ພົບຕົວອ່ອນໄດໂນເສົາໃນໄຂ່ທີ່ມີສະພາບທີ່ສົມບູນທີ່ສຸດ ຈາກ 66 ລ້ານປີກ່ອນ


ນັກວິທະຍາສາດໄດ້ປະກາດວ່າພວກເຂົາຄົ້ນພົບຕົວອ່ອນໄດໂນເສົາ ທີ່ຖືກເກັບຮັກສາໄວ້ໂດຍຄົງສະພາບສົມບູນແບບທີ່ສຸດພາຍໃນໄຂ່ທີ່ກຽມຈະຟັກອອກມາ.

ຕົວອ່ອນດັ່ງກ່າວ ທາງນັກວິທະຍາສາດໄດ້ເຊື່ອວ່າມັນແມ່ນໄດໂນເສົາ Threopod ຫຼື Oviraptorosaur ເປັນໄດໂນເສົາທີ່ມີຂົນເຊິ່ງພວກມັນເຄີຍອາໄສຢູ່ໃນເຂດເອເຊຍ ແລະ ອາເມຣິກາເໜືອໃນໄລຍະ 100 – 66 ລ້ານປີກ່ອນ. ມັນຖືກຕັ້ງຊື່ວ່າ Yingliang ແລະ ໄດ້ຖືກຄົ້ນພົບທີ່ເມືອງກວາງໂຈ, ພາກໃຕ້ຂອງຈີນ. ດ້ວຍເຫດນັ້ນ, ພວກເຂົາຈຶ່ງໄດ້ຄາດຄະເນວ່າຕົວຢ່າງນີ້ແມ່ນມີອາຍຸຢ່າງຕ່ຳ 66 ລ້ານປີກ່ອນ ແລະ ເປັນຕົວອ່ອນໄດໂນເສົາທີ່ສົມບູນແບບທີ່ສຸດເທົ່າທີ່ເຄີຍມີມາໃນປະຫວັດສາດ.

ທາງທີມນັກວິທະຍາສາດໄດ້ພົບວ່າ ຕົວອ່ອນນັ້ນນອນຄົດຕົວໃນທ່າທີ່ຄືກັນກັບສັດຈຳພວກນົກ. ພຶດຕິກຳດັ່ງກ່າວນີ້ຍັງສາມາດພົບເຫັນໄດ້ໃນສັດປີກໃນປັດຈຸບັນ ທີ່ມັນໄດ້ມີການວິວັດທະນາການຈາກສາຍພັນຕົ້ນທາງ. ເນື່ອງຈາກວ່າທາງນັກວິຊາການບໍ່ເຄີຍພົບເຫັນຕົວອ່ອນຂອງໄດໂນເສົາທີ່ບິນບໍ່ໄດ້ ມີພຶດຕິກຳແບບນີ້ມາກ່ອນ, ການຄົ້ນພົບນີ້ຈຶ່ງໄດ້ເປັນການບາດກ້າວອັນໃຫຍ່ໃຫ້ທາງນັກວິໄຈໄດ້ເຂົ້າໃຈ ເຖິງຄວາມສຳພັນລະຫວ່າງໄດໂນເສົາ ແລະ ສັດປີກໃນປັດຈຸບັນ.

ຂະໜາດຂອງຕົວອ່ອນ YingLiang ວັດແທກໄດ້ປະມານ 27 ຊັງຕີແມັດ ຈາກຄວາມຍາວຫົວໄປຮອດຫາງ ແລະ ຄົດຕົວນອນໃນໄຂ່ທີ່ມີຂະໜາດແມ່ນປະມານ 17 ຊັງຕີແມັດ.

ນັກວິທະຍາສາດໄດ້ຄົ້ນພົບໄຂ່ໄດໂນເສົາຄັ້ງທຳອິດເມື່ອປີ 2000 ແລະ ໄດ້ຈັດເກັບໄວ້ອີກ 10 ປີ ທີ່ພິພິທະພັນ.​ ພາຍຫຼັງກໍໄດ້ມີການກໍ່ສ້າງໃນອາຄານ ຈຶ່ງຈຳເປັນຕ້ອງໄດ້ຍົກຍ້າຍຟອສຊິວເກົ່າອອກໄປ. ໃນຂະນະທີ່ຍ້າຍຢູ່ນັ້ນ, ​ນັກວິໄຈໄດ້ໃຫ້ຄວາມສົນໃຈກັບໄຂ່ໄດໂນເສົາ ໂດຍທີ່ພວກເຂົາສົງໄສວ່າມັນຈະມີຕົວອ່ອນຢູ່ພາຍໃນ.​ ເມື່ອເປີດອອກມາກໍໄດ້ເຫັນວ່າຮ່າງກາຍຍັງສົມບູນແບບ ພຽງແຕ່ມີບາງສ່ວນຍັງຖືກຫີນຈັບຕົວ, ຊ່ຽວຊານຈຶ່ງໄດ້ໃຊ້ເທັກໂນໂລຢີສະແກນມັນຂຶ້ນມາເພື່ອສ້າງພາບສະເໝືອນໃຫ້ຄົບໂຄງສ້າງຮ່າງກາຍ. ພວກເຂົາຍັງວາງແຜນຈະສືບຕໍ່ການສຶກສາຂອງຕົວຢ່າງນີ້ໃຫ້ລະອຽດເພີ່ມຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/