ພົບປະກາລັງຂະໜາດໃຫຍ່ຢູ່ທະເລອອດສະເຕເລຍ ສູງກວ່າຕຶກ Empire State!!


ພົບປະກາລັງຍັກຢູ່ອອດສະເຕເລຍ ສູງກວ່າຕຶກ Empire State!! ຖານກວ້າງ 1.5 ກິໂລແມັດ ສູງ 500 ແມັດ ແຕ່ແນວປະກາລັງໂລກກຳລັງພົບກັບວິກິດໂລກຮ້ອນ.

ແນວປະກາລັງສູງໃຫຍ່ດັ່ງກ່າວ ຖືກຄົ້ນພົບເມື່ອ 20 ຕຸລາ 2020 ທີ່ຜ່ານມາ ຫຼັງຈາກທີ່ນັກວິທະຍາສາດຮ່າງແຜນທີ່ໃຕ້ນ້ຳບໍລິເວນຕອນເໜືອຂອງ Great Barrier Reef ໄດ້ສຳເລັດ.

ວັນທີ 25 ຕຸລາ 2020 ທີ່ຜ່ານມາ ທີມນັກວິໄຈໄດ້ໃຊ້ຫຸ່ນຍົນສຳຫຼວດໃຕ້ນ້ຳ SuBastian ແລະ ສຳຫຼວດປະກາລັງດັ່ງກ່າວ, ພົບວ່າມັນມີຖານກວ້າງປະມານ 1.5 ກິໂລແມັດ ແລະ ສູງ 500 ແມັດ.

ຈາກການພົບໂດຍບໍ່ຄາດຄິດນີ້ ເປັນການຢືນຢັນວ່າມະນຸດເຮົາຍັງຕ້ອງພົບກັບໂຄງສ້າງ ແລະ ສິ່ງທີ່ທີຊີວິດສາຍພັນໃໝ່ໆໃນມະຫາສະໝຸດອີກຫຼວງຫຼາຍ, Wendy Schmidt ຈາກ Schmidt Ocean Institute ກ່າວ.

Great Barrier Reef ເປັນແນວປະກາລັງທີ່ໃຫຍ່ທີ່ສຸດໃນໂລກ ມັນປົກຄຸມພື້ນທີ່ປະມານ 340,000 ກິໂລຕາແມັດ ເປັນບ້ານຂອງປາຫຼາຍກວ່າ 1,500 ສາຍພັນ ເປັນບ້ານຂອງປະກາລັງແຂງອີກ 411 ສາຍພັນ ແລະ ສິ່ງທີ່ມີຊີວິດອື່ນໆອີກຫຼາຍສາຍພັນ ແຕ່ຈາກວິກິດໂລກຮ້ອນ ເຮັດໃຫ້ເຮົາສູນເສຍແນວປະກາລັງໄປແລ້ວ 50% ຂອງພວກມັນທັງໝົດໃນຊ່ວງ 3 ທົດສະວັດທີ່ຜ່ານມາ.

ທີ່ມາ: https://www.facebook.com/environman.th/posts/3162729997188759