Costco ໄດ້ແບນ “ກະທິຊາວເກາະ” ອອກຈາກຮ້ານ ເນື່ອງຈາກຂໍ້ກ່າວຫາທີ່ວ່າບັງຄັບໃຊ້ແຮງງານ “ລີງ” ເກັບໝາກພ້າວ!!


Costco ຜູ່ຄ້າຍ່ອຍລາຍໃຫຍ່ ຖອດແບຣນກະທິຊາວເກາະ ຜະລິດຕະພັນກະທິສຳເລັດຮູບຂອງໄທ ອອກຈາກຮ້ານ ເນື່ອງຈາກຂໍ້ກ່າວຫາເລື່ອງບັງຄັບໃຊ້ແຮງງານລີງເກັບໝາກພ້າວ.

The Issaquah ສະມາຄົມຄ້າສົ່ງໃນວໍຊິງຕັນ ເປັນຜູ່ຄ້າຍ່ອຍລາຍຫຼ້າສຸດທີ່ໃຫ້ຄຳໝັ້ນສັນຍາວ່າ ຈະບໍ່ເອົາຜະລິດຕະພັນໝາກພ້າວ ຈາກຜູ້ຈຳໜ່າຍໄທທີ່ຖືກກ່າວຫາວ່າໃຊ້ລີງເປັນແຮງງານໂດຍການບັງຄັບ, ເຈົ້າໜ້າທີ່ຈາກ People for the Ethical Treatment of Animals (PETA) ກ່າວກັບ USA TODAY ໂດຍສະເພາະ

Costco ຕາມດ້ວຍ Walgreens, Food Lion, Giant Food ແລະ Stop & Shop ຢຸດຈຳໜ່າຍກະທິຍີ່ຫໍ້ຕ່າງໆ ຮວມເຖິງແບຣນຊາວເກາະຂອງໄທ. ຫຼັງຈາກທີ່ PETA ກ່າວຫາວ່າ ລີງໃນປະເທດໄທຕ້ອງຖືກໃຊ້ແຮງງານໃນການເກັບໝາກພ້າວ.

ບໍລິສັດ ເທບພະດຸງພອນໂຄໂຄນັດ ເຊິ່ງເປັນຜູ່ຜະລິດກະທິຊາວເກາະໃນປະເທດໄທ ກ່າວກັບ USA TODAY ວ່າ ບໍລິສັດ ໄດ້ກວດສອບສວນໝາກພ້າວໂດຍໃຊ້ບຸກຄົນທີ່ສາມ ແລະ ແຈກສຳເນົາຈຳນວນ 14 ໜ້າ “Monkey-Free Coconut Due Diligence Assessment” ຕາມລາຍງານລະບຸວ່າ ສວນໝາກພ້າວ 64 ແຫ່ງ ຈາກ 817 ແຫ່ງຖືກສຸ່ມເລືອກ ແລະ ບໍ່ພົບການໃຊ້ລີງໃນການເກັບໝາກພ້າວ.

“ຈາກຂ່າວຫຼ້າສຸດກ່ຽວກັບການໃຊ້ແຮງງານລີງໃນອຸດສາຫະກໍາໝາກພ້າວໄທ ແບຣນກະທິຊາວເກາະ ນຶ່ງໃນຜູ່ນຳດ້ານການຜະລິດກະທິຂອງໂລກ ຂໍໃຫ້ໝັ້ນໃຈວ່າເຮົາຈະບໍ່ໃຊ້ແຮງງານລີງໃນສວນໝາກພ້າວຂອງເຮົາ” ບໍລິສັດກ່າວໃນຖະແຫຼງການ.

ທີ່ມາ: https://www.facebook.com/groups/ThaiLoveUSA/permalink/1227189854332592/