ປະຫວັດ ວັດວິຊຸນນະລາຊ


ວັດວິຊຸນນະລາຊ ເປັນວັດໜຶ່ງທີ່ມີຄວາມເກົ່າແກ່ໃນຫຼວງພະບາງ, ສ້າງຂຶ້ນປີ ຄ.ສ 1512 ໃນລາຊະການຂອງພະເຈົ້າຊີວິດ ວິຊຸນນະລາຊ (ທ້າວ ພູໄພ) ຊົງສ້າງໃສ່ນາໄຮ່ດຽວ ຫຼື ນາເຂົ້າຈ້າວ ກໍຄືດິນແດນຂອງວັດວິຊຸນໃນປັດຈຸບັນ ໄດ້ຕັ້ງຊື່ຕາມພະນາມຂອງພະອົງ. ໂດຍອີງຕາມຕຳນານວັດເມືອງຫຼວງພະບາງ ໄດ້ບັນທຶກໄວ້ວ່າເພິ່ນໄດ້ນຳໃຊ້ໄມ້ເຂົ້າໃນການປຸກສ້າງ ວັດວິຊຸນຫຼາຍກວ່າ 4,000 ຕົ້ນ. ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນ ມີສະຖາປັດຕະຍະກຳທີ່ລະອຽດອ່ອນ ທີ່ຊົງຄຸນຄ່າ ແລະ ງົດງາມ.

ທິດຕາເວັນອອກສຽງເໜືອ ມີທາດ ປະທຸມ (ດອກບົວ) 1 ລູກ, ປະຊາຊົນເອີ້ນທາດໝາກໂມ ເພາະຄືໝາກໂມຕັດເຄິ່ງ ເຊິ່ງແມ່ນພະອັກຄະມະເຫສີເຈົ້າ ວິຊຸນນະລາຊ ຊົງສ້າງກວມໜອງຊົວ ໃນຮູບແບບຂອງຊາວລັງກາວີ. ທິດເໜືອມີປະຕູໂຄ່ງ, ຫໍກອງ, ຫໍແຈກ. ທິດຕາເວັນຕົກ ອະທິການວັດ. ທິດຕາເວັນຕົກສຽງໃຕ້ມີກຸດຕິພະສົງສາມະເນນ. ອົງພະບາງເປັນພະພຸດທະຮູບອົງໜຶ່ງ ທີ່ຊາວພຸດສານິກກະຊົນໃຫ້ຄວາມເຫຼື້ອມໃສສັດທາອັນສູງສົ່ງ ໃນປະເທດລາວ, ເຄີຍປະດິດສະຖານຢູ່ທີ່ວັດແຫ່ງນີ້ 2 ຄັ້ງ ໃນປີ ຄ.ສ 1513-1715 ແລະ ປີ ຄ.ສ 1839-1894.

ໃນປີ ຄ.ສ 1887 ມີພວກຫໍ້ທຸງດຳໄດ້ເຜົາຜານ ແລະ ປຸ້ນສະດົມຕົວເມືອງຫຼວງພະບາງ ແລະ ວັດແຫ່ງນີ້ ກໍໄດ້ຖືກຈູດເຜົາເຊັ່ນດຽວກັນ ໃນເຫດການດັ່ງກ່າວ ບັນດາພະພຸດທະຮູບ ນ້ອຍ-ໃຫຍ່ ທີ່ຊົງຄຸນຄ່າໄດ້ສູນຫາຍໄປຈຳນວນບໍ່ໜ້ອຍ. ເຖິງປີ ຄ.ສ 1896 ວັດວິຊຸນນະລາຊ ໄດ້ຮັບການບູລະນະປະຕິສັງຂອນຄືນໃໝ່ ໂດຍເຈົ້າຊີວິດ ຄຳສຸກ ສັກກະລິນ. ມາເຖິງ ປີ ຄ.ສ 1993 ແລະ ປີ ຄ.ສ 2016 ໄດ້ຮັບການບູລະນະປະຕິສັງຂອນ ໂຄງສ້າງຫຼັງຄາຄືນ ໂດຍພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ປະຈຳແຂວງ, ການກໍ່ສ້າງສິມແມ່ນກໍ່ດ້ວຍດິນຈີ່, ມຸງດ້ວຍດິນຂໍ, ຝາດ້ານໃນລົງນ້ຳກ້ຽງ ຟອກຄຳປິວ.

ສິມຂອງວັດວິຊຸນນະລາຊ ແມ່ນກໍ່ດ້ວຍດິນຈີ່, ມີສະຖາປັດຕະຍະກຳທີ່ລະອຽດອ່ອນ ແລະ ສວຍງາມ ມີສຽນນາກປະດັບຄຸຍປ້ານລົມ, ເທິງຫຼັງຄາມີຍອດຊໍ່ຟ້າປະດັບດ້ວຍເສດຕະສັດ 17 ລູກ (ສັດຕະບົວລະພາ) ແລະ ດອກກະຈັງ, ດອກວັນແລນ, ຫຼັງຄາມຸງດ້ວດິນຂໍ. ໂຄງສ້າງປະຕູຂອງສິມທີ່ເຮັດດ້ວຍໄມ້ ຍັງແມ່ນອັນເກົ່າທີ່ຖືກຮັກສາໄວ້ແຕ່ຕົ້ນສັດຕະວັດທີ 16, ບານປະຕູໃຫຍ່ແມ່ນຮູບຄວັດແກະສະຫຼັກ ລົງສີຟອກຄຳ ມີຄວາມປານິດວິຈິດບັນຈົງທີ່ສະແດງໃຫ້ເຫັນເຖິງຍຸກຮິນດູ. ມຸມດ້ານໜ້າເບື້ອງທາງເຂົ້າແມ່ນແຍກອອກເປັນຊັ້ນໆ, ຄ້ຳດ້ວຍເສົາໃຫຍ່ສີຂາວ, ລູກຕິ່ງທີ່ປະດັບປ່ອງຢ້ຽມ ທີ່ເຮັດດ້ວຍໄມ້ ມີລັກສະນະຄ້າຍຄືຜາສາດຫີນສະໄໝຂອມຄື: ອັງກໍວັດ ແລະ ວັດພູຈຳປາສັກ ທີ່ຢູ່ພາກໃຕ້ຂອງລາວ.

ດ້ານພະປະທານອົງຫຼວງປະດິດສະຖານຢູ່ ມີໜ້າຕັກກວ້າງ 5 ແມັດ 64 ຊັງຕີແມັດ. ເຊິ່ງເປັນພະພຸດທະຮູບອົງຫຼວງທີ່ໃຫຍ່ກວ່າທຸກອົງ ທີ່ປະດິດສະຖານຢູ່ວັດຂອງຫຼວງພະບາງ. ສິມແຫ່ງນີ້ ໃນເມື່ອກ່ອນເຄີຍເປັນພິພິທະພັນສາສະໜາສະຖານແຫ່ງຊາດກໍວ່າໄດ້ ເພາະມີບູຮານວັດຖຸ, ສິລະປະວັດຖຸບັນຈຸໄວ້ເປັນຈຳນວນຫຼວງຫຼາຍເຊັ່ນ: ພະພຸດທະຮູບທີ່ຟອກດ້ວຍຄຳປິວ ທີ່ເຮັດດ້ວຍທອງສຳລິດ, ໄມ້ ແລະ ປະທານປຸນ ທີ່ມີອາຍຸຫຼາຍກວ່າ 400 ປີ ແລະ ຫີນສີລາຈາລຶກໃນສັດຕະວັດທີ 15 ອີກດ້ວຍ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/