຸຂະພາບ.

ເຖິງແມ່ນວ່າການຣີໄຊເຄິນ ຈະເປັນທີ່ຮັບຮູ້ຫຼາຍພຽງໃດກໍຕາມ ແຕ່ອັດຕາສ່ວນຂອງສິ່ງເສດເຫຼືອທັງໝົດທີ່ຖືກນໍາໄປຜະລິດຄືນໃໝ່ແມ່ນຍັງມີອັດຕາທີ່ຕໍ່າ, ອີງຕາມບົດລາຍງານປີ 2022 ຂອງອົງການເພື່ອຄວາມຮ່ວມມືທາງເສດຖະກິດ ແລະ ການພັດທະນາ (OECD) ປະລິມານຂອງສິ່ງເສດເຫຼືອໃນທົ່ວໂລກທີ່ຖືກນໍາໄປຜະລິດຄືນໃໝ່ມີພຽງ 9% ແລະ ອີກ 22% ແມ່ນບໍ່ໄດ້ຮັບການຈັດການຢ່າງຖືກວິທີ. ທັງນີ້ຜູ້ບໍລິໂພກເອງ ກໍຄວນເອົາໃຈໃສ່ລົດຜ່ອນ ຫຼື ປະຕິເສດການນໍາໃຊ້ພລາສຕິກທີ່ໃຊ້ຄັ້ງດຽວແລ້ວຖິ້ມ, ເພື່ອລົດການນໍາໃຊ້ຊັບພະຍາກອນທີ່ບໍ່ຈໍາເປັນ ອີກທັງຍັງເປັນການລົດປະລິມານສິ່ງເສດເຫຼືອຈາກຕົ້ນທາງທີ່ສາມາດປະຕິບັດໄດ້ແບບງ່າຍໆ.

ແຫຼ່ງທີ່ມາ:

ອ່ານບົດວິໄຈໄດ້ທີ່: https://cutt.ly/Nwqddou3

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/