ນັກວິໄຈໄດ້ຄົ້ນພົບຈຸລິນຊີຊະນິດໃໝ່ທີ່ສາມາດຍ່ອຍສະຫຼາຍພລາສຕິກໄດ້ໃນສາຍພູ Alps


Joel Rüthi ນັກຈຸລິນຊີວິທະຍາແຫ່ງສະຖາບັນຄົ້ນຄວ້າປ່າໄມ້, ຫິມະ ແລະ ພູມສັນຖານຂອງປະເທດສະວິດເຊີແລນ ແລະ ທີມງານນັກວິໄຈ ໄດ້ສຶກສາຕົວຢ່າງເຊື້ອແບັກທີເຣຍ ແລະ mold ທີ່ເຕີບໂຕຢູ່ໃນພລາສຕິກ ໃນ Greenland, ໝູ່ເກາະ Svalbard ປະ​ເທດ​ນໍ​ເວ ແລະ ສະວິດເຊີແລນ. ໂດຍນັກວິໄຈພົບວ່າ ເຊື້ອຈຸລິນຊີສາມາດຍ່ອຍສະຫຼາຍພລາສຕິກໄດ້ໃນອຸນຫະພູມທີ່ຕໍ່າທີ່ 15 ອົງສາ.

ນັກວິທະຍາສາດຮູ້ແລ້ວວ່າມີຈຸລິນຊີຈໍານວນຫຼາຍສາມາດເຮັດສິ່ງນີ້ໄດ້. ແຕ່ສ່ວນໃຫຍ່ແລ້ວຈຸລິນຊີເຫຼົ່ານັ້ນລ້ວນຕ້ອງການໃຊ້ອຸນຫະພູມໃນການຍ່ອຍເພື່ອໃຫ້ສຳເລັດຫຼາຍກວ່າ 27 ອົງສາ. ແຕ່ຂໍ້ຈໍາກັດໃນປັດຈຸບັນຂອງຈຸລິນຊີທີ່ຍ່ອຍພລາສຕິກກໍຄືເອນໄຊຈຸລິນຊີໃຊ້ເວລາຍ່ອຍພລາສຕິກຫຼາຍກວ່າສານເຄມີອຸດສາຫະກໍາ ແລະ ໃຊ້ອຸນຫະພູມທີ່ສູງ.

ແຕ່ຜົນງານຫຼ້າສຸດຂອງ Rüthi ພົບເຫັນວ່າຈຸລິນຊີດັ່ງກ່າວສາມາດຍ່ອຍສະຫຼາຍພລາສຕິກໄດ້ໃນສະພາບອາກາດທີ່ເຢັນ ແລະ ກໍມີຄວາມຄິດວ່າເຮົາສາມາດໃຊ້ປະໂຫຍດຈາກຈຸລິນຊີຊະນິດພິເສດນີ້ ເພື່ອກຳຈັດຂີ້ເຫຍື້ອພລາສຕິກໃນໂລກໄດ້.

ໂດຍໃນການທົດລອງ Rüthi ແລະ ເພື່ອນຮ່ວມງານຂອງເຂົາໄດ້ນໍາເອົາ ຕົວຢ່າງຂອງເຊື້ອແບັກທີເຣຍ 19 ຊະນິດ ແລະ ເຊື້ອຣາ 15 ຊະນິດໃຫ້ເຕີບໂຕໃນພລາສຕິກທີ່ປະໄວ້ ຫຼື ຝັງດິນໄວ້ເປັນເວລາ 1 ປີໃນ Greenland, Svalbard ແລະ Switzerland. ຫຼັງຈາກນັ້ນພວກເຂົາກໍເອົາເຊື້ອແບັກທີເຣຍ ແລະ ເຊື້ອຣາທີ່ກຳນົດສາຍພັນ ໄປເພາະເຊື້ອໃນຫ້ອງທົດລອງທີ່ມືດ ແລະ ມີອຸນຫະພູມທີ່ 15 ອົງສາ ເພື່ອທົດສອບເບິ່ງວ່າພວກມັນສາມາດຍ່ອຍພລາສຕິກປະເພດຕ່າງໆໄດ້ຫຼືບໍ່.

ຈາກຜົນການທົດລອງຂອງ Rüthi ທີ່ຝັງພລາສຕິກໄວ້ເຖິງ 126 ມື້ພົບວ່າ ເຊື້ອແບັກທີເຣຍ 19 ຊະນິດ ແລະ ເຊື້ອຣາ 15 ຊະນິດ​ທີ່​ບໍ່​ສາ​ມາດ​ຍ່ອຍພລາສຕິກ polyethylene (PE) ແລະ polyurethane (PUR), polyethylene adaptate-co-terephthalate (PBAT) ແລະ polylactic acid (PLA) ໄດ້.

ແຕ່ຫຼາຍກວ່າເຄິ່ງໜຶ່ງຂອງສາຍພັນ ເຊິ່ງລວມເຖິງເຊື້ອຣາ 11 ຊະນິດ ແລະ ເຊື້ອແບັກທີເຣຍ 8 ຊະນິດໄດ້ຍ່ອຍພລາສຕິກ PUR ທີ່ອຸນຫະພູມ 15 ອົງສາ. ນອກຈາກນັ້ນ, ເຊື້ອເຫັດ 14 ຊະນິດ ແລະ ເຊື້ອແບັກທີເຣຍ 3 ຊະນິດໄດ້ທໍາລາຍສ່ວນປະສົມຂອງ PBAT ແລະ PLA ແລະ ສາມາດຍ່ອຍພລາສຕິກທີ່ທົດສອບມາທັງໝົດ (ຍົກເວັ້ນ PE).

ປັດຈຸບັນ ທີມງານຂອງ Rüthi ກໍາລັງສຶກສາເພີ່ມຕື່ມກ່ຽວກັບຈຸລິນຊີທີ່ຍ່ອຍສະຫຼາຍຈາກພລາສຕິກ ແລະ ພະຍາຍາມສະກັດເອນໄຊໂດຍກົງຈາກດິນໂດຍບໍ່ມີການແຍກສານອອກຈາກເຊື້ອແບັກທີເຣຍ ແລະ ເຊື້ອຣາຢູ່ໃນຫ້ອງທົດລອງ ພ້ອມກັບມີການນໍາເອົາງານວິໄຈຂອງທີມໄປຕໍ່ຍອດໃນຂະບວນການທາງອຸດສະຫະກຳເພື່ອຍ່ອຍສະຫຼາຍພລາສຕິກໄດ້ຢ່າງມີປະສິດທິພາບ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/