ຜົນຈາກການຄົ້ນຄວ້າຫຼ້າສຸດພົບວ່າ ທໍ່ດູດເຈ້ຍມີສານເຄມີທີ່ເປັນພິດຕໍ່ສິ່ງແວດລ້ອມທຽບເທົ່າກັບ ທໍ່ດູດພລາສຕິກ


ຫຼາຍໆຄົນເຊື່ອວ່າການຫັນມາໃຊ້ທໍ່ດູດທີ່ເຮັດດ້ວຍເຈ້ຍແທນທໍ່ດູດພລາສຕິກຈະຊ່ວຍຫຼຸດຜ່ອນຂີ້ເຫຍື້ອ ແລະ ຜົນກະທົບຕໍ່ສິ່ງແວດລ້ອມໄດ້, ແຕ່ຄວາມຈິງແລ້ວທໍ່ດູດເຈ້ຍນັ້ນກໍມີສານເຄມີທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມບໍ່ຕ່າງຫຍັງຈາກທໍ່ພລາສຕິກເລີຍ.

ຈາກຜົນງານການຄົ້ນຄວ້າຫຼ້າສຸດຂອງນັກຄົ້ນຄວ້າຊາວເບລຢຽມ ທີ່ໄດ້ເຮັດການທົດລອງກັບທໍ່ເຈ້ຍ ທີ່ເຮັດຈາກໄມ້ໄຜ່, ທໍ່ແກ້ວ, ທໍ່ສະແຕນເຫຼດ ແລະ ທໍ່ພລາສຕິກຫຼາຍກວ່າ 39 ຊະນິດ. ໂດຍຜົນປາກົດວ່າທໍ່ດູດທີ່ເຮັດມາຈາກເຈ້ຍ ແລະ ທໍ່ດູດໄມ້ໄຜ່ທີ່ນຳມາໃຊ້ເພື່ອທົດແທນທໍ່ດູດພລາສຕິກນັ້ນມີສານເຄມີທີ່ເປັນພິດຕໍ່ສິ່ງແວດລ້ອມຊື່ວ່າ “PFAS” ຫຼື  per-and polyfluoroalkyl substances

ໂດຍສານເຄມີດັ່ງກ່າວໄດ້ຖືກນຳມາໃຊ້ໃນການຜະລິດເຄື່ອງໃຊ້ຕ່າງໆໃນຊີວິດປະຈຳວັນນັບຕັ້ງແຕ່ເສື້ອຜ້າທີ່ໃຊ້ສໍາລັບກິດຈະກຳກາງແຈ້ງຈົນໄປເຖິງເຄື່ອງຄົວ ແລະ ວັດສະດຸກໍ່ສ້າງ, ເຊິ່ງເຮັດໃຫ້ຜະລິດຕະພັນເຫຼົ່ານັ້ນທົນຕໍ່ນ້ຳ, ຄວາມຮ້ອນ ແລະ ຮອຍເປື້ອນ.

ສານເຄມີ “PFAS” ນັ້ນອັນຕະລາຍຕໍ່ກັບທັງຄົນ, ສັດ ແລະ ສິ່ງແວດລ້ອມ ເນື່ອງຈາກໃຊ້ເວລາດົນຫຼາຍພັນປີໃນການຍ່ອຍສະຫຼາຍ. ສານເຄມີດັ່ງກ່າວຍັງເຊື່ອມໂຍງກັບບັນຫາສຸຂະພາບຂອງຜູ້ຄົນ ເພາະຈະຄົງຢູ່ໃນຮ່າງກາຍເຮົາໄດ້ຫຼາຍປີ ເຮັດໃຫ້ການຕອບສະໜອງຕໍ່ການສັກວັກຊີນຫຼຸດລົງ, ເຮັດໃຫ້ນ້ຳໜັກຂອງເດັກນ້ອຍໃນຕອນເກີດຕໍ່າກວ່າປົກກະຕິ ແລະ ເຮັດໃຫ້ເປັນໂຣກໄທຣອຍ, ລະດັບຄໍເຣສເຕີຣໍເພີ່ມຂຶ້ນ, ທຳລາຍຕັບ, ກໍ່ໃຫ້ເກີດໂຣກມະເຮັງໝາກໄຂ່ຫຼັງ ແລະ ມະເຮັງອັນທະອີກດ້ວຍ ສົ່ງຜົນໃຫ້ທົ່ວໂລກພາກັນແບນສິຄ້າທີ່ມີສານ PFAS ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ.

ນອກຈາກນີ້ ການສຶກສາຄົ້ນຄວ້າຍັງພົບອີກວ່າທໍ່ດູດຊະນິດຕ່າງໆທີ່ນຳມາທົດລອງ ສ່ວນໃຫຍ່ປະມານ 69% ມີສານ PFAS ປົນເປື້ອນຢູ່. ທັງນີ້ ນັກຄົ້ນຄວ້າຍັງກວດພົບ ອາຊິດ Trifluoroacetic (TFA) ແລະ ອາຊິດ trifluoromethanesulfonic (TFMS), ເຊິ່ງເປັນສານເຄມີ PFAS ຊະນິດພິເສດທີ່ສາມາດລະລາຍໃນນໍ້າໄດ້ດີ ແລະ ອາດຈະປົນເປື້ອນຈາກທໍ່ດູດລົງໄປສູ່ເຄື່ອງດື່ມໄດ້

ທີ່ມາ:

dailymail

itv

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/