ຜົນກະທົບ “ກ໊າສເຮືອນແກ້ວ” ແມ່ນຫຍັງ? ເປັນຫຍັງຈຶ່ງເວົ້າວ່າກ໊າສເຮືອນແກ້ວແມ່ນຕົວການທີ່ເຮັດໃຫ້ໂລກຂອງເຮົາຮ້ອນຂຶ້ນ?


“ກ໊າສເຮືອນແກ້ວ” ປະກອບໄປດ້ວຍກ໊າສຫຼາຍຊະນິດດ້ວຍກັນເຊັ່ນ: ຄາບອນໄດອັອກໄຊ, ມີເທນ, ໄນໂຕຣອັອກໄຊ, Sulfur hexafluoride, ໂອໂຊນ, chlorofluorocarbon ແລະ halo carbon ເຊິ່ງກ໊າສເຫຼົ່ານີ້ມີໜ້າທີ່ກັກເກັບລັງສີຄວາມຮ້ອນຈາກຜິວໂລກ ແລ້ວປ່ອຍລັງສີຄວາມຮ້ອນນັ້ນກັບລົງມາ ​ເຮັດ​ໃຫ້​ອຸນ​ຫະ​ພູມ​ຢູ່​ພື້ນຜິວ​ໂລກນັ້ນຮ້ອນ​ຂຶ້ນ​ກວ່າ​ເກົ່າ, ປຽບເໝືອນແວ່ນທີ່ສະທ້ອນລັງສີຄວາມຮ້ອນບໍ່ໃຫ້ອອກໄປຈາກໂລກ ຈຶ່ງເອີ້ນວ່າຜົນກະທົບຈາກກ໊າສເຮືອນແກ້ວ (Greenhouse effect)

ກ໊າສເຮືອນແກ້ວ ນັ້ນປຽບເໝືອນຟີມທີ່ຫໍ່ຫຸ້ມໂລກ ລອຍຢູ່ໃນຊັ້ນບັນຍາກາດບາງໆ ໂດຍມີໜ້າທີ່ຂອງການກັ່ນຕອງລັງສີຈາກແສງແດດທີ່ເປັນອັນຕະລາຍຕໍ່ມະນຸດບໍ່ໃຫ້ລົງມາສູ່ໂລກຂອງເຮົາຫຼາຍເກີນໄປ ພ້ອມທັງຊ່ວຍໃຫ້ໂລກເຮົາມີອຸນຫະພູມທີ່ເໝາະສົມຕໍ່ການອາໄສຢູ່ຂອງສິ່ງທີ່ມີຊີວິດ. ແຕ່ຖ້າຫາກກ໊າສເຮືອນແກ້ວຫຼາຍເກີນໄປ ກໍຈະເຮັດໃຫ້ໂລກເຮົາອຸ່ນຂຶ້ນເລື້ອຍໆ (ພາວະໂລກຮ້ອນ) ຈົນສົ່ງຜົນກະທົບຕໍ່ສິ່ງທີ່ມີຊີວິດອື່ນໆ.

ໂດຍກ໊າສເຮືອນແກ້ວນັ້ນສາມາດເກີດຂຶ້ນໄດ້ເອງຕາມທຳມະຊາດ (Natural Greenhouse Gas) ເຊັ່ນ: ອາຍນ້ຳ, ກ໊າສຄາບອນໄດອັອກໄຊຈາກການຫາຍໃຈຂອງສິ່ງທີ່ມີຊີວິດ ເປັນຕົ້ນ; ແລະ ກ໊າສເຮືອນແກ້ວທີ່ມະນຸດສ້າງຂຶ້ນ (Anthropogenic Greenhouse Gas) ເຊັ່ນ: ກ໊າສທີ່ເກີດຈາກການເຜົາໄໝ້ຖ່ານຫີນໃນຂະບວນການຜະລິດໄຟຟ້າ, ການເຜົາໄໝ້ນ້ຳມັນເຊື້ອໄຟໃນລົດ, ຂະບວນການໝັກຈຸລິນຊີຈາກນ້ຳໃນນາ, ຂະ​ບວນ​ການ​ອຸດ​ສາ​ຫະ​ກໍາຕ່າງໆ, ສານທີ່ໃຫ້ຄວາມເຢັນໃນເຄື່ອງປັບອາກາດ, ແອລົດ ແລະ ແອໃນອາຄານ ເປັນຕົ້ນ.

ດັ່ງນັ້ນ, ຢາກໃຫ້ພວກເຮົາທຸກຄົນຮັບຮູ້ໄວ້ວ່າ ມະນຸດເຮົາເອງນີ້ແຫຼະທີ່ເຮັດໃຫ້ເກີດກ໊າສເຮືອນແກ້ວເພີ່ມຫຼາຍຂຶ້ນໃນທຸກໆປີ ບໍ່ວ່າຈະໃຊ້ລົດ, ການນໍາໃຊ້ເຄື່ອງໃຊ້ໄຟຟ້າຕ່າງໆ, ຂີ້ເຫຍື້ອທີ່ເພີ່ມຂຶ້ນ ແລະ ອື່ນໆ ເຮັດໃຫ້ເກີດອາຍພິດສະສົມ ແລະ ທຳລາຍຊັ້ນບັນຍາກາດທີ່ປົກປ້ອງເຮົາໄປເທື່ອລະໜ້ອຍ. ການທີ່ມີອຸນຫະພູມເພີ່ມຂຶ້ນ 1–2 ອົງສານັ້ນກໍເຮັດໃຫ້ເກີດຜົນກະທົບອັນໃຫຍ່ຫຼວງຕໍ່ສິ່ງແວດລ້ອມ ແລະ ສິ່ງທີ່ມີຊີວິດທີ່ອາໄສຢູ່ໃນໂລກແລ້ວ, ໂລກທີ່ຮ້ອນຂຶ້ນຍັງເຮັດໃຫ້ສະພາບອາກາດປ່ຽນແປງ ເຮັດໃຫ້ອາກາດແປປວນ ແລະ ມີທ່າອ່ຽງທີ່ຈະຮຸນແຮງຂຶ້ນ.

ທີ່ມາ:

onep.go.th

public.wmo.int

epa.gov

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/