ລຖບ ຄົ້ນຄວ້າ ປັບອາກອນຊົມໃຊ້ສິນຄ້າຟຸມເຟືອຍຂຶ້ນ ລົດການນຳເຂົ້າ ສິນຄ້າທີ່ບໍ່ຈຳເປັນ ເພື່ອແກ້ໄຂບັນຫາເງິນເຟີ້


ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຄຳສັ່ງສະບັບເລກທີ 13/ນຍ ລົງວັນທີ 29 ສິງຫາ 2023 ມອບໝາຍໃຫ້ ກະຊວງການເງິນ ຄົ້ນຄວ້າ ປັບອາກອນຊົມໃຊ້ສິນຄ້າຟຸມເຟືອຍຂຶ້ນ ເພື່ອເປັນການຫຼຸດການນຳເຂົ້າສິນຄ້າທີ່ບໍ່ຈຳເປັນ ແລະ ເປັນການຫຼຸດຄວາມຕ້ອງການໃນເງິນຕາຕ່າງປະເທດລົງ.

ໃນຍາມທີ່ ປະເທດກຳລັງປະເຊີນກັບສະພາວະເງິນເຟີ້ສູງ ຂາດແຄນເງິນຕາຕ່າງປະເທດທີ່ຈະເຂົ້າໄປແຊງແຊງຄໍ້າຈູນ ອັດຕາແລກປ່ຽນ ການເພີ່ມອາກອນຊົມໃຊ້ ຕໍ່ການນໍາເຂົ້າສິນຄ້າຟຸມເຟືອຍຂຶ້ນນັ້ນ ນັບຕັ້ງແຕ່ ເສື້ອຜ້າເຄື່ອງໃຊ້ແບຣນແນມລາຄາແພງທີ່ນຳເຂົ້າຈາກຕ່າງປະເທດ, ນໍ້າຫອມ, ໂມງ, ອຸປະກອນຕົບແຕ່ງເຮືອນລາຄາແພງ ແລະ ອື່ນໆ ຈະເປັນການສ້າງແຮງກົດດັນໃຫ້ກັບທັງຜູ້ນຳເຂົ້າ ແລະ ຜູ້ຊົມໃຊ້ ໃຫ້ຫຼຸດຜ່ອນການນຳໃຊ້ສິນຄ້າຈຳພວກນີ້ລົງ ເຊິ່ງຈະເຮັດໃຫ້ ຄວາມຕ້ອງການໃນການນຳເຂົ້າ ແລະ ຄວາມຕ້ອງການເງິນາຕ່າງປະເທດຫຼຸດລົງເຊັ່ນດຽວກັນ.

ໂດຍບັນຫາດັ່ງກ່າວ ໄດ້ເຄີຍຖືກສະເໜີໂດຍ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ສະເໜີ ຕໍ່ລັດຖະບານໃຫ້ມີມາດຕະການຈຳກັດການນຳເຂົ້າສິນຄ້າທີ່ເປັນສິນຄ້າຟຸມເຟືອຍຈາກຕ່າງປະເທດໃຫ້ເປັນຮູບປະທຳຊັດເຈນ ເຊັ່ນ: ຈຳກັດຈຳນວນໂຄຕ້າ, ເພີ່ມພາສີ, ອາກອນຊົມໃຊ້ຂຶ້ນ ເພື່ອໃຫ້ນຳໃຊ້ສິນຄ້າດັ່ງກ່າວຫຼຸດລົງ.

ຄຳສັ່ງດັ່ງກ່າວ ຍັງໄດ້ໄດ້ລະບຸໃຫ້ ກະຊວງການເງິນຕ້ອງເລັ່ງເກັບລາຍຮັບ ຈາກຖານລາຍຮັບ ທີ່ມີໃນປັດຈຸບັນໃຫ້ຄົບຖ້ວນ ໂດຍນໍາໃຊ້ເຄື່ອງມືທັນສະໄໝ ໃຫ້ເປັນລະບົບ ລວມສູນ ໂດຍສະເພາະເກັບລາຍຮັບ ຈາກພັນທະອາກອນ; ຄົ້ນຄວ້າການປັບປຸງອັດຕາອາກອນມູນຄ່າເພີ່ມຂຶ້ນ ຈາກ 7% ມາເປັນ 10%, ອາກອນຊົມໃຊ້, ອາກອນກຳໄລ, ອາກອນລາຍໄດ້ ຈາກຜູ້ສະໜອງສິນຄ້າ ແລະ ການບໍລິການ ຢູ່ໃນບັນດາໂຄງການລົງທຶນຕ່າງປະເທດ (ຂະແໜງໄຟຟ້າ ແລະ ບໍ່ແຮ່). ປັບປຸງກົນໄກການຄຸ້ມຄອງການນຳເຂົ້າ- ສົ່ງອອກສິນຄ້າປະເພດຕ່າງໆ ດ້ວຍການບັງຄັບໃຊ້ກົດໝາຍທີ່ກ່ຽວຂ້ອງ ໃຫ້ມີຄວາມເຂັ້ມງວດ ໂດຍນໍາໃຊ້ລະບົບ ກົນໄກອາ ກອນມູນຄ່າເພີ່ມ ເພື່ອຄວບຄຸມການເຄື່ອນໄຫວທຸລະກຳ ແລະ ທຸລະກິດ ຄົ້ນຄວ້າການປັບເພີ່ມອັດຕາ ອາກອນຊົມໃຊ້ຕໍ່ການນຳເຂົ້າສິນຄ້າທີ່ມີຜົນກະທົບທາງລົບຕໍ່ສຸຂະພາບ ແລະ ສັງຄົມ ໃຫ້ ສາມາດປະຕິບັດໄດ້ໄວ, ພ້ອມທັງ ປະຕິບັດມາດຕະການປາບປາມການລັກລອບນຳເຂົ້າບໍ່ຖືກຕ້ອງທຸກຮູບແບບ.

ນອກຈາກນີ້ ກະກະຊວງການເງິນ ຕ້ອງເລັ່ງສະກັດກັ້ນ ການລັກລອບນໍາເຂົ້າລົດຜິດກົດໝາຍ ແລະ ສິນຄ້າຕາມຊາຍແດນ ຫຼື ສິນຄ້າທີ່ລັດຖະບານ ໄດ້ຮັບຮອງເປັນສິນຄ້າຟຸມເຟືອຍ, ສິນຄ້າທີ່ພາຍໃນສາມາດຜະລິດໄດ້, ທຸກການນຳເຂົ້າສິນຄ້າ ຕ້ອງຜ່ານດ່ານທີ່ມີເງື່ອນໄຂດ້ານພື້ນຖານໂຄງລ່າງຄົບຖ້ວນ; ກວດກາສິນຄ້າ ແລະ ເງິນຕາເຂົ້າ-ອອກ ຢູ່ດ່ານຊາຍແດນ ລວມທັງ ເຄື່ອງ ຕິດຕົວຜູ້ໂດຍສານ ຢ່າງເຂັ້ມງວດ; ແກ້ໄຂສະພາບການດ້ານລະບົບ, ໃຜກໍມີສິດນຳເຂົ້າ, ຮັບປະກັນຄວາມຖືກຕ້ອງຂອງມູນຄ່າແຈ້ງພາສີ (ບໍ່ຄວນໃຫ້ຜູ້ນຳເຂົ້າເປັນຜູ້ສ້າງໃບແຈ້ງລາຄາດ້ວຍຕົນເອງ, ຕ້ອງແມ່ນໂຮງງານ ຫຼື ຜູ້ຂາຍສິນຄ້າຢູ່ຕົ້ນທາງເປັນຜູ້ອອກໃຫ້) ແລະ ຫຼີກເວັ້ນການເສຍພາສີ; ຮີບຮ້ອນຄົ້ນຄວ້າມາດຕະການ ແລະ ວິທີການໃນການເກັບລາຍຮັບຈາກການຊື້-ຂາຍ ສິນຄ້າຜ່ານລະບົບອອນລາຍ. ໃນນັ້ນ ສຳລັບສິນຄ້າທີ່ສັ່ງມາຈາກຕ່າງປະເທດໃຫ້ມີການຄຸ້ມຄອງຜ່ານດ່ານ ຫຼື ລະບົບສາງ ຂອງບໍລິສັດຂົນສົ່ງ ເພື່ອຮັບປະກັນການເສຍພາສີ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/