GAC Toyota ປົດພະນັກງານສັນຍາຈ້າງໃນຈີນນັບພັນ ຫຼັງກະແສ EV ເຮັດໃຫ້ຍອດຂາຍເຄິ່ງປີທຳອິດລົດລົງ 2,8%


Toyota ບໍລິສັດຜະລິດລົດໃຫຍ່ທີ່ຂາຍດີທີ່ສຸດໃນໂລກຈາກປະເທດຍີ່ປຸ່ນ ໄດ້ສັ່ງປົດພະນັກງານສັນຍາຈ້າງນັບພັນຄົນໃນປະເທດຈີນ ໂດຍໃນຕອນນີ້ບໍລິສັດ Toyota ກຳລັງດຳເນີນການປັບປ່ຽນການຜະລິດໃນຕະຫຼາດຈີນ ຫຼັງຜູ້ບໍລິໂພກໃນປະເທດຫັນມາໃຊ້ລົດໄຟຟ້າ (EV) ຫຼາຍຂຶ້ນນັ້ນເອງ.

ທາງຕົວແທນຂອງ GAC Toyota ບໍລິສັດລູກຂອງບໍລິສັດແມ່ຢ່າງ Toyota ໃນປະເທດຈີນ ໄດ້ອອກມາເປີດເຜີຍວ່າ ໄດ້ມີການຍົກເລີກສັນຍາຈ້າງພະນັກງານປະມານ 1.000 ຄົນ ກ່ອນທີ່ຈະຄົບສັນຍາຈ້າງ ໂດຍໃຫ້ເຫດຜົນວ່າ ເນື່ອງຈາກສະຖານະການການຜະລິດໃນປັດຈຸບັນນັ້ນເອງ.

ໂດຍຂໍ້ມູນຫຼ້າສຸດເມື່ອເດືອນ ມິຖຸນາ 2023 GAC Toyota ມີພະນັກງານທັງໝົດ 19.000 ຄົນ ເຮັດໃຫ້ການຍົກເລີກສັນຍາດັ່ງກ່າວ ຈຶ່ງຄິດເປັນພຽງ 5​% ຂອງພະນັກງານທັງໝົດ ໂດຍທາງຕົວແທນເອງກໍຍັງໄດ້ລະບຸວ່າ ຈະມີການຊົດເຊີຍໃຫ້ກັບຜູ້ຖືກເລີກຈ້າງຕາມທີ່ກົດໝາຍກຳນົດ ແລະ ຈະຊ່ວຍຫາຕຳແໜ່ງໃໝ່ໃຫ້ ສາເຫດການສັ່ງປົດພະນັກງານ ແລະ ການປັບປ່ຽນຂອງບໍລິສັດອາດຈະມາຈາກ ຄວາມຕ້ອງການຂອງລົດໄຟຟ້າໃນປະເທດຈີນເພີ່ມຂຶ້ນຢ່າງວ່ອງໄວ ເຊິ່ງສ່ວນໜຶ່ງເປັນຜົນຈາກລັດຖະບານຈີນ ກໍໄດ້ອອກມາສົ່ງເສີມການໃຊ້ລົດໄຟຟ້າຫຼາຍຂຶ້ນ.

ໃນປັດຈຸບັນເອງ ລົດໄຟຟ້າກາຍເປັນທີ່ນິຍົມເພີ່ມຂຶ້ນ ແນ່ນອນວ່າສະໜາມຮົບອັນແສນດຸເດືອນຂອງສອງຍັກໃຫຍ່ຂອງລົດໄຟຟ້າ ຄື BYD ຜູ້ຜະລິດລົດໄຟຟ້າຂອງຈີນທີ່ລາຄາເຂົ້າເຖິງໄດ້ງ່າຍ ແລະ ຄູ່ແຂ່ງຈາກຕ່າງປະເທດຢ່າງ Tesla ທີ່ມີຕະຫຼາດລົດໃຫຍ່ໄຟຟ້າທີ່ພ້ອມ ແນ່ນອນວ່າມີຜົນກະທົບຢ່າງຫຼວງຫຼາຍຕໍ່ GAC Toyota ເນື່ອງຈາກກຳລັງປະສົບບັນຫາໃນການຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກໃນປະເທດຈີນໃນການພັດທະນາ ແລະ ຜະລິດລົດໄຟຟ້າ.

ຍອດສົ່ງມອບລົດໃນຈີນຂອງ Toyota ລົດລົງເປັນຄັ້ງທຳອິດໃນຮອບ 1 ທົດສະວັດໃນປີ 2022 ສ່ວນລົດໄຮບຣິດ ແລະ ລົດ EV ຫຼາຍສິບຮຸ່ນທີ່ທາງ Toyota ໄດ້ວາງຈຳໜ່າຍກັບບໍ່ໄດ້ຮັບຄວາມນິຍົມຈາກຄົນໃນປະເທດ ກ່ອນໜ້ານີ້ເມື່ອວັນທີ 6​ ກໍລະກົດ 2023 ທີ່ຜ່ານຍອດຂາຍສະສົມເຄິ່ງປີທຳອິດໃນຈີນ ລົດລົງ 2,8%.

 ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/