ປະເທດຕ່າງໆກຳລັງກຽມຕົວຮັບມືກັບສະພາບອາກາດທີ່ຮ້າຍເເຮງໃນທ້າຍປີນີ້, ເນື່ອງຈາກໂລກຂອງເຮົາກຳລັງຈະປະເຊີນກັບປາກົດການ El Niño .
El Niño ເເມ່ນປາກົດການທາງທໍາມະຊາດທີ່ເຮັດໃຫ້ເກີດພາຍຸໄຊໂຄນເຂດຮ້ອນໃນມະຫາສະໝຸດປາຊີຟິກ ເເລະ ເປັນການເພີ່ມປະລິມານນ້ຳຝົນ ເຊິ່ງກໍ່ໃຫ້ເກີດນ້ຳຖ້ວມໃນບາງພື້ນທີ່ຂອງສະຫະລັດອາເມຣິກາ ເເລະ ບ່ອນອື່ນໆໄດ້.
ໃນວັນພະຫັດທີ່ຜ່ານມາ, ອົງການຄຸ້ມຄອງມະຫາສະໝຸດ ແລະ ບັນຍາກາດແຫ່ງຊາດຂອງສະຫະລັດອາເມຣິກາ (NOAA) ໄດ້ປະກາດວ່າ El Niño ກຳລັງເກີດຂຶ້ນ.

ນັກອຸຕຸນິຍົມວິທະຍາຄາດການວ່າ ປາກົດການ El Niño ບວກກັບພາວະໂລກຮ້ອນເກີນໄປຈາກການປ່ຽນເເປງຂອງສະພາບອາກາດໃນປັດຈຸບັນ ຈະເຮັດໃຫ້ອຸນຫະພູມໂລກເພີ່ມຂຶ້ນສູງສຸດເປັນປະຫວັດສາດອີກຄັ້ງ, ໂດຍໃນຄັ້ງສຸດທ້າຍທີ່ປາກົດການ El Niño ເກີດຂຶ້ນໃນປີ 2016 ໄດ້ເຮັດໃຫ້ໂລກຂອງເຮົາມີອຸນຫະພູມສູງສຸດເປັນປະຫວັດສາດ.
ຜູ້ຊ່ຽວຊານຍັງມີຄວາມເປັນຫ່ວງກ່ຽວກັບສິ່ງທີ່ເກີດຂຶ້ນໃນມະຫາສະໝຸດ ເຊິ່ງນໍ້າໃນປາຊີຟິກຕາເວັນອອກຈະອຸ່ນກວ່າປົກກະຕິ. ໂດຍກ່ອນທີ່ປາກົດການ El Niño ເລີ່ມຕົ້ນຂຶ້ນໃນເດືອນພຶດສະພາ ອຸນຫະພູມຜິວນ້ຳທະເລສະເລ່ຍທົ່ວໂລກນັ້ນເພີ່ມສູງຂຶ້ນກວ່າຄັ້ງອື່ນໆປະມານ 0,2 ອົງສາຟາເຣນຮາຍ.
ໃນລະຫວ່າງທີ່ເກີດປະກົດການ El Niño ພາກໃຕ້ຂອງສະຫະລັດອາເມຣິກາຈະມີອຸນຫະພູມທີ່ລົດລົງ ແລະ ມີຝົນຕົກຫຼາຍກວ່າເກົ່າ. ໃນຂະນະທີ່ພາກຕາເວັນຕົກຂອງສະຫະລັດ ແລະ ແຄນາດາແມ່ນມີອຸນຫະພູມທີ່ເພີ່ມຂຶ້ນ ແລະ ແຫ້ງແລ້ງ ໃນຂະນະທີ່ພາຍຸໄຊໂຄນເຂດຮ້ອນກຳລັງເຄື່ອນທີ່ເຂົ້າຫາໝູ່ເກາະປາຊີຟິກ.

ປາກົດການ El Niño ໃນປີນີ້ອາດຈະເຮັດໃຫ້ເສດຖະກິດທົ່ວໂລກເສຍຫາຍເຖິງ 3 ພັນຕື້ໂດລາ. ອີງຕາມຜົນການສຶກສາທີ່ຖືກຕີພິມໃນວາລະສານ Science ໂດຍລະບຸວ່າ ສະພາບອາກາດທີ່ຮ້າຍແຮງຈະເຮັດໃຫ້ GDP ລົດລົງຍ້ອນມັນທໍາລາຍຜົນຜະລິດທາງກະສິກໍາ ແລະ ຊ່ວຍແຜ່ເຊື້ອພະຍາດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/