Rafael Nadal ຄວ້າແຊ້ມເທັນນິສ French open ເປັນສະໄໝທີ 14 ຂອງຕົນເອງ


ຈົບລົງໄປແລ້ວກັບການແຂ່ງຂັນ ເທັນນິສ French Open 2022 ປະເພດຊາຍດ່ຽວ ເຊິ່ງເປັນທາງຂອງ ຣາຟາເອວ ນາດາວ ທີ່ສາມາດເອົາຊະນະ ແຄສເປີ ຣຸດ ນັກເທັນນິສ ຈາກ ນໍເວ ໄປໄດ້ແບບຂາດລອຍ 3 ເຊັດ ຄວ້າແຊ້ມ French Open ເປັນສະໄໝທີ 14  ແລະ ເປັນການຄວ້າແຊ້ມແກຣນສະແລັມ ຫຼາຍທີ່ສຸດເປັນອັນດັບ 1 ຢູ່ທີ່ 22 ລາຍການ.

ການພົບກັນຂອງຊາຍ ອາຍຸ 36 ປີ ແຊ້ມ ມືວາງອັນດັບ 5 ຂອງໂລກຈາກສະເປນ ແລະ ຊາຍ ອາຍຸ 23 ປີ ມືວາງອັນດັບ 8 ຂອງໂລກ ຈາກນໍເວ ຄົນນີ້ ຖືເປັນການພົບກັນຄັ້ງທຳອິດຂອງທັງ 2. ເຖິງແມ່ນວ່າອາຍຸຂອງ 2 ຄົນນີ້ຈະຫ່າງກັນຫຼາຍ ແຕ່ເບິ່ງຄືວ່າ ອາຍຸຂອງ ຣາຟາເອວ ນາດາວ ນັ້ນ ຈະເປັນພຽງຕົວເລກ ເພາະຮ່າງກາຍລາວຍັງຟິດຈົນສາມາດເອົາຊະນະນັກເທັນນິສຮຸ່ນນ້ອງຄົນນີ້ໄປໄດ້ແບບສະບາຍໆ 3 ເຊັດ.

         ເຊັດທີ1 ຊະນະໄປ 6 ຕໍ່ 3 ເກມ

         ເຊັດທີ2 ນະນະໄປ 6 ຕໍ່ 3 ເກມ

         ເຊັດທີ 3 ຊະນະໄປຂາດລອຍ 6 ຕໍ່ 0 ເກມ

         ການແຂ່ງຂັນຄັ້ງນີ້ໃຊ້ເວລາໄປທັງໝົດ 2 ຊົ່ວໂມງກັບ ອີກ 18 ນາທີ.

ຣາຟາເອວ ນາດາວ ຄວ້າແຊ້ມລາຍການນີ້ໄປຄອງເປັນສະໄໝທີ 14 ຂອງຕົນເອງ ພ້ອມກັບເງິນຮາງວັນອີກ ຈຳນວນ 2,200,000 ລ້ານຢູໂຣ. ສ່ວນ ແຄສເປີ ຣຸດ ຮອງແຊ້ມ ກໍໄດ້ຮັບເງິນຮາງວັນປອບໃຈໄປເປັນຈຳນວນ 1,100,000 ລ້ານຢູໂຣ.

ການຄວ້າແຊ້ມຄັ້ງນີ້ ຍັງເຮັດໃຫ້ ຣາຟາເອວ ນາດາວ ກາຍເປັນນັກເທັນນິສ ທີ່ອາຍຸຫຼາຍທີ່ສຸດ ທີ່ສາມາດຄວ້າແຊ້ມລາຍການນີ້ໄດ້ ດ້ວຍອາຍຸ 36 ປີ ແລະ ຍັງເປັນການຄວ້າແຊ້ມ ໃນລະດັບ ແກຣນສະແລັມ ຫຼາຍທີ່ສຸດຕະຫຼອດການດ້ວຍຈຳນວນ 22 ລາຍການ ເຮັດໃຫ້ນຳຫ່າງ ໂນວັກ ໂຈໂຄວິສ ຈາກ ເຢຍລະມັນ ແລະ ໂຣເຈີ້ ເຟັດເດີເຣີ້ ຈາກສະວິດສະແລນ ທີ່ເຮັດໄວ້ຄົນລະ 20 ລາຍການ.

ຈາກການຄວ້າແຊ້ມຄັ້ງນີ້ຂອງ ຣາຟາເອວ ນາດາວ ເຮັດໃຫ້ອັນດັບ Ranking ຂອງລາວຂຶ້ນຈາກອັນດັບ 5 ມາເປັນ ອັນດັບ 4 ຂອງໂລກ. ສ່ວນ ແຄສເປີ ຣຸດ ຄູ່ຕໍ່ສູ້ ກໍຂຶ້ນຈາກອັນດັບ 8 ມາເປັນອັນດັບ 6 ຂອງໂລກ ຈາກການຈັດອັນດັບຂອງ ສະມາຄົມນັກເທັນນິສຊາຍໂລກ ຫຼື ວ່າ ATP.

         ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/