Greta Gerwig ກາຍເປັນຜູ້ກຳກັບຍິງທີ່ມີຮູບເງົາເປີດຕົວສູງສຸດເປັນປະຫວັດສາດ


ຫຼັງຈາກພາຮູບເງົາ Barbie ກວາດລາຍໄດ້ມື້ເປີດຕົວສູງເຖິງ 155​ ລ້ານໂດລາ ແນ່ນອນວ່າການເປີດຕົວທີ່ສູງສົ່ງຜົນໃຫ້ Greta Gerwig ຜູ້ກຳກັບຍິງຈາກຮູບເງົາເລື່ອງນີ້ກາຍເປັນຜູ້ກຳກັບຍິງທີ່ມີຮູບເງົາເປີດຕົວສູງສຸດໃນປະຫວັດສາດ.

ນັບເປັນຜົນງານຂອງຜູ້ກຳກັບຍິງທີ່ສາມາດກວາດລາຍໄດ້ມື້ເປີດຕົວສູງທີ່ສຸດ ທຳລາຍສະຕິຖິເກົ່າຢ່າງຮູບເງົາເລື່ອງ  “Captain Marvel” ຜົນງານຮ່ວມການກຳກັບຂອງ Anna Boden ແລະ Ryan Fleck ທີ່ອອກສາຍເມື່ອປີ 2019​ ພ້ອມກັບລາຍໄດ້ເປີດຕົວຢູ່ທີ່ 153 ລ້ານ  ສ່ວນສະຖິຕິກ່ອນໜ້າເປັນຂອງຮູບເງົາເລື່ອງ “Wonder Woman” ເມື່ອປີ 2017 ຜົນງານຂອງຜູ້ກຳກັບ Patty Jenkins ທີ່ກວາດລາຍໄດ້ເປີດຕົວໄປທີ່ 103 ລ້ານໂດລາ.

ແຕ່ຫຼ້າສຸດຮູບເງົາເລື່ອງ Barbie ທຳລາຍສະຖິຕິໄປດ້ວຍລາຍໄດ້ 155​ ລ້ານໂດລາ ນອກຈາກນັ້ນຍັງທຳລາຍສະຖິຕິອີກຫຼາຍໆຢ່າງ ແນ່ນອນວ່າໄປຮອດລາຍໄດ້ເປີດຕົວສູງສຸດໃນປີ 2023 ນີ້ ດ້ວຍການລົ້ມແຊ້ມເກົ່າຢ່າງຮູບເງົາ The Super Mario Bros. Movie ທີ່ກວາດລາຍໄດ້ 146 ລ້ານໂດລາ ແລະ ຄູ່ແຂ່ງຄົນສຳຄັນຢ່າງເລື່ອງ Oppenheimer ຈົນເກີດກະແສ ‘Barbenheimer’ ຫຼາຍຄົນກໍຕ່າງຄາດເດົາວ່າຈະຕ້ອງຍາດລາຍໄດ້ກັນເອງ ແຕ່ກໍຜິດຄາດ ທັງສອງໄດ້ຮັບການຕອບຮັບຢ່າງດີຈາກຜູ້ຊົມ.

ຫາກລວມລາຍໄດ້ທັງໝົດຂອງຮູບເງົາ Barbie ໃນອາທິດທີ່ຜ່ານມາ ສາມາດກວາດລາຍໄດ້ໄປຮອດ 235 ລ້ານໂດລາ ກາຍເປັນລາຍໄດ້ໃນ Box Office ທີ່ສູງທີ່ສຸດນັບຕັ້ງແຕ່ເກີດການລະບາດຂອງພະຍາດໂຄວິດ-19 ແລະ ຍັງເປັນເລກລາຍໄດ້ທີ່ສູງທີ່ສຸດຕະຫຼອດການອັນດັບທີ 4 ອີກດ້ວຍ.

ໂດຍ David A. Gross ຜູ້ບໍລິຫານ Franchise Entertainment Research ໄດ້ກ່າວວ່າ “Barbie ໄດ້ພິສູດຕົນເອງແລ້ວວ່ານີ້ແມ່ນຮູບເງົາ ຕາມຄວາມນິຍົມ ມັນເປັນເລື່ອງທີ່ໜ້າຕື່ນເຕັ້ນ ເພາະມັນບໍ່ແມ່ນປາກົດການທີ່ເກີດຈາກຜູ້ສ້າງຮູບເງົາ ແຕ່ມັນເກີດມາຈາກບັນດາຜູ້ຊົມທີ່ເຮັດໃຫ້ເກີດຂຶ້ນມາ” ແລະ ໃນການສຳຫຼວດກຸ່ມຜູ້ຊົມເປັນຜູ້ຍິງ 65% ແລະ ຜູ້ຊາຍອີກ 35% ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/