ປະເທດກຳລັງພັດທະນາຕ້ອງຊຳລະໜີ້ຫຼາຍຂຶ້ນເປັນປະຫວັດສາດ ຫຼັງອັດຕາດອກເບ້ຍເພີ່ມຂຶ້ນສູງໃນທົ່ວໂລກ


ທະນາຄານໂລກໄດ້ຍົກຕົວຢ່າງເພື່ອສະແດງເຖິງຄວາມຮຸນແຮງຂອງສະຖານະການວ່າ ເກີດການຜິດນັດການຊຳລະໜີ້ສາທາລະນະ 18 ຄັ້ງ ຈາກປະເທດກຳລັງພັດທະນາ 10 ປະເທດໃນໄລຍະ 3 ປີທີ່ຜ່ານມາ ເຊິ່ງຫຼາຍກວ່າຍອດລວມທັງໝົດໃນ ທົດສະວັດທີ່ຜ່ານມາ ໂດຍປະເທດເຫຼົ່ານີ້ໄດ້ແກ່ ການາ, ສີລັງກາ, ແຊມເບຍ ແລະ ປະເທດອື່ນໆ.

ທະນາຄານໂລກເປີດເຜີຍລາຍງານໜີ້ລະຫວ່າງປະເທດ (International Debt Report) ສະບັບຫຼ້າສຸດ ໃນວັນທີ 13 ທັນວາ 2023 ຜ່ານມາວ່າ ກຸ່ມປະເທດກຳລັງພັດທະນາຕ້ອງຊຳລະເງິນຕົ້ນ ແລະ ດອກເບ້ຍໜີ້ສາທາລະນະຕາມກຳນົດສູງເປັນປະຫວັດສາດ ເຖິງ 4.435 ແສນລ້ານໂດລາສະຫະລັດໃນປີ 2022 ຜ່ານມາ ເນື່ອງຈາກອັດຕາດອກເບ້ຍເພີ່ມສູງຂຶ້ນທົ່ວໂລກ ເຊິ່ງເພີ່ມຂຶ້ນ 5% ຈາກປີກ່ອນໜ້ານີ້ ແລະ ປະເທດທຸກຍາກສ່ຽງໄດ້ຮັບຜົນກະທົບຫຼາຍຍິ່ງຂຶ້ນ. ຕົ້ນທຶນການຊຳລະໜີ້ສຳລັບປະເທດທີ່ທຸກຍາກທີ່ສຸດໃນໂລກ 24 ປະເທດ ອາດເພີ່ມສູງຂຶ້ນເຖິງ 39% ໃນປີ 2023-2024.

ທະນາຄານໂລກລະບຸວ່າ ເວລານີ້ມີ 28 ປະເທດທີ່ມີຄຸນສົມບັດໄດ້ຂໍກູ້ຢືມເງິນຈາກສະມາຄົມ ເພື່ອການພັດທະນາລະຫວ່າງປະເທດຂອງທະນາຄານໂລກ ເຊິ່ງເປັນສະມາຄົມທີ່ກໍ່ຕັ້ງຂຶ້ນ ເພື່ອຊ່ວຍເຫຼືອກຸ່ມປະເທດທຸກຍາກທີ່ສຸດໃນໂລກ ໂດຍປັດຈຸບັນປະເທດເຫຼົ່ານີ້ພົບກັບຄວາມສ່ຽງສູງທີ່ຈະປະສົບບັນຫາໜີ້ສິນແລ້ວ.

ນອກຈາກນີ້ ອັດຕາດອກເບ້ຍທີ່ເພີ່ມສູງຂຶ້ນທົ່ວໂລກ ແລະ ເງິນໂດລາສະຫະລັດ ທີ່ແຂງຄ່າເຮັດໃຫ້ກຸ່ມປະເທດທີ່ມີໜີ້ສິນສາທາລະນະຕ້ອງພົບກັບຕົ້ນທຶນທີ່ເພີ່ມຂຶ້ນໃນການຊຳລະເງິນຕົ້ນ ແລະ ດອກເບ້ຍ ໂດຍກວ່າ 1 ໃນ 3 ຂອງໜີ້ຕ່າງປະເທດຂອງກຸ່ມປະເທດກຳລັງພັດທະນານັ້ນ ເປັນໜີ້ທີ່ໃຊ້ເກນອັດຕາດອກເບ້ຍຜັນປ່ຽນ ເຊິ່ງສ່ຽງຈະພົບກັບຄວາມຜັນຜວນແບບກະທັນຫັນ.

ສາເຫດຍ້ອນວ່າ ລັດຖະບານໄດ້ເຮັດການກູ້ຢືມ ເພື່ອກຽມພ້ອມຮັບມືກັບວິກິດຕ່າງໆ ໂດຍສະເພາະໄລຍະນັ້ນແມ່ນໂຄວິດ-19. ໂດຍສະເພາະປະເທດກຳລັງພັດທະນາ, ການກູ້ຢືມທີ່ຕົ້ນທຶນສູງຂຶ້ນ ການຫຼຸດຄ່າເງິນ ແລະ ການຂະຫຍາຍຕົວເສດຖະກິດທີ່ບໍ່ດີເທົ່າທີ່ຄວນ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/